You are currently viewing ພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງຂອງກະຊວງກະສິກໍາ ແລະ ປ່າໄມ້

ພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງຂອງກະຊວງກະສິກໍາ ແລະ ປ່າໄມ້

ໃນວັນທີ 04 ມິຖຸນາ 2024, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານ ນໍາພາ-ຄຸ້ມຄອງ ຂັ້ນສູນກາງ ຂຶ້ນ, ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ. ຊຶ່ງມີທ່ານຫົວໜ້າ-ຮອງຫົວ ໜ້າຫ້ອງການ, ກົມ, ພະແນກການຕ່າງໆ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜຸນບໍານານ, ດໍາລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້, ດໍາລັດ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມແຜນ ການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມະຕິຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ກົມແຜນການ ແລະ ການຮ່ວມມື ທີ່ຂຶ້ນກັບອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດດັ່ງລຸ່ມນີ້:
1. ອະນຸມັດໃຫ້ ທ່ານ ນ. ພວງເພັດ ປູ່ວັງ ຫົວໜ້າກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້ ອອກພັກການ-ຮັບອຸດໜຸນບໍານານ;
2. ແຕ່ງຕັ້ງ ທ່ານ ປອ ທັດສະກາ ສະພັງທອງ ເປັນຫົວໜ້າກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້;
3. ແຕ່ງຕັ້ງ ທ່ານ ປອ ບຸນເດດ ສຸດທະວິໄລ ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບົ່ງຕົວແຕ່ງຕັ້ງ ເປັນເລຂາຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມື.
ໃນຕອນທ້າຍຂອງພິທີທ່ານປະທານ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນໍາບາງດ້ານ ດັ່ງນີ້: 1). ພາຍ ຫຼັງປະກາດການຈັດຕັ້ງນີ້ແລ້ວ ໃຫ້ຮີບຮ້ອນ ມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່; 2). ບັນ ດາສະຫາຍທີ່ຖືກແຕ່ງຕັ້ງ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງສືບຕໍ່ຂະຫຍາຍມູນເຊື້ອ ສາມັກຄີ, ນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍ່ຄືວຽກງານແຕ່ລະດ້ານຂອງຕົນ ໃຫ້ມີບາດກ້າວ ໃໝ່ ໃຫຍ່ຫຼວງກວ່າເກົ່າ; 3). ເອົາໃຈໃສ່ສຶກສາອົບຮົມ ສະມາຊິກພັກ, ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກ; 4). ປັບປຸງ ແລະ ມີແບບແຜນວິທີ ນໍາພາ-ວິທີເຮັດວຽກ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕຢ່າງເຂັ້ມງວດ ໃຫ້ມີການຫັນ ປ່ຽນຈະແຈ້ງ; 5). ເພີ່ມທະວີຄວາມໃຈໃສ່ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສໍາເລັດໄປຕາມແຜນການຂອງໜ່ວຍ, ຮາກຖານ ແລະ ແຜນຂອງອົງຄະນະພັກກະຊວງ.

Leave a Reply