ໃນລະຫວ່າງ ວັນທີ 10-14 ຕຸລາ 2018, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຕິດຕາມ ຫົວໜ້າກົມແຜນການ ແລະ ການເງິນ ທ່ານ ໄຊປລະເດດ ຈຸລາມະນີ ແລະ ຄະນະຜູ້ແທນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 40, ກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ+3ຄັ້ງທີ 18, ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນແລະ ລັດຖະມົນຕີ ສປ ຈີນ (GeneralAdministration of Customs, China–GACC) ກ່ຽວກັບການຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ ອາຊຽນ ຄັ້ງທີ 6 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂື້ນ ທີ່ ຮ່າໂນ້ຍ, ສສ ຫວຽດນາມ.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າໃນຂອບການຮ່ວມມືດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ອາຊຽນ ແລະ ການຮ່ວມມື ກັບ ບັນດາປະເທດ+3 (ຍີປຸ່ນ, ສປ.ຈີນ ແລະ ສ.ເກົາຫຼີ) ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ກ່ຽວຂ້ອງ. Continue reading
ສົມທຽບບາງລາຍການລາຄາສິນຄ້າກະສິກຳ ໃນທ້ອງຕະຫຼາດ ປະຈໍາເດືອນ 6/2018 ແລະ ທຽບກັບເດືອນ 5/2018 ຜ່ານມາ ມີດັ່ງນີ້:
- ອີງຕາມການລາຍງານຂອງ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະບັບເລກທີ 0922/ອຄ.ກຄພນ, ຄັ້ງວັນທີ 11/7/2018.
ໂດຍລວມແລ້ວ ການເໜັງຕີງລາຄາສິນຄ້າໃນເດືອນ 6 ແລະ ທຽບກັບເດືອນ 5 ຜ່ານມາ ເຫັນວ່າມີ ບາງລາຍການລາຄາສິນຄ້າກະສິກໍາຢູ່ທ້ອງຕະຫຼາດຢູ່ບາງແຂວງແມ່ນເໜັງຕີງຂື້ນ-ລົງຢູ່ບາງແຂວງເຊັ່ນ: ຜົ້ງສາລີ ແລະ ຫຼວງນໍ້າທາ. ຊຶ່ງລາຍລະອຽດມີຄື:
ສິນຄ້າເພີ່ມຂື້ນ Continue reading
ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 03 ສິງຫາ 2018 ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ບັນຊີຄູ່ແຫ່ງລັດ ໃຫ້ແກ່ພະນັກງານ ບັນຊີ-ການເງິນ ຂັ້ນ1 (ກະຊວງ) ແລະ ຂັ້ນ 2 ( ບັນດາກົມ, ຫ້ອງການ ແລະ ສະຖາບັນ) ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ຢູ່ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ອຸຄຳ ເພຍເທບ ຮອງຫົວຫນ້າກົມແຜນການ ແລະ ການເງິນ, ມີຜູ້ເຂົ້າຮ່ວມທັງຫມົດຈຳນວນ 50 ທ່ານ, ເປັນຍິງ 33 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນຝຶກໃຫ້ບັນດາພະນັກງານ ບັນຊີ-ການເງິນ ທີ່ຖືກຄັດເລືອກເອົາຈາກຫົວຫນ່ວຍບັນຊີ-ການເງິນ ຂັ້ນ2 ຂອງບັນດາກົມ, ຫ້ອງການ ແລະ ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ເພື່ອຝຶກໃຫ້ກາຍເປັນຄູ ຝຶກບັນຊີຄູ່ແລ້ວໄປຝຶກຕໍ່ ໃຫ້ພະນັກງານການເງິນຂັ້ນຍ່ອຍຂອງຕົນ ແລະ ລົງໄປຊຸກຍູ້ບັນຊີຄູ່ໃຫ້ບັນດາຂະແຫນງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ ໃຫ້ມີຄວາມເຂົ້າໃຈຢ່າງຫນັກແຫນ້ນຕໍ່ເນື້ອໃນ ຂອງບັນດານິຕິກຳທີ່ຕິດພັນກັບການບັນຊີແຫ່ງລັດ ເປັນຕົ້ນແມ່ນ ກົດຫມາຍວ່າດ້ວຍການບັນຊີ ແລະ ປຶ້ມຄູ່ມື ຂອງຕົນ ທີ່ກຳນົດໄວ້ ເພື່ອໃຫ້ຮູ້ວິທີການຈັດວາງລະບົບບັນຊີ, ເຕັກນິກການຈົດກ່າຍບັນຊີ, ການສ້າງໃບດຸ່ນດ່ຽງປະຈຳເດືອນ, ການສ້າງເອກະສານລາຍງານການເງິນວຽກງານທ້າຍປີ ພ້ອມທັງເປັນການຍົກສູງຄວາມຮັບ ຜິດຊອບ, ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານບັນຊີຢ່າງຕໍ່ເນື່ອງ ແລະ ສາມາດຜັນຂະຫຍາຍລະບຽບຫລັກການບັນຊີ ໃຫ້ພະນັກງານບັນຊີ-ການເງິນ ຂັ້ນຍ່ອຍໃຫ້ກາຍເປັນພະນັກງານສືບທອດ ນາຍບັນຊີ ແລະ ນາຍຄັງ ຕາມພາລະບົດບາດທີ່ກຳນົດໄວ້ ເພື່ອຮັບປະກັນຄວາມໂປ່ງໃສ, ຄົບຖ້ວນ ແລະ ທັນກັບກຳນົດເວລາໃນການສະຫລຸບລາຍງານທັງເປັນການຍົກສູງຄວາມຮັບຜິດຊອບ ຂອງພະນັກງານບັນຊີ-ການເງິນ ໃນແຕ່ລະຂັ້ນທົ່ວກະຊວງ ແລະ ຂະແຫນງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທົ່ວປະເທດ.