You are currently viewing ທີມງານທະນະຄານໂລກ ເຂົ້າຢ້ຽມຄຳນັບ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ

ທີມງານທະນະຄານໂລກ ເຂົ້າຢ້ຽມຄຳນັບ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 19 ກັນຍາ, ທີ່ຫ້ອງຮັບແຂກ ຂອງກະຊວງກະສິກຳ ແລະ ປ່າໄມ້, ທີມງານທະນາຄານໂລກ ນຳໂດຍ ທ່ານ ປາໂວ ເອລິສ ຜູ້ອຳນວຍການໃຫຍ່ ຂະແໜງກະສິກຳ ແລະ ອາຫານ, ຫ້ອງການທະນາຄານໂລກ ປະຈຳສິງກາໂປ ພ້ອມດ້ວຍຄະນະເຂົ້າຢ້ຽມຄຳນັບ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບ. ຈຸດປະສົງໃນການພົບປະຄັ້ງນີ້ແມ່ນເພື່ອລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປລາວ ໃນໄລຍະຜ່ານມາ, ເພື່ອປຶກສາຫາລື ກ່ຽວກັບການອອກແບບເບື້ອງຕົ້ນ ຂອງໂຄງການຜະລິດກະສິກຳ ເປັນສິນຄ້າສີຂຽວຂະໜາດນ້ອຍ. ໃນໂອກາດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະແດງຄວາມຂອບໃຈ ຕໍ່ການນຳພາຄະນະທະຄານໂລກມາຢ້ຽມຢາມ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຍິນດີໃຫ້ການຮ່ວມມືໃນການມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ປາໂວ ເອລິສ ໃຫ້ຮູ້ວ່າ ໂຄງການຜະລິດເປັນສິນຄ້າ ຢູ່ ສປປ ລາວ ເປັນໂຄງການທີ່ສຳຄັນໃນການ ພັດທະນາວຽກງານກະສິກຳ ຂອງ ສປປ ລາວກໍຄື ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ເຊິ່ງຜ່ານມາໂຄງການໄດ້ຮັບໝາກຜົນໃນການຈັດຕັ້ງປະຕິ ບັດຕາມແຜນການທີ່ວາງໄວ້. ດັ່ງນັ້ນ, ທີມງານທີມປຶກສາ ທະຄານໂລກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຈຶ່ງສະເໜີໃຫ້ມີການສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳຜ່ານມາ ລວມທັງເພິ່ມເປົ້າໝາຍການຈັດຕັ້ງໃຫ້ຫຼາຍຂຶ້ນ ໂດຍເນັ້ນໃສ່ ຜູ້ປະກອບການ ໂຮງສີເຂົ້າ, ສ້າງພື້ນຖານໂຄງການຂອງການຜະລິດ, ຂະຫຍາຍແລກປ່ຽນບົດຮຽນຂອງໂຄງການ ທີ່ໄດ້ຮັບຜົນສຳເລັດຜ່ານມາ ຈາກເປົ້າໝາຍຄົວເຮືອນ ຈາກ 15.000 ຄົວເຮືອນ ມາເປັນ 30.000 ຄົວເຮືອນ ຈາກ 5ແຂວງ ມາເປັນ 8 ແຂວງ ເພື່ອຍົກສະມັດຕະພາບຂອງເມັດພັນເຂົ້າ, ສ້າງຕົວແບບການຜະລິດກະສິກຳທີ່ດີ ໃຫ້ມີລາຍຮັບທີ່ສູງກວ່າເກົ່າ. ເຊິ່ງໃນຕອນທ້າຍ ທ່ານຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະແດງຄວາມຍ້ອງຍໍຊົມເຊີຍໝາກຜົນຂອງທາງໂຄງການ ພ້ອມທັງ ສະເໜີໃຫ້ທີມງານທະນາຄານໂລກ ຮ່ວມມື ປະສານງານ ແລະ ຊ່ວຍເຫຼືອທາງດ້ານທຶນຮອນ ມາຊ່ວຍຂະແໜງການກະສິກຳ ໃນຮູບແບບໂຄງການ ພ້ອມທັງຊ່ວຍເຫຼືອ ໃນຮູບແບບການມາລົງທຶນ ໃນຂົງເຂດກະສິກຳ ແລະ ປ່າໄມ້ ຕື່ມອີກ.

Leave a Reply