You are currently viewing ຊາວກະສິກອນແຂວງອັດຕະປື ໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ ເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ

ຊາວກະສິກອນແຂວງອັດຕະປື ໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ ເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ

ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການປົກຄອງແຂວງອັດຕະປື ໄດ້ຮ່ວມກັນຈັດພິທີມອບ-ຮັບລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ ໃຫ້ແກ່ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ກະຊວງກະສິກຳ ແລະ ປ່າໄມ້, ທີ່ບ້ານອິນທີ, ເມືອງສະໜາມໄຊ, ແຂວງອັດຕະປື. ການມອບ-ຮັບດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງຂຶ້ນພາຍໃຕ້ໂຄງການ “ເສີມສ້າງຄວາມທົນທານ ຂອງລະບົບກະສິກໍາ ແລະ ຊີວິດການເປັນຢູ່ ຕໍ່ສະພາບດິນຟ້າອາກາດ ແລະ ທີ່ເປັນມິດກັບສິ່ງແວດລ້ອມ” (Climate REAL) ເຊິ່ງເປັນອົງປະກອບໜຶ່ງ ຂອງແຜນງານການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສະພາບດິນຟ້າອາກາດ ແບບປະສົມປະສານ ຢູ່ແຂວງອັດຕະປື ເຊິ່ງໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແຂວງອັດຕະປືຕໍ່ກັບໄພພິບັດດິນຟ້າອາກາດ ແລະ ສົ່ງເສີມການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ. ໃນທາງຍຸດທະສາດ, ໂຄງການ Climate REAL ໄດ້ກຳນົດ 7 ບ້ານບຸລິມະສິດໃນແຂວງອັດຕະປື ເພື່ອກໍ່ສ້າງລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ, ແນໃສ່ແກ້ໄຂຄວາມຕ້ອງການນ້ຳເພື່ອການກະສິກຳ ຄຽງຄູ່ກັບການນໍາໃຊ້ແຫຼ່ງພະລັງງານທົດແທນ ແລະ ຍືນຍົງ ເຊິ່ງເປັນໜຶ່ງໃນບັນດາການຈັດຕັ້ງປະຕິບັດທີ່ເໝາະສົມທີ່ສຸດສໍາລັບຊາວກະສິກອນໃນເຂດຊົນນະບົດທີ່ການເຂົ້າເຖິງໄຟຟ້າອາດຈະມີຂໍ້ຈໍາກັດ.
ບາດກ້າວທີ່ສຳຄັນສູ່ອະນາຄົດທີ່ຍືນຍົງ ແລະ ຍືດຢຸ່ນຂອງແຂວງອັດຕະປື!

Leave a Reply