You are currently viewing ຄະນະ​ກຳມາ​ທິການ​ ການ​ຮ່ວມ​ມື​ສາກົນ ຂອງ​ເອີຣົບ ​ໄດ້​ພົບ​ປະ​ກັບ ພະນະທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ

ຄະນະ​ກຳມາ​ທິການ​ ການ​ຮ່ວມ​ມື​ສາກົນ ຂອງ​ເອີຣົບ ​ໄດ້​ພົບ​ປະ​ກັບ ພະນະທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ

ໃນວັນທີ 15 ມີນາ 2024 ທ່ານ​ນາງ ຢຸດຕາ ອູພີໄລແນັນ, ຄະນະ​ກຳມາ​ທິການ​ ການ​ຮ່ວມ​ມື​ສາກົນ ຂອງ​ເອີຣົບ ພ້ອມຄະນະ ​ໄດ້​ພົບ​ປະ​ກັບ ພະນະທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ທີ່ຫ້ອງຮັບແຂກກະຊວງກະສິກຳ ແລະ ປ່າໄມ້

ເພື່ອເປັນການແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮ່ວມມືຂອງສະຫະພາບ ເອີຣົບ-ລາວ ໃນການຄຸ້ມຄອງ ແລະ ການນຳໃຊ້ປ່າໄມ້ແບບຍືນຍົງ. ໃນການສົນທະນານີ້, ທ່ານ​ນາງ ຢຸດຕາ ອູພີໄລແນັນ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງສະຫະພາບ ເອີຣົບ ກັບ​ ສປປ ລາວ ໃນການ​ຊຸກຍູ້​ຄວາມເຂັ້ມແຂງໃນການ​ປະຕິບັດ​ວຽກງານກະສິກຳ ​ແລະ ປ່າ​ໄມ້​ຢູ່ໃນ ສປປ ລາວ ເຊິ່ງຈະເປັນສ່ວນເຮັດໃຫ້ມີການ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍ​ສະ​ເພາະ​ໃນເຂດ​ຊົນນະບົດ.

Leave a Reply