You are currently viewing ກອງປະຊຸມໂຕະມົນ ປະຈຳປີ 2023

ກອງປະຊຸມໂຕະມົນ ປະຈຳປີ 2023

ກອງປະຊຸມໂຕະມົນປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ຈັດຂຶ້ນວັນທີ 13 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍເປັນປະທານຮ່ວມຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ບັກໂຄເດັຍ ເບີຄະ ນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ຊຶ່ງມີມີບັນດາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ (ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້), ກະຊວງແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານກໍາມະທິການສະພາແຫ່ງຊາດ, ອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ພະແນກແຜນການ ແລະ ການລົງທຶນແຂວງ, ເອກອັກຄະລັດຖະທູດ,ທູຕານຸທູດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
 

Leave a Reply