You are currently viewing ກອງປະຊຸມເປີດພາລະກິດຕິດຕາມຊຸກຍູ້ກການຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ກອງປະຊຸມເປີດພາລະກິດຕິດຕາມຊຸກຍູ້ກການຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດຈັດກອງປະຊຸມເປີດພາລະກິດຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຄັ້ງທີ 10 ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ບຸນເດດ ສຸດທະວິໄລ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ Binh Thang Cao ຫົວໜ້າທິມທີ່ປຶກສາທະນາຄານໂລກ ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ທິມງານງານທະນາຄານໂລກ, ຮອງຫົວໜ້າພະແນກກະສິກຳ ແລະ ໄມ້, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ. ບຸນເດດ ສຸດທະວິໄລ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ມີຄຳເຫັນໃນທີ່ປະຊຸມວ່າ ການຈັດຕັ້ງປະຕິບັດໂຄງການໄດ້ດໍາເນີນມາເປັນທ້າຍປີທີ 05 ເຊິ່ງເປັນໄລຍະສຸດທ້າຍຂອງໂຄງການ, ເປັນການທົບທວນຄວາມຄືບໜ້າ ແລະ ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໃນປັ້ນທ້າຍຂອງໂຄງການ, ເປັນການຕິດຕາມການປະຕິບັດຕາມທີ່ໄດ້ຕົກລົງກັນ ຈາກພາລະກິດສະຫນັບສະຫນູນການຈັດຕັ້ງປະຕິບັດໃນເດືອນ ກຸມພາ 2023 ທີ່ຜ່ານມາ ແລະ ທົບທວນຜົນຂອງໂຕຊີ້ວັດດ້ານການຈັດຕັ້ງປະຕິບັດແຜນການລົງທືນຂອງກຸ່ມຜູ້ຜະລິດທີ່ຮັບຮອງການການຜະລິດກະສິກຳທີ່ດີ ຫຼື GAP, ແຜນທຸລະກິດຂອງຜູ້ປະກອບການທຸລະກິດກະສິກໍາທີ່ເຂົ້າຮ່ວມໂຄງການ ແລະ ທັງເປັນການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານເພື່ອເປັນເອກະພາບກ່ຽວກັບການອອກແບບແນວຄວາມຄິດກຳນົດເວລາ ແລະ ກິດຈະກຳລະອຽດໃນການກະກຽມໂຄງການໃໝ່ ແລະ ເປັນການຜັນຂະຫຍາຍຜົນສຳເລັດຂອງໂຄງການທີ່ກຳລັງຈະສີ້ນສຸດນີ້. ໃນພິທີ ທ່ານ ພານິສອນ ຊາມົນຕີ, ຫົວໜ້າຜູ້ສານງານໂຄງການຂັ້້ນສູນກາງ ໄດ້ຂື້ນລາຍງານຄວາມຄືບໜ້າຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຜ່ານມາໂດຍສະເພາະການປະກອບສ່ວນໂຄງການເຂົ້າໃນວຽກງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນ  ແລະ ບັນດາຫົວໜ່ວຍທຸລະກິດ ເຊັ່ນ: ວຽກງານສະໜັບສະໜຸນຕໍ່ກັບຜູ້ປະກອບການ ໂດຍສະເພາະແມ່ນກຸ່ມໂຮງສີເຂົ້າ ແລະ ວຽກງານການຜະລິດກະສິກຳເປັນສິນຄ້າແມ່ນເຫັນໄດ້ວ່າຊາວກະສິກອນສ່ວນໃຫຍ່ໄດ້ຮັບຜົນປະໂຫຍດຈາກໂຄງການ ໃນທີ່ປະຊຸມຍັງຮັບໄດ້ຮັບຟັງການລາຍງານວຽກງານການເງິນ, ຈັດຊື້-ຈັດຈ້າງ ແລະ ວຽກງານອື່ນໆ ຂອງໂຄງການອີກດ້ວຍ.

Leave a Reply