ກອງປະຊຸມປຶກສາຫາລືກ່ຽວກັບ ການຄຸ້ມຄອງໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຂື້ນໃນຄັ້ງວັນທີ 14 ພຶດສະພາ 2024 ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າ, ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ບັນດາໂຄງການ ODA ທີ່ ສະໜັບສະໜູນ ການຈັດຕັ້ງປະຕິບັດບັນດາແຜນງານຂອງຂະແໜງການ ຜ່ານມາ ແລະ ແລກປ່ຽນບົດຮຽນ ແລະ ລະດົມແນວຄວາມຄິດໃນການປັບປຸງກົນໄກ ການຄຸ້ມຄອງໂຄງການ ODA ເພື່ອເປັນຂໍ້ມູນໃຫ້ແກ່ການສ້າງນະໂຍບາຍ ສະໜັບສະໜູນ ຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະ ສະບັບປັບປຸງ ປີ 2026-2035.
