You are currently viewing ກອງປະຊຸມກະກຽມໂຄງການ ຜະລິດກະສິກຳສີຂຽວເປັນສິນຄ້າ ຄັ້ງທີ 01

ກອງປະຊຸມກະກຽມໂຄງການ ຜະລິດກະສິກຳສີຂຽວເປັນສິນຄ້າ ຄັ້ງທີ 01

ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມກະກຽມໂຄງການຜະລິດກະສິກຳສີຂຽວເປັນສິນຄ້າ ຄັ້ງທີ່ 01, ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ Binh Thang Cao ຫົວໜ້າທິມທີ່ປຶກສາທະນາຄານໂລກ ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ທິມງານງານທະນາຄານໂລກ, ຮອງຫົວໜ້າພະແນກກະສິກຳ ແລະ ໄມ້, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຕີລາຄາຄືນຄວາມຄືບໜ້າ ແລະ ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໂຄງການ ຜະລິດສິນຄ້າກະສິກໍາ ຢູ່ ສປປ ລາວ (LACP) ໃນໄລຍະທ້າຍໂຄງການ ແລະ ຜົນສຳເລັດຂອງໂຄງການຜະລິດກະສິກຳເປັນສີນຄ້າ ຢູ່ ສປປ ລາວ ທີ່ສາມາດບັນລຸໄດ້ຕາມຄາດໝາຍ, ຊື່ງຜູ້ປະສານງານໂຄງການ ຝ່າຍລາວ ແລະ ທະນາຄານໂລກ ແມ່ນໄດ້ຕັ້ງໃຈສັງລວມຂໍ້ມູນຕົວຈິງທີ່ທາງໂຄງການສາມາດບັນລຸໄດ້ ແລະ ປຶກສາຫາລືຮ່ວມກັນເພື່ອຕິດຕາມຄວາມຄືບໜ້າໂຄງການໂດຍມີທິດທາງ ແລະ ແຜນການຢ່າງເໝາະສົມ.​ ໃນທີປະຊຸມທ່ານປະທານຍັງໄດ້ຮຽກຮ້ອງໃຫ້ ຜູ້ປະສານງານຂັ້ນສູນກາງ ແລະ ທ້ອງຖີ່ນເອົາໃຈໃສ່ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ເນື້ອໃນ, ແຜນກິດຈະກໍາ ແລະ ແຜນງົບປະມານ ທີ່ເປັນເປົ້າໝາຍແຜນການຂອງໂຄງການໃໝ່ ທີ່ມີຊື່ຢ່າງບໍ່ເປັນທາງກາວ່າ ໂຄງການ ຜະລິດກະສິກຳສີຂຽວເປັນສິນຄ້າ (Small Green Agriculture Competitiveness Project (SGACP)). ປະສານງານກັບທີມງານທະນາຄານໂລກໃຫ້ຄໍາແນະນຳ ເພື່ອໃຫ້ມີຄວາມເປັນໄປໄດ້ສູງໃນການຂໍອະນຸມັດ ທືນຊ່ວຍເຫຼືອຈາກທະນາ ຄານໂລກໃນຂັ້ນຕອນຕໍ່ໄປ. ໂດຍຖືເອົາຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສີນຄ້າ ຢູ່ ສປປ ລາວ ທີ່ສາມາດບັນລຸໄດ້ຕາມຄາດໝາຍ ມາເສີມຂະຫຍາຍການຈັດຕັ້ງປະຕິບັດ ຢູ່ 08 ເປົ້າໝາຍແຂວງຄື: 5 ແຂວງໂຄງການເກົ່າ: ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ແລະ ເພີ້ມ 3 ແຂວງໃໝ່ ຄື: ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຈໍາປາສັກ, ຊື່ງທັງ 8 ແຂວງ ເປັນເຂດການຜະລິດກະສິກໍາ ໂດຍສະເພາະ ກໍາລັງມີທ່າແຮງພັດທະນາ ທີ່ຕ້ອງການການທຶນຮອນ ທັງດ້ານເຕັກນິກ, ເຕັກໂນໂລຊີ ແລະ  ປັດໄຈຂາເຂົ້າ ໃນການຜະລິດອື່ນໆ ກໍ່ຈະສາມາດເປັນກໍາລັງແຮງ ໃຫ້ການພັດທະນາຊີວິການເປັນຢູ່ ແລະ ເສດຖະກິດຂອງທ້ອງຖິ່ນຂອງເຂົ້າເຈົ້າ ດີຂື້ນເປັນກ້າວໆ.

Leave a Reply