You are currently viewing ພິທີເຊັນສັນຍາ​ MOA​ ຮ່ວມມືລາວ-ຈີນ​ ດ້ານການກວດກາແລະຢັ້ງຢືນ​ຜະລິດຕະພັນ​ກະສິກໍາ,​ປ່າໄມ້ແລະສະບຽງອາຫານ

ພິທີເຊັນສັນຍາ​ MOA​ ຮ່ວມມືລາວ-ຈີນ​ ດ້ານການກວດກາແລະຢັ້ງຢືນ​ຜະລິດຕະພັນ​ກະສິກໍາ,​ປ່າໄມ້ແລະສະບຽງອາຫານ

ໃນວັນ​ທີ 8 ຕຸລາ 2024 ​ນີ້, ກົມ​ແຜນການ ​ແລະ​ ການ​ຮ່ວມ​ມື​ ກະຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ​ແຫ່ງ ​ສປປ ລາວ ​ແລະ ​ກຸ່ມ​ບໍລິສັດ ​ກວດກາ ​ແລະ ​ຢັ້ງຢືນ​ ຈີນ ແຂວງ​ກວາງຊີ ​ຈໍາກັດ (ສໍານັກງານ​ໃຫຍ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ສປ ຈີນ) ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ ດ້ານການກວດກາ ແລະ ຢັ້ງຢືນ​ ​ຜະລິດ​ຕະພັນ​ກະສິກຳ, ປ່າ​ໄມ້ ແລະ ສະບຽງອາຫານ ​ທີ່​ນະຄອນຫຼວງ​ວຽງ​ຈັນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຮສ. ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ນອກນີ້, ຍັງມີບັນດາທ່ານຫົວໜ້າ ຫ້ອງການ,ຫົວໜ້າ ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້, ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນຄັ້ງນີ້.

Leave a Reply