You are currently viewing ງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2024.

ງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2024.

ຂໍເຊີນຊວນ ບັນດາທ່ານ ເຂົ້າຮ່ວມງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2024.
ພາຍໃນງານຈະມີວາງສະແດງ ແລະ ຂາຍອາຫານ, ຜະລິດຕະພັນສິນຄ້າກະສິກຳຂອງລາວ ຈາກ 70 ກວ່າ ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງສາກົນ ແລະ ລັດຖະບານ ນັບຕັ້ງແຕ່ເວລາ: 8:30 – 21:00 ໂມງແລງ (GMT+7) ວັນທີ 23-25 ຕຸລາ.
ພ້ອມກັນນັ້ນໃນຕອນບ່າຍ ວັນທີ 23 ຍັງມີການເປີດໂຕເວັບໄຊໃໝ່ “ພາເຂົ້າລາວ” ຖານຂໍ້ມູນຊີວະນາໆພັນກະສິກຳລາວ ທີ່ຊັ້ນ4 ສູນການຄ້າ ນາກາມໍ (ພາກຊັນ). ນອກນີ້ ທ່ານຍັງຈະໄດ້ຮັບຊົມວິດີໂອສັ້ນທີ່ຊະນະຈາກການແຂ່ງຂັນ ສຸດຍອດອາຫານຈາກທຳມະຊາດ, ການສົນທະນານະວັດຕະກຳເພື່ອການສົ່ງເສີມຊີວະນາໆພັນກະສິກຳ ພ້ອມດ້ວຍອາຫານພື້ນເມືອງລາວ.
ວັນທີ: 23-25 ຕຸລາ 2024, ທີ່ ສູນການຄ້າ ນາກາມໍ (ພາກຊັນ), ຖະໜົນ ຄູວຽງ ບ້ານໜອງຈັນ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ !!!

Leave a Reply