You are currently viewing ກອງປະຊຸມປຶກສາຫາລື ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ X

ກອງປະຊຸມປຶກສາຫາລື ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ X

ກອງປະຊຸມປຶກສາຫາລື ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນວັນທີ 30 ກໍລະກົດ 2024 ຜ່ານມາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລື ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກະກຽມແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ (2026-2030) ຂຶ້ນ ທີ່ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊ໌ສ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ມີບັນດາ ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການກະຊວງ, ສະຖາບັນ, ຫົວໜ້າ-ຮອງຫົວໜ້າສູນ ຂັ້ນ 2, ຫົວໜ້າ-ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຕາງໜ້າອົງການອາຫານ ແລະ ການກະເສດ, ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຂຶ້ນນໍາສະເໜີ ກ່ຽວກັບ ຮ່າງບົດສະຫຼຸບຮອບດ້ານ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ 9 (2021-2025) ຊື່ງປະກອບມີຕົວເລກຜົນສໍາເລັດທີ່ນອນໃນ ແຜນງານຄ້ຳປະກັນສະບຽງອາຫານ ໂດຍສະເພາະແມ່ນການຜະລິດເຂົ້າ, ການຜະລິດພືດສະບຽງອາຫານ, ການຜະລິດຊີ້ນ, ໄຂ່ ແລະ ປາ; ແຜນງານຜະລິດກະສິກຳເປັນສິນຄ້າ: ຂໍ້ມູນດ້ານການສົ່ງອອກ; ແຜນງານຄຸ້ມຄອງ ປົກປັກຮັກສາປ່າໄມ້; ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໃນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບ ຕໍ່ກັບ ຮ່າງບົດສະຫຼຸບຮອບດ້ານ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ 10 (2026-2030) ແລະ ຮ່າງຍຸດທະສາດ ພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2035 ແລະ ວິໄສທັດ 2050 ເພື່ອເຊື່ອມສານແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຂົ້າກັບນະໂຍບາຍຕ່າງໆ ເພື່ອກຳນົດທິດທາງແຜນການໃນຕໍ່ໜ້າ ແລະ ຕົວຊີ້ວັດແຕ່ລະດ້ານ ໃຫ້ມີຄວາມເໝາະສົມ ຕາມສະພາບທ່າແຮງ ພື້ນຖານໂຄງລ່າງ ຂອງແຕ່ລະຂົງເຂດ ເພື່ອໃຫ້ມີເນື້ອໃນທີ່ສົມບູນ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງໄດ້ໃນຕໍ່ໜ້າ.

Leave a Reply