ສູນສະຖິຕິກະສິກຳ

ສູນສະຖິຕິກະສິກຳ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ ບັນດາ​ນິຕິ​ກຳ​ຕ່າງໆ ທີ່​ພົວພັນ​ເຖິງ​ການ​ປັບປຸງ ​ແລະ ພັດທະນາ​ລະບົບ​ສະຖິຕິ​ຂອງຂະແໜງກະສິກຳ ແລະ ປ່າໄມ້ ໂດຍ​ຫັນ​ເປັນ​ແຜນ​ງານ, ​ໂຄງການ ​ແລະ ກິດ​ຈະ​ກຳ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຕ່ລະ​ໄລຍະ;
2. ເປັນໃຈກາງປະສານງານສັງລວມຂໍ້ມູນສະຖິຕິ ຈາກທ້ອງຖິ່ນ, ຈາກຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ແລະ ວິເຄາະ, ວິໄຈ, ພ້ອມທັງຄຸ້ມຄອງ ແລະ ພັດທະນາລະບົບສະຖິຕິຂອງຂະແໜງການຢ່າງລວມສູນໃຫ້ສາມາດລາຍງານ, ຮັບໃຊ້ການສະຫຼຸບຕີລາຄາ, ການສ້າງແຜນການ ແລະ ມາດຕະການ ຈັດຕັ້ງປະຕິບັດແຜນ ເປັນອາທິດ, ເປັນເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ, 5 ປີ ແລະ ຄິດໄລ່ລວມຍອດຜະລິດຕະພັນພາຍໃນຂອງຂະແໜງການ;
3. ປະສານ​ສົມ​ທົບ​ກັບ​ກົມ​ວິຊາ​ການ​ ​ແລະ ພາກສ່ວນກ່ຽວຂ້ອງ ໃນການຕິດ​ຕາມ, ເກັບກຳ ​ແລະ ສັງ​ລວມຂໍ້ມູນ ສະຖິຕິ​​​ ເພື່ອຮັບ​ໃຊ້​ໃນ​ການຈັດ​ພິມວາລະສານ​ສະຖິຕິ​ກະສິກໍາ, ການ​ຄິດ​ໄລ່ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP), ການວາງ​ແຜນການ, ນັກ​ຄົ້ນຄວ້າ, ນັກ​ສຶກສາ, ອົງການ​ຈັດ​ຕັ້ງ​ສາກົນ, ນັກ​ລົງທຶນ​ທັງພາຍ​ໃນ ​ແລະ ຕ່າງ​ປະ​ເທດ;
4. ອອກ​ແບບ-​ວາງ​ແຜນ ​ແລະ ຈັດ​ຕັ້ງ​ປະຕິບັດການ​ສໍາຫຼວດສະຖິຕິ​ແບບ​ຕົວ​ແທນ​ ໃນ​ແຕ່​ລະ​ຫົວ​ຂໍ້​ທີ່​ຂັ້ນ​ເທິງ​ອະ ນຸມັດ ​ເຊັ່ນ: ສໍາຫຼວດຕົ້ນ​ທຶນ​ການ​ຜະລິດ, ສໍາຫຼວດຕີ​ລາຄາ​ຜະລິດ​ຕະພາບ​ເຂົ້າ, ສໍາຫຼວດ​ເກັບ​ກໍາ​ລາຄາ​ສິນຄ້າສໍາຫຼວດຕ່ອງໂສ້​ການ​ຜະລິດ ​ແລະ ການ​ແຈກ​ຢາຍ​ ແລະ ການສໍາຫຼວດອື່ນທີ່​ກ່ຽວຂ້ອງກັບສະຖິຕິ​ກະສິກໍາ​ ແລະ ຊົນນະບົດ ພ້ອມ​ທັງ​ວິ​ເຄາະ, ວິ​ໄຈ, ປະ​ເມີນ​, ຕິດຕາມ, ກວດກາ​, ປະເມີນຜົນ ແລະ​ ເຜີຍ​ແຜ່ຜົນ​ໄດ້​ຮັບ;
5. ປະສານ​ສົມທົບ​ກັບ​ສູນ​ສະຖິຕິ​ແຫ່ງ​ຊາດ ​​ແລະ ພາກສ່ວນ​​ກ່ຽວຂ້ອງ​ ໃນ​ການ​ຈັດຕັ້ງ​ປະຕິບັດ​ການ​ສໍາຫຼວດສະ ຖິຕິ​ກະສິກໍາ​​ທົ່ວ​ປະ​ເທດ​ ໃນ​ທຸກໆ 10 ປີ ພ້ອມ​ທັງ​ວິ​ເຄາະ, ວິ​ໄຈ, ຕິດຕາມ, ກວດກາ, ປະ​ເມີນ​ຜົນ ແລະ ​ນໍາ​ສະ​ເໜີຕໍ່ຂັ້ນ​ເທິງ​ ເພື່ອ​ຂໍ​ທິດ​ຊີ້ນໍາ​ໃນ​ການເຜີຍ​ແຜ່ຜົນ​ໄດ້​ຮັບ;
6. ປະສານ​ສົມທົບ​ກັບ​ກົມ​ວິຊາ​ການ​ທີ່​ກ່ຽວຂ້ອງ ​​ແລະ ທ້​ອງຖິ່ນ ໃນ​ການ​ສັງ​ລວມ, ປະ​ເມີນ ​ແລະ ວິ​ເຄາະ-ວິ​ໄຈຂໍ້​ມູນ​ຜົນ​ຜະລິດ​ຂອງຂະ​ແໜງກະ​ສິກໍາ ແລະ ປ່າໄມ້ ເພື່ອ​ນໍາ​ສະ​ເໜີຕໍ່ຂັ້ນ​ເທິງ​​ ກ່ອນ​ລາຍ​ງານ​ໃຫ້​ສູນ​ສະຖິຕິ​ແຫ່ງ​ຊາດ​ ໃນ​ການ​ຄິດ​ໄລ່​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ປະ​ຈໍາ 06 ​ເດືອນ ​ແລະ ປະ​ຈໍາ​ປີ;​
7. ສະໜອງ, ບໍລິການ, ເຜີຍແຜ່ ແລະ ແລກປ່ຽນຂໍ້ມູນສະຖິຕິກະສິກຳ, ປ່າໄມ້ ແລະ ຊົນນະບົດ ​ໃນຫຼາຍຮູບ​ແບບ​ເຊັ່ນ: ວາລະສານ ປະ​ຈໍາປີ​, 5 ປີ, 10 ປີ, 20 ປີ, 30 ປີ, 40 ປີ, ແຜ່ນ​ພັບ, ຊີ​ດີຣອມ, ​​ແຜນ​ທີ່, ບົດ​ລາຍ​ງານ​ລາຄາ​ສິນ​ຄ້າ​ກະສິກໍາ, ບົດ​ລາຍ​ງານ​ຜົນການ​ສໍາຫຼວດ, ​ເວັບ​ໄຊ ​​ທັງ​ພາຍ​ໃນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ, ພາກພື້ນ ແລະ ສາກົນອື່ນໆ;
8. ບຳລຸງ, ກໍ່ສ້າງ ແລະ ຍົກລະດັບຄວາມ​ຮູ້ພື້ນຖານ​ທາງດ້ານສະຖິຕິ, ​ແນະ​ນໍາ​ເຕັກນິກ​ວິທີການ ​ແລະ ​ ການ​ນໍາ​ໃຊ້​ເຄື່ອງ​ມື​ທີ່​ທັນ​ສະ​ໄ​ໝ​ເຂົ້າ​ໃນ​ການ​ເກັບ​ກໍາ​ຂໍ້​ມູນສະຖິຕິ ໃຫ້ແກ່ພະ​ນັກ​ງານສະຖິຕິ ຢູ່ຂັ້ນກະຊວງ​ ແລະ ທ້ອງ​ຖິ່ນ;
9. ສະຫຼຸບ, ສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານສະຖິຕິກະສິກຳ ໄລຍະ 3 ເດືອນ, 6 ເດືອນ 9 ເດືອນ ແລະ 1 ປີ;
10. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.