ພະແນກແຜນການ

 ພະແນກແຜນການ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ສ້າງຮ່າງຍຸດທະສາດ, ແຜນການ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອສະເໜີກົມ ພິຈາລະນາ; ສ້າງແຜນການ ແລະ ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດ ເປັນຕົ້ນແມ່ນໂຄງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ, ໂຄງການຜະລິດກະສິກໍາ ແລະ ປ່າໄມ້ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງອອກ ເປັນຕົ້ນແມ່ນ ພືດ-ສັດ ທີ່ມີທ່າແຮງ, ພືດ-ສັດ ທີ່ໄດ້ມີສັນຍາກັບປະເທດຄູ່ຄ້າແລ້ວ ສະເໜີກົມ ພິຈາລະນາ ພ້ອມທັງເປັນເສນາທິການໃຫ້ກົມ ໃນການຄຸ້ມຄອງ, ຕິດ ຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
2. ຄົ້ນຄວ້າສ້າງແຜນການ, ສະ​ເໜີດັດ​ແກ້​ແຜນ, ກວດກາແຜນ ແລະ ແຜນອະນຸມັດນຳໃຊ້ງົບ​ປະ​ມານ​ການລົງ​ທຶນຂອງ​ລັດ ໃນຂະແໜງກະສິກຳ ແລະ ປ່າໄມ້ ທັງສູນກາງ ແລະ ທ້ອງຖິ່ນ ໃນແຕ່ລະໄລຍະ;
3. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນຄະນະປະສານງານລະດັບຊາດ ຕໍ່ການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການຄໍ້າປະກັນສະບຽງອາຫານແຫ່ງຊາດ;
4. ຊຸກຍູ້, ຕິດຕາມ, ສັງລວມ ການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານການລົງທຶນຂອງລັດ ໃນຂະ ແໜງກະສິກຳ ແລະ ປ່າໄມ້ ເປັນແຕ່ລະໄລຍະ ພ້ອມ​ທັງ​ເຂົ້າ​ຮ່ວມ​ໃນ​ການ​ກວດກາ ​ແລະ ປະ​ເມີນ​ຜົນ​ການຈັດ ຕັ້ງປະຕິບັດ​ທຸກໆໂຄງການ​ລົງທຶນຂອງ​ລັດ ກ່ອນນໍາສະເໜີເອົາໂຄງການເຂົ້າແຜນງົບປະມານ, ໄລຍະຈັດຕັ້ງປະຕິບັດໂຄງການ ແລະ ກ່ອນສິ້ນສຸດໂຄງການ;
5. ຄົ້ນ​ຄວ້າ, ຜັນຂະຫຍາຍບັນ​ດານິຕິກຳ, ​ຂໍ້​ກຳ​ນົດ, ກົດລະ​ບຽບ​, ຫຼັກ​ການ​ຄຸ້​ມ​ຄອງດ້ານແຜນການ ແລະ ເຕັກ ນິກການສ້າງແຜນການ ເພື່ອເປັນເຄື່ອງມືຮັບໃຊ້ໃນການວາງແຜນ ​ແລະ ສ້າງ​ເປັນຫຼັກສູດໃນການຝຶກອົບ ຮົມ;
6. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທີ່ຈໍາເປັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການສົ່ງອອກ ເພື່ອສະເໜີກົມພິຈາລະນາ;
7. ເປັນເສນາທິການໃຫ້ແກ່ກົມ ໃນການຄົ້ນຄວ້າ ວິເຄາະວິໄຈ ສະພາບການເໜັງຕີງດ້ານເສດຖະກິດ-ສັງຄົມ, ການຕະຫຼາດ ທີ່ມີຜົນກະທົບຕໍ່ການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອນຳສະເໜີກົມພິຈາລະນາ ສະເໜີໃຫ້ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກນະໂຍບາຍ ຫຼື ມາດຕະການຕ່າງໆ ເພື່ອແກ້ໄຂ ໃນໄລຍະສັ້ນ, ກາງ ແລະ ຍາວນານ;
8. ດຳເນີນການຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານະໂຍບາຍທີ່ເປັນບຸລິມະສິດ ຂອງຂະແໜງການຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ຈັດຕັ້ງຜັນຂະຫຍາຍ 13 ນະໂຍບາຍສຳລັບເຂົ້າ ແລະ ພືດເສດຖະກິດ, 8 ນະໂຍບາຍສຳລັບການລ້ຽງສັດ ແລະ ສັດນໍ້າ ແລະ 8 ນະໂຍບາຍສຳລັບວຽກງານປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ສອດຄ່ອງກັບແຜນການລົງທຶນຂອງລັດ ແລະ ບັນດາແຜນດຳເນີນງານຂອງຂະແໜງການທີ່ວາງອອກ ໃຫ້ ມີຜົນສຳເລັດເປັນຮູບປະທຳ;
9. ສ້າງ ແລະ ຄຸ້ມຄອງ ລະບົບຖານຂໍ້ມູນດ້ານນະໂຍບາຍ ແລະ ແຫຼ່ງຂໍ້ມູນດ້ານເສດຖະກິດ-ສັງຄົມ, ການຕະ ຫຼາດ ເພື່ອເປັນຂໍ້ມູນໃຫ້ແກ່ການກໍານົດນະໂຍບາຍ ຂອງຂະແໜງການ;
10. ຄົ້ນຄວ້າ ແລະ ຫັນເອົານະໂຍບາຍ, ແຜນຍຸດທະສາດ 2025 ແລະ ວິໄສທັດ 2030 ຂອງຂະແໜງການຕົນອອກເປັນກົດໝາຍ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ;
11. ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ນະໂຍບາຍ, ແຜນຍຸດທະສາດ ແລະ ສັນຍາສາກົນ ຈາກຂະແໜງການອື່ນ ໂດຍການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງພາຍໃນຂະແໜງການຕົນ ເພື່ອມີຄຳເຫັນແຈ້ງຕອບພາກສ່ວນກ່ຽວຂ້ອງ;
12. ດຳເນີນການຄົ້ນຄວ້າ ສ້າງ ແລະ ປັບປຸງບັນດານະໂຍບາຍທີ່ເປັນບຸລິມະສິດ ຂອງຂະແໜງການຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ;
13. ຈັດຕັ້ງປະຕິບັດແຜນງານ, ແຜນການ ແລະ ໂຄງການ ຕາມພາລະບົດບາດຂອງ ພະແນກແຜນການ ທີ່ໄດ້ຮັບອະນຸມັດ ແລະ ເຫັນດີຈາກການນຳ ຂອງກົມແຜນການ​ ແລະ ການຮ່ວມມື ໃນແຕ່ລະໄລ ຍະ;
14. ເປັນເສນາທິການໃຫ້ກົມໃນການສັງລວມ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ແຜນພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ປະຈໍາປີ ແລະ 5 ປີ ເພື່ອລາຍງານໃຫ້ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດນະໂຍບາຍ ຂອງຂະແໜງການ;​ ສະຫຼຸບລາຍງານ ວຽກງານກະສິກໍາເພື່ອໂພຊະນາການ, ເປົ້າໝາຍການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ; ວຽກງານໄພພິບັດ ແລະ ອື່ນໆ;
15. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.