ພະແນກຮ່ວມມືສາກົນ

ພະແນກຮ່ວມມືສາກົນ ມີໜ້າທີ່ດັ່ງນີ້:

1. ຜັນຂະຫຍາຍ ແນວທາງການຕ່າງປະເທດຂອງພັກ  ໃຫ້ຖືກຕ້ອງ  ແລະ  ສອດຄ່ອງກັບແຜນຍຸດທະສາດແຜນງານ, ໂຄງການບຸລິມະສິດ ຂອງວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ວາງອອກໃນແຕ່ລະໄລຍະ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
2. ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກໍາຕ່າງໆ ກ່ຽວກັບການຮ່ວມມື, ສັນຍາການຮ່ວມມືໃນ ຂອບສອງຝ່າຍ ຫຼາຍຝ່າຍ, ສະຖາບັນການເງິນ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGO) ແລະ ຂອງໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດ (SWG-ARD), ກະ​ກຽມ​ໃຫ້​ການ​ນຳ​ ແລະ ຄະ​ນະ​ວິ​ຊາ​ການເຂົ້າ​ຮ່ວມກອງ​ປະ​ຊຸມ​ໂຕ​ະມົນ​ແຕ່​ລະ​ປີ;
3. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສັນຍາການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ເຊັນຮ່ວມກັນໃນແຕ່ລະປີ ມາເປັນຂໍ້ຕົກລົງຮ່ວມມືປະຈໍາປີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ແລະ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ພ້ອມທັງຫັນເປັນແຜນການ, ໂຄງການຮ່ວມມືລະອຽດ;
4. ເປັນເຈົ້າການ ໃນການກະຕຸກ ຊຸກຍູ້ ການຮ່ວມມືຂັ້ນທ້ອງຖິ່ນ ລະຫວ່າງແຂວງ ທີ່ມີຊາຍແດນຕິດຈອດ ກັນ ແລະ ມີທ່າແຮງບົ່ມຊ້ອນຂອງແຕ່ລະຝ່າຍ ເຂົ້າໃນການຮ່ວມມືກັນ  ລະຫວ່າງ ສປປ ລາວ ແລະ ສສຫວຽດນາມ ໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນ;
5. ເປັນເຈົ້າການ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດກອງປະຊຸມພົບປະ ປະຈໍາປີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ໃນແຕ່ລະປີ;
6. ຜັນຂະຫຍາຍ ຈັດຕັ້ງປະຕິບັດສັນຍາ, ບົດບັນທຶກ ແລະ ສານແລກປ່ຽນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ແລະ ເນື້ອໃນຜົນການພົບປະກັບການນໍາຂັ້ນສູງ ຂອງສອງປະເທດ ຫັນມາເປັນ ແຜນການ, ໂຄງການຮ່ວມມືລະອຽດ;
7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນແມ່ບົດຄູ່ ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນ, ໂດຍຫັນເປັນແຜນການ, ໂຄງການຮ່ວມມືລະອຽດ;
8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມ ຂອງຄະນະປະສານງານຮ່ວມມືພາກເໜືອລາວ ກັບ ແຂວງ ຢຸນນານ ສປ ຈີນ ໃນແຕ່ລະປີ;
9. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສຶກສາຄົ້ນຄວ້າເນື້ອໃນການຮ່ວມມື ແລະ ເຂົ້າຮ່ວມເຈລະຈາ ຍາດແຍ່ງເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ ມາປະກອບ ສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ແລະ ສັນຍາສອງຝ່າຍ, ຫຼາຍຝ່າຍ ໃຫ້ສໍາເລັດຕາມຄາດໝາຍ;
10. ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄ້ວານໍາສະເໜີ ການຮັບຮອງເອົາໂຄງການຕ່າງໆ ທີ່ໄດ້ຮັບທຶນຊ່ວຍ ເຫຼືອທາງການເພື່ອການພັດທະນາ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງກົນໄກການປະສານງານ, ກົນໄກການຮ່ວມມື, ຄົ້ນຄວ້າອອກແຈ້ງການແນະນໍາ, ຂັ້ນຕອນຍາດແຍ່ງການຊ່ວຍເຫຼືອ ຈາກຕ່າງ ປະເທດ ດ້ານການຮ່ວມມື ໃຫ້ເປັນລະບົບແຕ່ສູນກາງຮອດທ້ອງຖິ່ນ;
11. ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ເພື່ອກະກຽມດ້ານເນື້ອໃນ ແລະ ຂຶ້ນແຜນງົບປະມານ ໃນການເຂົ້າຮ່ວມກອງປະຊຸມ ລະດັບຕ່າງໆ ໃຫ້ແກ່ການນໍາ ແລະ ຄະນະວິຊາການ ຢູ່ພາຍໃນ ແລະ ຕ່າງ ປະເທດ;
12. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງ, ຄຸ້ມຄອງ ລະບົບຖານຂໍ້ມູນ ແລະ ເອກະສານກ່ຽວກັບວຽກງານການຮ່ວມມື ໃນຂະແໜງກະສິກໍາ ແລະ ປ່າໄມ້;
13. ຄົ້ນຄ້ວາ ນໍາສະເໜີຮັບເອົາຊ່ຽວຊານ, ອາສາສະໝັກ ແລະ ບັນດານັກສຶກສາແລກປ່ຽນບົດຮຽນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຄຸ້ມຄອງ ແລະ ອໍານວຍຄວາມສະດວກ ໃນລະຫວ່າງການປະຕິບັດໜ້າທີ່ ຢູ່ ສປປ ລາວ ເປັນຕົ້ນ ວີຊາເຂົ້າ-ອອກ, ບັດພັກເຊົາ, ບັດປະຈໍາຕົວ ແລະ ອື່ນໆ ຕາມລະບຽບການວາງອອກ;
14. ເປັນໃຈກາງໃນການສັງລວມບັນດາແນວທາງນະໂຍບາຍເປີດກວ້າງ ການພົວພັນ, ຮ່ວມມືກັບສາກົນ ແລະ ການເຊື່ອມໂຍງເສດຖະກິດ ລະດັບພາກພື້ນ ແລະ ສາກົນ, ບັນດາລະບຽບກົດໝາຍ, ຂໍ້ຕົກລົງຕ່າງໆ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງສປປ ລາວ, ແຜນຍຸດທະສາດ, ແຜນງານການຮ່ວມມື;
15. ສັນຍາການຮ່ວມມືເສດຖະກິດຕ່າງ ຂອງອາຊຽນ, ພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານການຄ້າໂລກ ແລະ ຈຸດສອບຖາມສຸຂານາໄມພືດ ແລະ ສັດ;
16. ທຸກ​ການ​ພົວພັນ ແລະ ປະສານງານ ຕ້ອງ​ໄດ້​ແຈ້ງໃຫ້ບັນດາກອງ​ເລຂາ​ແຫ່ງ​ຊາດ​ ຂອງ​ຕົນ​ຊາບຕາມ​ຫຼັກ ການບໍລິການ​ຜ່ານ​ປະຕູ​ດຽວ;
17. ເປັນໃຈການໃນການຄົ້ນຄວ້າ, ເຂົ້າຮ່ວມສຶກສາ, ວິເຄາະຜົນປະໂຫຍດ ຂອງວຽກງານການເຊື່ອມໂຍງເສດຖະກິດເຊັ່ນ: ການຮ່ວມມືອາຊຽນ; ການຮ່ວມມືເສດຖະກິດອະນຸພາກພື້ນ, ພາກພື້ນ; ການສ້າງເຂດການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານອົງການການຄ້າໂລກ ແລະ ຈຸດສອບຖາມສຸຂານາໄມພືດ ແລະ ສັດ ຂອງວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການປະສານສົມທົບກັບພາກ ສ່ວນກ່ຽວຂ້ອງຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;
18. ເປັນ​ໃຈກາງ​ໃນ​ການ​ປະສານ​ສົມທົບ ກັບ​ບັນດາ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​​ເຜີຍ​ແຜ່ວຽກ​ງານ​ການ​ຮ່ວມ​ມືອາ​ຊຽນ; ຮ່ວມ​ມື​ເສດຖະກິດ ອະນຸ​ພາກພື້ນ, ​ພາກພື້ນ; ການ​ສ້າງ​ເຂດການ​ຄ້າ​​ເສລີສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ວຽກງານ​ການ​ຄ້າ​ໂລກ ແລະ ຈຸດສອບຖາມສຸຂານາໄມພືດ ແລະ ສັດ ໃຫ້ພາກສ່ວນທີ່​ກ່ຽວຂ້ອງ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ແນໃສ່ຄວາມ​ເປັນ​ເອກະ​ພາບພາຍ​ໃນ ທາງ​ດ້ານທັດສະນະ​ການ​ເຊື່ອມ​ໂຍງເສດຖະກິດກັບພາກພື້ນ ແລະ ສາ​ກົນ;
19. ເປັນ​ໃຈກາງ​ໃນ​ການປະສານ​ງານ​ ກັບ​ບັນດາ​ພາກສ່ວນ​ກ່ຽວຂ້ອງ ຢູ່​ຂັ້ນ​ສູນ​ກາງ​ ແລະ ທ້ອງ​ຖິ່ນ ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວວຽກ​ງານ​ເຊື່ອມ​ໂຍງ​ເສດຖະກິດ ເຊັ່ນ​: ຮ່ວມ​ມືອາ​ຊຽນ; ຮ່ວມ​ມື​ເສດຖະກິດອະນຸ​ພາກພື້ນ,​ພາກພື້ນ; ການ​ສ້າງ​ເຂດການ​ຄ້າ​​ເສລີສອງ​ຝ່າຍ​ ແລະ ຫຼາຍ​ຝ່າຍ, ​ແລວ​ທາງ​ເສດຖະກິດ​ຕ່າງໆ, ວຽກງານ​ການ​ຄ້າ​ໂລກ ແລະ ຈຸດສອບຖາມສຸຂານາໄມພືດ ແລະ ສັດ ຂອງ​ຂະ​ແໜງ​ການ​ກະສິກຳ​, ປ່າ​ໄມ້ ແລະ​ ພັດ ທະນາຊົນນະບົດ ເພື່ອເປັນການຍາດແຍ່ງເອົາຜົນປະໂຫຍດ ໃຫ້ແກ່ປະເທດຊາດ ຫຼາຍເທົ່າທີ່ຈະຫຼາຍໄດ້;
20. ເປັນ​ໃຈກາງປະສານ​ສົມທົບ ກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ສັງລວມແຜນການເຄື່ອນໄຫວເຂົ້າຮ່ວມ ກອງປະຊຸມ, ແຜນ​ເປັນ​ເຈົ້າພາບ ​​ແລະ​ ເປັນ​ປະທານຈັດ​ກອງ​ປະຊຸມ ເພື່ອຂຶ້ນ​ແຜນ​ງົບປະມານ ປະຈຳແຕ່ລະປີກ່ຽວ​ກັບ ວຽກ​ງານ​ການ​ຮ່ວມ​ມືອາ​ຊຽນ, ຮ່ວມ​ມື​ເສດຖະກິດ​ອະນຸ​ພາກພື້ນ, ພາກພື້ນ; ການ​ສ້າງ​ເຂດການ​ຄ້າ​​ເສລີ ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ວຽກງານການ​ຄ້າ​ໂລກ ແລະ ຈຸດສອບຖາມ ສຸຂານາໄມພືດ ແລະ ສັດ ຂອງວຽກງານກະສິກຳ,​ ປ່າ​ໄມ້ ແລະ​ ພັດທະນາຊົນນະບົດ;
21. ເປັນ​ໃຈກາງ​ໃນ​ການ​ຊຸກ​ຍູ້, ຕິດຕາມ​ ການຈັດ​ຕັ້ງ​ປະຕິບັດບັນດາ​ແຜນງານ, ຂໍ້​ຕົກລົງ, ສັນຍາ​ການ​ຮ່ວມ​ມື, ວຽກ​ງານ​​ຮ່ວມ​ມືອາ​ຊຽນ; ຮ່ວມ​ມື​ເສດຖະກິດ​ອະນຸ​ພາກພື້ນ, ພາກພື້ນ; ວຽກງານການ​ຄ້າ​ໂລກ ແລະ ຈຸດສອບຖາມສຸຂານາໄມພືດ ແລະ ສັດ ຂອງວຽກງານກະສິກຳ,​ ປ່າ​ໄມ້ ແລະ​ ພັດທະນາຊົນນະບົດ;
22. ເປັນ​ໃຈກາງ​ປະສານ​ງານ ກັບ​ພາກສ່ວນ​ກ່ຽວ​ຂ້ອງ ​ເພື່ອ​ສະຫຼຸບ, ສັງ​ເກດ​ຕີ​ລາຄາ ການຈັດ​ຕັ້ງ​ຜັນ​ຂະຫຍາຍ ແຜນ​ຍຸດ​ທະ​ສາດ, ​ແຜນ​ງານ​ການ​ຮ່ວມ​ມື, ສັນຍາ​ການ​ຮ່ວມ​ມື​ເສດຖະກິດ​ຕ່າງໆ ຂອງອາ​ຊຽນ, ອະນຸ​ພາກພື້ນ, ພາກພື້ນ (ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ); ອົງການ​ການ​ຄ້າ​ໂລກ ​ເພື່ອ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ ​ແລະ ກອງ​ເລຂາ​ອາ​ຊຽນ​ແຫ່ງ​ຊາດ (ກົມ​ອາຊຽນ, ກົມ​ເສດຖະກິດ ກະຊວງ​ການ​ຕ່າງປະ​ເທດ); ຈຸດ​ປະສານ​ງານການ​ສ້າງ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ ແລະ​ ອົງການ​ການ​ຄ້າ​ໂລກ (ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ກະຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າ) ໃນ​ແຕ່ລະ​ໄລຍະ;
23. ເປັນ​ໃຈກາງ​ໃນ​ການ​ຄົ້ນຄວ້າ​ທິດ​ທາງ, ນະ​ໂຍບາຍ​ການ​ຄ້າ​, ລະບຽບ​ການ​ຄ້າກະສິກຳ, ການສ້າງ​ເຂດການຄ້າ​ເສລີ ​ແລະ ການ​ສ້າງ​​ແຜນຜູກ​ມັດ​ອັດຕາ​ພາສີ ຢູ່​ໃນ​ຂັ້ນຕອນ​ກາ​ນຫັນນະ​ໂຍບາຍ ​ແລະ ມາດ​ຕະການປົກ​ປ້ອງ​ການ​ຜະລິດຕ່າງໆ ເປັນ​ອັດຕາ​ພາສີ, ແຜນຫຼຸດຜ່ອນ​ອັດຕາ​ພາສີ​ ​ແລະ ລຶບລ້າງ​ສິ່ງ​ກີດ​ຂວາງທີ່​ບໍ່​ແມ່ນ​ອັດຕາ​ພາສີ, ​ໂດຍ​ການ​ປະສານ​ສົມທົບກັບ​ພາກສ່ວນ​ກ່ຽວຂ້ອງ ລວມທັງ​ພາກລັດ ​ແລະ ​ເອກະ​ຊົນ ຢູ່ຂັ້ນ​ສູນ​ກາງ​ ແລະ ​ທ້ອງ​ຖິ່ນ, ​ແລະ ກຳນົດຍຸ​ດທະວິ​ທີ​ ​ໃນການ​ເຈ​ລະ​ຈາ ການ​ຄ້າ​ກະສິກຳ ​ແລະ ປ່າ​ໄມ້ ໃນ​ຂອບ​ການ​ຄ້າສອງ​ຝ່າຍ ​ແລະ​ ຫຼາຍ​ຝ່າຍ ​ເພື່ອ​​ໃຫ້​ໄດ້ຜົນ​ປະ​ໂຫຍ​ດ​ສູງ​ສຸດ;
24. ເປັນ​ໃຈກາງ​ໃນ​ການສຶກສາ ແລະ ຄົ້ນຄວ້າ ວຽກງານ​ການ​ປະຕິບັດ​ສັນຍາ, ຂໍ້​ຜູກ​ພັນ ​ແລະ ພັນທະ​ໃນ​ການ​ເຂົ້າ​ເປັນ​ສະມາຊິກ ຂອງ​ອົງການ​ການ​ຄ້າ​ໂລກ ໃຫ້ກອ​ງ​ເລຂາ​ຂອງຄະນະ​ກຳມະການ​ປະສານ​ງານ​ລະດັບ​ຊາດ​ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເສດຖະກິດກັບ​ສາກົນ ແລະ ຄົ້ນຄວ້າວຽກງານ ໜ່ວຍ​ງານອັຟຕາ ​ແຫ່ງ​ຊາດ ​ແລະ ວຽກທີ່​ຕິດ​ພັນ​ກັບ ການ​ສ້າງ​ເຂດການ​ຄ້າ​ເສລີອາຊຽນ ​ແລະ ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ​ຕ່າງໆ ຂອງອາ​ຊຽນ (ອົດສະຕາລີ-ນິວຊີແລນ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ);
25. ເປັນ​ໃຈກາງປະສານ​ງານ ກັບ​ພາກສ່ວນທີ່​ກ່ຽວຂ້ອງ ​ໃນການ​ປັບປຸງ ​ແລະ ພັດທະນາລະບຽບການ,​ ຂໍ້​ຕົກ ລົງ, ກົດໝາຍຕ່າງໆ ຂອງວຽກງານກະສິກຳ, ​ປ່າ​ໄມ້ ແລະ ພັດທະນາຊົນນະບົດ, ​​ໃນ​ເງື່ອນ​​ໄຂເຊື່ອມ​ໂຍງເສດຖະກິດ ກັບ​ພາກພື້ນ ແລະ ສາກົນ ເພື່ອ​ເຮັດ​ໃຫ້ບັນດາກົດໝາຍ ທີ່ສ້າງຂຶ້ນມາ​ແລ້ວນັ້ນສອດ​ຄ່ອງກັບລະບຽບຫຼັກການສາກົນ ກໍ​ຄື ອົງການການ​ຄ້າ​ໂລກ;
26. ຂຶ້ນແຜນຄວາມຕ້ອງການ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອກໍ່ສ້າງຍົກລະດັບ ຄວາມຮູ້,ຄວາມສາມາດດ້ານວິຊາສະເພາະ ແລະ ພາສາຕ່າງປະເທດໃຫ້ແກ່ພະນັກງານ ທີ່ເຄື່ອນໄຫວວຽກງານຮ່ວມມື ຂອງຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ, ບັນດາພະແນກ, ສູນຂອງກົມ ແລະ ຂະແໜງການສາຍຕັ້ງຢູ່ທ້ອງຖິ່ນ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ ໃນ​ແຕ່ລະ​ໄລຍະ;
27. ເປັນຈຸດສອບຖາມ ວຽກງານສຸຂານາໄມພືດ ແລະ ສັດ ຂອງຂະແໜງກະສິກຳ ແລະ ປ່າໄມ້ ໂດຍການສົມ ທົບກັບຈຸດປະສານງານ ຢູ່ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ແລະ ກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງເຊັ່ນ: ຈຸດແຈ້ງຂໍ້ມູນ (NTP) ວຽກງານອົງການການຄ້າໂລກ ທີ່ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ຈຸດແຈ້ງຂໍ້ມູນສິ່ງກີດ ຂວາງດ້ານເຕັກນິກ ຕໍ່ການຄ້າ (TBT-EP) ກົມມາດຕະຖານ, ກະຊວງອຸດສະຫະກຳ ແລະ ການຄ້າ;
28. ສະຫລຸບ, ສັງລວມ ລາຍງານ ການຈັດຕັ້ງປະຕິບັດວຽກງານຮ່ວມມື ປະຈໍາ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ໃຫ້ການນຳກົມ ແລະ ກະຊວງຊາບເປັນປົກກະຕິ;
29. ປະຕິບັດຫນ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.