ພະແນກຄຸ້ມຄອງການລົງທຶນ

ພະແນກຄຸ້ມຄອງການລົງທຶນ ມີໜ້າທີ່ດັ່ງນີ້:

1. ​ເປັນເສນາທິການກົມໃນການຄົ້ນຄວ້າ, ປະກອບຄໍາເຫັນ ກ່ຽວກັບການສະເໜີຂໍອະນຸຍາດລົງທຶນດ້ານກະສິ ກຳ, ປ່າໄມ້, ການປຸງແຕ່ງກະສິກໍາ ແລະ ປ່າໄມ້ ພ້ອມທັງຕິດຕາມ, ກວດກາ, ຄຸ້ມຄອງການລົງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ; ເປັນໜ່ວຍງານປະສານງານວຽກງານບໍລິການ ການລົງທຶນປະຕູດຽວ, ປັບປຸງກົນໄກຄົ້ນຄວ້າການລົງທຶນຜ່ານປະຕູດຽວ ໃຫ້ວ່ອງໄວ ຫຼຸດຜ່ອນຫຼາຍຂອດຫຼາຍຂັ້ນ; ຄົ້ນຄວ້າ, ສ້າງ ແລະ ປັບປຸງ​ລະບຽບການ​ຄຸ້ມ​ຄອງ, ສ້າງ​ບັນຊີ​ ກິດຈະການ​ວຽກງານການ​ລົງທຶນ​ດ້ານ​ກະສິກຳ, ປ່າ​ໄມ້, ດ້ານການປຸງແຕ່ງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າ ສະເໜີກົມ ເພື່ອສະເໜີຫາ ຫ້ອງການອອກໃບອະນຸຍາດດໍາເນີນທຸລະກິດກະສິກໍາ, ປ່າໄມ້, ການປຸງແຕ່ງກະສິກໍາ-ປ່າໄມ້ ຕາມລະບຽບກົດໝາຍ ແລະ ລະບຽບການ;
2. ໂຄສະນາ, ເຜີຍແຜ່, ພົວພັນຮ່ວມມື, ລະດົມຂົນຂວາຍການລົງທຶນ ແລະ ຍາດແຍ່ງການຊ່ວຍເຫຼືອ ປະກອບ ສ່ວນພັດທະນາ ວຽກງານກະສິກຳ ແລະ ປ່າໄມ້;
3. ສະໜອງຂໍ້ມູນຂ່າວສານທີ່ຈຳເປັນ, ​ສ້າງສະພາບແວດລ້ອມ ເງື່ອນໄຂອຳນວຍຄວາມສະດວກ​ໃຫ້​ແກ່​ຜູ້​ລົງທຶນ ໃນການດຳເນີນການບໍລິການການລົງທຶນປະຕູດຽວ ແລະ ດ້ານອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ;
4. ເປັນໃຈກາງ ຄົ້ນຄວ້າ, ປະຊຸມ, ປຶ​ກສາ​ຫາລືກັບ​ພາກທີ່ສ່ວນ​​ກ່ຽວຂ້ອງ ກ່ຽວກັບການສະເໜີຂໍອະນຸຍາດລົງທຶນ ດ້ານກະສິກຳ ແລະ ປ່າໄມ້, ສະເໜີຂໍຢັ້ງຢືນຮັບຮອງບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ, ສະເໜີຂໍອອກ ແລະ ຂໍຕໍ່ໃບອະນຸຍາດດຳເນີນກິດຈະການກະສິກຳ ແລະ ປ່າ​ໄມ້, ສະເໜີຂໍອະນຸຍາດບຸກເບີກ ແລະ ຂໍຫັນ ປ່ຽນເນື້ອທີ່ດິນກະສິກຳ ແລະ ທີ່ດິນປ່າໄມ້, ສະເໜີຂໍອະນຸຍາດຜ່ານແຜນນຳເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ ແລະ ພາຫະນະຮັບໃຊ້ການຜະລິດໂດຍກົງ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ແລະ ຕິດພັນກັບວຽກງານການລົງທຶນດ້ານກະສິກຳແລະ ປ່າໄມ້ ບົນພື້ນຖານ ຕາມລະບຽບກົດໝາຍ;
5. ເຂົ້າຮ່ວມກອງປະຊຸມປຶກສາຫາລື ກ່ຽວກັບວຽກງານສົ່ງເສີມການລົງທຶນ ທີ່ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນຕາມບົດບາດໜ້າທີ່ ແລະ ກອງປະຊຸມຕ່າງໆ ທີ່ໄດ້ກໍາ ນົດອອກ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ;
6. ຊຸກຍູ້, ຕິດຕາມ, ກວດກາ ແລະ ການປະເມີນຜົນ ກ່ຽວກັບການເຄື່ອນໄຫວວຽກງານກິດຈະການລົງທຶນ ດ້ານກະສິກຳ ແລະ ປ່າໄມ້ ຂອງບັນດາວິສາຫະກິດ ພ້ອມທັງລາຍງານ ໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;
7. ສ້າງ, ປັບປຸງ ແບບແຜນວິທີເຮັດວຽກ, ກົນໄກການປະສານງານ, ລະບົບ​ການ​ຄຸ້ມ​ຄອງລະບົບຖານຂໍ້ມູນຂ່າວ ສານ, ສະຖິຕິ ​ແລະ ລະບົບການລາຍງານ ກ່ຽວກັບວຽກງານ​ການ​ລົງທຶນ ​ໃນ​ຂະ​ແໜງກະສິກໍາ ແລະ ປ່າໄມ້ ໃຫ້ເປັນເອກະພາບກົມກຽວກັນໃນການຈັດຕັ້ງປະຕິບັດວຽກງານ ຂອງຂັ້ນສູນກາງ ແລະ ທ້ອງຖິ່ນ;
8. ສ້າງແຜນການເຄື່ອນໄຫວວຽກງານ, ລາຍງານສະພາບຄວາມຄືບໜ້າ ແລະ ສະຫຼຸບຕີລາຄາ ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານສົ່ງເສີມ, ຄຸ້ມຄອງການລົງທຶນ ດ້ານກະສິກຳ ແລະ ປ່າໄມ້ ປະຈໍາ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ;
9. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.