ພາລະບົດບາດ
ກົມແຜນການ ແລະ ການຮ່ວມມື ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜຮ” ແມ່ນໂຄງປະກອບກົງຈັກ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານແຜນການ, ນະໂຍບາຍກະສິກໍາ, ການຮ່ວມມືສາກົນ, ເຊື່ອມໂຍງເສດຖະກິດ, ການລົງທຶນ, ການຄຸ້ມຄອງໂຄງການ ແລະ ວຽກງານສະຖິຕິກະສິກໍາ.
ໜ້າທີ່
ກົມແຜນການ ແລະ ການຮ່ວມມື ມີໜ້າທີ່ ດັ່ງນີ້:
1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອຶ່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆ ຂອງກະຊວງກະສິກໍາ ແລະ ປ່າໄມ້;
2. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງກະຊວງ ພ້ອມທັງເປັນໃຈການຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
3. ສຸມທຸກກຳລັງແຮງ ເພື່ອຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນທົດແທນການນຳເຂົ້າ;
4. ຄົ້ນຄວ້າ, ສ້າງຮ່າງຍຸດທະສາດ, ແຜນການ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາຮັບຮອງ; ສ້າງແຜນງານ, ແຜນການ ແລະ ໂຄງການ; ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ເປັນຕົ້ນແມ່ນໂຄງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ, ໂຄງການຜະ ລິດກະສິກໍາ ແລະ ປ່າໄມ້ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງອອກ ເປັນຕົ້ນແມ່ນພືດ-ສັດທີ່ມີທ່າແຮງ, ພືດ-ສັດ ທີ່ໄດ້ມີສັນຍາກັບປະເທດຄູ່ຄ້າແລ້ວ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາອະນຸມັດ ພ້ອມທັງເປັນໃຈກາງຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
5. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທີ່ຈໍາເປັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການສົ່ງອອກ ເພື່ອສະເໜີ ກະຊວງ ແລະ ລັດຖະບານ ພິ ຈາລະນາ;
6. ສ້າງແຜນການ ແລະ ແຜນງົບປະມານ, ຈັດສັນ, ດັດແກ້ ຕົວເລກງົບປະມານ ລາຍຈ່າຍລົງທຶນຂອງລັດ ພາກ 67 ເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ອໍານວຍຄວາມສະ ດວກໃນການປະກອບເອກະສານຂໍຖອນງົບປະມານພາກດັ່ງກ່າວ ເຖິງຫ້ອງການ ເພື່ອກວດກາຄວາມຖືກ ຕ້ອງ ແລະ ສະເໜີຂໍອະນຸມັດຈາກກະຊວງການເງິນ ຕາມກົດໝາຍ ແລະ ລະບຽບການ; ຊຸກຍູ້, ຕິດຕາມ, ປະເມີນຜົນ ການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານ;
7. ສັງລວມແຜນການ ແລະ ຄຸ້ມຄອງງົບປະມານການລົງທຶນຂອງລັດ ກໍ່ສ້າງ-ສ້ອມແປງ ພື້ນຖານໂຄງລ່າງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ນໍາໃຊ້ງົບປະມານລົງທຶນຂອງລັດ ທັງທຶນພາຍໃນ ແລະ ຕ່າງປະເທດ ສໍາລັບພື້ນຖານໂຄງລ່າງ, ສິ່ງປຸກສ້າງ, ພາຫະນະ, ກົນຈັກ, ວັດຖຸ-ອຸປະກອນ ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ການຈັດຊື້-ຈັດຈ້າງ ຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ກູ້ຢືມ ຕາມກົດໝາຍ ແລະ ລະບຽບການ;
8. ສັງລວມ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ແຜນພັດທະນາຂະແໜງກະສິກຳ ແລະ ປ່າ ໄມ້ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈໍາປີ ແລະ 5 ປີ ເພື່ອລາຍງານໃຫ້ຂັ້ນເທິງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ; ສະຫຼຸບລາຍງານວຽກງານກະສິກໍາ ເພື່ອໂພຊະນາການ, ເປົ້າໝາຍການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ; ວຽກງານໄພພິບັດ ແລະ ອື່ນໆ;
9. ເປັນເສນາທິການໃຫ້ການນໍາກະຊວງ ຄົ້ນຄວ້າພິຈາລະນາຮັບເອົາການຊ່ວຍເຫຼືອທາງການ ເພື່ອການພັດ ທະນາ (ODA), ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ໃຫ້ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງອ້ອມຂ້າງກະຊວງ, ຂະແໜງການສາຍຕັ້ງ ຢູ່ຂັ້ນທ້ອງຖິ່ນ ພ້ອມທັງເປັນເສນາທິການໃຫ້ກະຊວງ ໃນການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ ການຊ່ວຍເຫຼືອດັ່ງກ່າວ ໃຫ້ສຸມໃສ່ວຽກຈັດຕັ້ງປະຕິບັດວາລະແຫ່ງຊາດ, ວຽກຈຸດສຸມຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄລຍະ;
10. ພົວພັນຮ່ວມມື, ຂົນຂວາຍ ຍາດແຍ່ງການຊ່ວຍເຫຼືອຈາກສາກົນ (ສອງຝ່າຍ, ຫຼາຍຝ່າຍ, ໂຕະມົນ), ເພື່ອນມິດຍຸດທະສາດ ແລະ ການລົງທຶນ ຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ແລະ ພາກສ່ວນອື່ນໆ ຕາມແນວທາງນະໂຍບາຍ ບົນພື້ນຖານ ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ເພື່ອພັດທະນາຂະແໜງກະສິກໍາ ແລະ ປ່າໄມ້ ພ້ອມທັງປະຕິບັດພັນທະຕໍ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຢ່າງຕັ້ງໜ້າ; ອໍານວຍຄວາມສະດວກ ທາງດ້ານເອກະສານ ຂອງຊ່ຽວຊານ, ອາສາສະໝັກຕ່າງ ປະເທດ ທີ່ປະຕິບັດໜ້າທີ່ຢູ່ບັນດາໂຄງການຕ່າງໆ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້;
11. ເປັນໃຈກາງໃນການປະສານງານກັບ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ, ພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເຄື່ອນໄຫວວຽກງານເຊື່ອມໂຍງເສດຖະກິດອະນຸພາກພື້ນ, ພາກພື້ນ, ສາກົນ, ແລວທາງເສດຖະກິດຕ່າງໆ, ອົງການການຄ້າໂລກ ພ້ອມທັງຄົ້ນຄວ້າສະເໜີອະນຸມັດຂໍ້ຕົກລົງ ໃຫ້ພະນັກງານ-ລັດຖະກອນ ເຂົ້າຮ່ວມເຄື່ອນໄຫວວຽກງານດັ່ງກ່າວ ຈາກລັດຖະມົນຕີ; ເປັນຈຸດສອບຖາມວຽກງານສຸຂານາໄມພືດ ແລະ ສັດ ໃຫ້ພາກສ່ວນກ່ຽວ ຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
12. ເປັນເສນາທິການ ໃຫ້ການນໍາກະຊວງ ຄົ້ນຄວ້າ, ປະກອບຄໍາເຫັນ ກ່ຽວກັບການສະເໜີຂໍອະນຸຍາດລົງທຶນດ້ານກະສິກຳ, ປ່າໄມ້, ການປຸງແຕ່ງກະສິກໍາ ແລະ ປ່າໄມ້ ພ້ອມທັງຕິດຕາມ, ກວດກາ, ຄຸ້ມຄອງ ການລົງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ; ເປັນໜ່ວຍງານປະສານງານ ວຽກງານບໍລິການ ການລົງທຶນປະຕູດຽວ, ປັບປຸງກົນໄກຄົ້ນຄວ້າການລົງທຶນຜ່ານປະຕູດຽວ ໃຫ້ວ່ອງໄວ ຫຼຸດຜ່ອນຫຼາຍຂອດຫຼາຍຂັ້ນ; ຄົ້ນຄວ້າ, ສ້າງ ແລະ ປັບປຸງລະບຽບ ການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານການລົງທຶນ ດ້ານກະສິກຳ, ປ່າໄມ້, ດ້ານການປຸງແຕ່ງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າ, ສະເໜີ ຫ້ອງການ ອອກໃບອະນຸຍາດດໍາເນີນທຸລະກິດກະສິກໍາ, ປ່າໄມ້, ການປຸງແຕ່ງກະສິກໍາ-ປ່າໄມ້ ຕາມລະບຽບກົດໝາຍ ແລະ ລະບຽບການ;
13. ເປັນໃຈກາງໃນການສັງລວມຂໍ້ມູນສະຖິຕິກະສິກຳຈາກທ້ອງຖິ່ນ, ຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງອ້ອມຂ້າງກະຊວງ ແລະ ວິເຄາະ, ວິໄຈ ພ້ອມທັງຄຸ້ມຄອງ ແລະ ພັດ ທະນາລະບົບສະຖິຕິຂອງຂະແໜງການຢ່າງລວມສູນໃຫ້ສາມາດລາຍງານ, ຮັບໃຊ້ການສະຫຼຸບຕີລາຄາການສ້າງແຜນການ ແລະ ມາດຕະການ ຈັດຕັ້ງປະຕິບັດແຜນ ປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, 1 ປີ, 5 ປີ ແລະ ຄິດໄລ່ລວມຍອດຜະລິດຕະພັນພາຍໃນຂອງຂະແໜງການ;
14. ຄົ້ນຄວ້າ, ນໍາສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກໍານົດຕໍາແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນ ກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງ ພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ ຂອງຕົນ;
15. ປັບປຸງ, ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ວຽກງານແຜນການ, ການຮ່ວມມື, ລົງທຶນ, ສະຖິຕິ ຂອງ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ,ຂະແໜງການສາຍຕັ້ງຢູ່ຂັ້ນທ້ອງຖິ່ນ ຕາມທິດຫັນເປັນທັນສະໄໝ;
16. ປະກອບສ່ວນເຂົ້າໃນການພັດທະນາ ບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ທີ່ຂຶ້ນກັບກະ ຊວງກະສິກໍາ ແລະ ປ່າໄມ້ ພ້ອມທັງສະໜອງ ດ້ານເຕັກນິກ, ວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ;
17. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊາບ ແລະ ເພື່ອຊີ້ນຳ;
18. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນຳ.