ຂອບເຂດສິດ

ກົມແຜນການ ແລະ ການຮ່ວມມື ມີສິດດັ່ງນີ້:

1. ນໍາສະເໜີ ຮ່າງຍຸດທະສາດ, ແຜນງານ, ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງຂະແໜງກະສິກໍາ ແລະ ປ່າໄມ້, ນະໂຍບາຍ, ມາດຕະການໃນການສົ່ງເສີມການຜະລິດ ພາຍໃນ ແລະ ສົ່ງອອກ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ;
2. ສະເໜີຮັບເອົາການຊ່ວຍເຫຼືອທາງການ ເພື່ອການພັດທະນາ, ການອະນຸມັດລົງທຶນ, ການອອກໃບອະນຸ ຍາດດໍາເນີນທຸລະກິດ ພາຍໃນ ແລະ ຕ່າງປະເທດ,​ ການຄິດໄລ່ລວມຍອດຜະລິດຕະພັນພາຍໃນ ຂອງຂະ ແໜງກະສິກໍາ ແລະ ປ່າໄມ້ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ;
3.​ ອອກແຈ້ງການ, ຄໍາແນະນໍາ,​ ໜັງສືສະເໜີ ເຖິງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ແລະ ຂະແໜງສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານແຜນການ, ຮ່ວມມື, ລົງທຶນ ແລະ ສະຖິຕິ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ​ໃຫ້ໄດ້ຮັບຜົນສຳ​ເລັດຕາມຄາດໝາຍທີ່​ວາງໄວ້ ພ້ອມທັງກວດກາ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
4. ພົວພັນປະສານງານໂດຍກົງກັບ ກົມກ່ຽວຂ້ອງ ຂອງກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ກ່ຽວກັບວຽກງານ ແຜນການ, ຮ່ວມມື, ລົງທຶນ, ສະຖິຕິ ບົນພື້ນຖານການຕົກລົງເຫັນດີຂອງກະຊວງກະສິກຳ ແລະ ປ່າໄມ້;
5. ຊີ້​ນຳ, ຄຸ້ມ​ຄອງ ດ້ານ​ເຕັກນິກ, ວິຊາ​ການ ຕາມ​ການ​ແບ່ງ​ຂັ້ນ, ​ແບ່ງ​ຄວາມ​ຮັບຜິດຊອບ ​ແລະ ​ແບ່ງ​ສິດຕາມ​ສາຍ​ຕັ້ງ​ ໃນ​ການ​ຕົກລົງ​ບັນຫາຢ່າງ​ລະອຽດ, ຈະ​ແຈ້ງ ຕາມ​ກົດໝາຍ ​ແລະ ລະບຽບ​ການ ທີ່ວາງອອກ;
6. ສະເໜີປັບປຸງກົງຈັກການຈັດຕັ້ງຂອງຕົນ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບການສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກ ບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ ຕາມການແບ່ງຂັ້ນຄຸ້ມຄອງ, ການກໍານົດຕໍາແໜ່ງງານ ຕາມ​ທິດ​ກະທັດຮັດ, ​ເຂັ້ມ​ແຂງ ​ແລະ ມີ​ປະສິດທິພາບ;
7. ຄົ້ນຄວ້າ, ນໍາສະເໜີແຕ່ງຕັ້ງ, ບັນຈຸ-ສັບຊ້ອນ, ຈັດວາງບຸກຄະລາກອນ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ຍ້ອງຍໍຍົກຍ້າຍ, ປົດຕຳແໜ່ງ, ປະຕິບັດວິໄນຕໍ່ພະນັກງານພາຍໃນກົມ ຕາມລະບຽບການທີ່ໄດ້ກຳນົດໄວ້ ພ້ອມທັງສົ່ງເສີມບົດບາດ ຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ​ແລະ ​ແມ່-​ເດັກ;
8. ຮຽກ​ໂຮມ​ພະນັກງານ​ນຳພາ, ​ຄຸ້ມ​ຄອງ ​ແລະ ນັກ​ວິຊາ​ການຂອງ​ຕົນ ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມສ່ອງ​ແສງ​ລາຍງານປະຈຳອາທິດ, ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ, ກົນ​ຈັກ ​ແລະ ຕະຫຼາດນັດກະ​ສິກຳ, ການຈັດຝຶກ​ອົບຮົມ-ສຳ​ມະ​ນາ​ວິຊາ​ການ ​ແລະ ລົງ​ເຮັດ​ວຽກ​ພາກສະໜາມ ຢູ່​ທ້ອງ​ຖິ່ນ-​ຮາກ​ຖານ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ຕາມ​ທີ່​ໄດ້​ກໍານົດ​ໃນ​ລະບຽບ​ການ​ ທີ່​ກ່ຽວຂ້ອງ;
9. ຄົ້ນ​ຄວ້າ ​ແລະ ປະກອບ​ຄຳ​ເຫັນ ກ່ຽວ​ກັບ​ການ​ລົງທຶນ​ ພາຍ​ໃນ ​ແລະ ຕ່າງປະ​ເທດ ດ້ານ​ກະສິກຳ, ປ່າໄມ້ ​ແລະ ພັດທະນາ​ຊົນນະບົດ ບົນ​ພື້ນຖານ​ກົດໝາຍ ​ແລະ ລະບຽບ​ການ​ໃນ​ແຕ່ລະ​ໄລຍະ;
10. ຄຸ້ມ​ຄອງ ​ນຳ​ໃຊ້​ງົບປະມານ ​ແລະ ຊັບ​ສິນ​ຂອງ​ລັດ ​ໃຫ້ຈັ​ດຕັ້ງ​ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່ຄວາມຮັບຜິດ ຊອບ​ຂອງ​ກົມ ຕາມ​ກົດໝາຍ ​ແລະ ລະບຽບ​ການ ທີ່​ກຳນົດ​ໄວ້;
11. ຈັດກອງປະຊຸມ​ປຶກສາ​ຫາລື ວຽກງານທີ່​ກ່ຽວ​ຂ້ອງ​ຂອງ​ຕົນ​ ເຊັ່ນ: ວຽກງານ​ແຜນການ, ສະຖິຕິ, ຮ່ວມ​ມື, ລົງທຶນ, ການ​ປະມູນຈັດ​ຊື້-ຈັດ​ຈ້າງ ​ແລະ ອື່ນໆ ຂອງ​ຂະແໜງການກະສິກຳ ແລະ ປ່າ​ໄມ້;
12. ເຊັນສັນຍາ, ອະນຸສັນຍາ ແລະ ບົດບັນທຶກ ເອກະສານທາງການຕ່າງໆ ກ່ຽວກັບວຽກງານການຮ່ວມມື ແລະ ການລົງທຶນ ພາຍໃນ ແລະ ຕ່າງປະເທດ ກັບອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ເຂົ້າຮ່ວມກອງປະຊຸມ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງຂັ້ນເທິງ;
13. ລົງລາຍເຊັນເອກະສານປະກອບຄຳເຫັນວຽກງານທີ່ຕົນ​ຮັບຜິດຊອບ ​ຕາມ​ພາລະ​ບົດບາດ ເຖິງຫ້ອງການ,​ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ​ພ້ອມທັງລົງລາຍເຊັນ​ຢັ້ງຢືນເອກະສານຕ່າງ​ໆ ຕາມ​ການ​ຕົກລົງ ແລະ ມອບ​ໝາຍຂອງຂັ້ນເທິງ;
14. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊາບ ແລະ ເພື່ອຊີ້ນຳ;
15. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນຳ.