You are currently viewing ກອງປະຊຸມສະຫຼຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ກອງປະຊຸມສະຫຼຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ, ໂຄງການຜະລິດກະສິກຳເປັນສີນຄ້າ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມ ສະຫລຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10 ຢູ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ Binh Thang Cao ຫົວໜ້າທິມທີ່ປຶກສາທະນາຄານໂລກ ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ທິມງານງານທະນາຄານໂລກ, ຮອງຫົວໜ້າພະແນກກະສິກຳ ແລະ ໄມ້, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ມີຄຳເຫັນກ່ຽວກັບການຕິດຕາມຊຸກຍູ້ການຈັດຕັ້ງປະຕິດບັດໂຄງການ ເຊິ່ງໄດ້ເລີ່ມຕັ້ງແຕ່ວັນ 06-20 ກັນຍາ 2023 ທີ່ຜູ້ປະສານງານຈາກບັນດາກົມ-ສະຖາມບັນ ແລະ ຜູ້ປະສານງານຈາກບັນດາແຂວງເປົ້າໝາຍ ໄດ້ຮ່ວມເຮັດວຽກກັບທີມງານທະນາຄານໂລກໃນການລົງຕິດຕາມການເຮັດວຽກໃນຄັ້ງນີ້. ໃນທີ່ປະຊຸມແມ່ນໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການ ລວມທັງວຽກງານສະເພາະໜ້າທີ່ຍັງຄົງຄ້າງ ແລະ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ທີ່ຈະມີແຜນສິ້ນສຸດໃນເດືຶອນ ມິຖຸນາ 2024 ເຊັ່ນ: ສືບຕໍ່ຊຸກຍູ້ແຜນການລົງທືນຂອງກຸ່ມພືດຜັກ ແລະ ກຸ່ມສາລີ, ຍຸກຍູ້ກຸມແນວພັນ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ, ຕິດຕາມແຜນທຸກລະກິດຂອງຜູ້ປະກອບການທຸລະກິດກະສິກຳ ໃນ 05 ແຂວງຂອງໂຄງການ, ສືບຕໍ່ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດໂຄງການຍ່ອຍພື້ນຟູປັບປຸງສ້ອມແປງຊົນລະປະທານໃນເຂດພື້ນທີ່ໂຄງການ ລວມທັງປະເມີນການຈັດຕັ້ງປະຕິບັດມາດຕະຖານກະສິກຳທີ່ດີ GAP ຂອງກຸ່ມຜະລິດເມັດພັນ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ ທີ່ໄດ້ຮັບການຍັ້ງຢືນກະສິກຳທີ່ດີ. ໃນທີ່ປະຊຸມຍັງໄດ້ມີການປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄງການໃນແຕ່ລະດ້ານຢ່າງກົງໄປກົງມາ ແລະ ຂໍ້ແນະນຳຂອງທະນາຄານໂລກເພຶ່ອກະກຽມຄວາມພ້ອມສຳລັບໂຄງການໃໝ່ທີ່ຈະໄດ້ຮັບທຶນໃນຕໍ່ໜ້າ.