Get Adobe Flash player

ກອງປະຊຸມໜ່ວຍງານການຄຸ້ມຄອງປ່າໄມ້ ອາຊຽນ ຄັ້ງທີ 14, ທີ່ ໂຮງແຮມເອເລວັນ, ເມືອງປາກເຊ, ແຂວງ ຈໍາປາສັກ, ໃນວັນທີ 22-24 ພຶດສະພາ 2018 (The 14th Meeting of the ASEAN Working Group on Forest Management)

huammue

ເພື່ອເປັນການປະຕິບັດຕາມສິດແລະພັນທະ ຂອງປະເທດສະມາຊິກອາຊຽນ ກ່ຽວກັບ ການເປັນເຈົ້າພາບຈັດ ແລະ ເປັນປະທານກອງປະຊຸມ ອາຊຽນ ໃນແຕ່ລະລໍາດັບ (ລະດັບໜ່ວຍງານວິຊາການ, ລະດັບໜ່ວຍງານຊຽວຊານ, ລະດັບເຈົ້າໜ້າທີ່ອາວຸໂສ, ລະດັບລັດຖະມົນຕີ), ສປປ ລາວ ກໍຄື ກະຊວງກະສິກຳ ແລະ ປ່າໄມ້, ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ໄດ້ເປັນເຈົ້າການປະສານສົມທົບ ກັບກອງເລຂາອາຊຽນ ທີ່ ນະຄອນຫລວງຈາກາກຕາ ປະເທດອິນໂດເນເຊຍ ເພື່ອຈັດກອງປະຊຸມ ໜ່ວຍງານການຄຸ້ມຄອງປ່າໄມ້ ອາຊຽນ ຄັ້ງທີ 14 ທີ່ ໂຮງແຮມເອຣາວັນ, ນະຄອນປາກເຊ, ແຂວງຈຳປາສັກ ໃນລະຫວ່າງ ວັນທີ 22-24 ພຶດສະພາ 2018. Continue reading

ກອງປະຊຸມປຶກສາຫາລືຜົນຂອງການສໍາຫຼວດຕົ້ນທຶນການຜະລິດເຂົ້ານາປີ 2017 ຂອງຊາວກະສິກອນໃນ 10 ແຂວງເປົ້າໝາຍການຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ

sounsathiti sounsathiti2

ໄດ້ຈັດຂຶ້ນໃນ​ເວລາ 13:30-16:00 ​ຂອງ​ວັນທີ17ພຶດສະພາ2018​ເວລາ ທີ່ຫ້ອງປະຊຸມກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້,ໂດຍການເປັນປະທານຂອງທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການແລະການ​ເງິນ,​ມີຜູ້ຕາງໜ້າຈາກບັນດາຫ້ອງການ, ກົມ, ສະຖາບັນ ແລະ ພະແນກ​ການຕ່າງໆອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ນອກນັ້ນຍັງມີ ຜູ້ຕາງໜ້າຈາກ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ສູນສະຖິຕິແຫ່ງຊາດ ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ07ທ່ານ. Continue reading

ການເຊັນສັນຍາກູ້ຢືມເງິນຈາກທະນາຄານໂລກ 25 ລ້ານໂດລາ ເພື່ອພັດທະນາຄຸນນະພາບດ້ານກະສິກໍາ

IMG_2263 2 ໃນ ວັນທີ 17 ພຶດສະພາ 2018 ທີ່ ກະຊວງການເງິນ ໄດ້ມີການຈັດພິທີເຊັນສັນຍາ ກູ້ຢືມເງິນຈຳນວນ 25 ລ້ານໂດລາສະລັດ ຈາກທະນາຄານ ໂລກ ໃນການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ, ເຊິ່ງໂຄງການດັ່ງກ່າວ ແມ່ນຈະສະໜັບສະໜູນ 28.000 ຄົວເຮືອນ ຂອງຊາວກະສິກອນຈາກ 224 ບ້ານ ໃນຂົງເຂດຊົນນະບົດ ໂດຍມີຈຸດປະສົງເພື່ອເພີ່ມຄວາມອາດສາມາດ ໃນການແຂ່ງຂັນ ຂອງໂຕ່ງໂສ້ມູນຄ່າຂອງສິນຄ້າກະສິກຳ ໃນພື້ນທີ່ໂຄງການ ຊື່ງຈະເນັ້ນໃສ່ ການປັບປຸງປະສິທິພາບ ແລະ ຄວາມຍືນຍົງ ໃນການເຮັດ ກະສິກຳ ແລະ ການເພີ່ມຂີດຄວາມສາມາດທາງການຄ້າຂາຍສິນຄ້າກະສິກຳ. Continue reading