Get Adobe Flash player

ກອງປະຊຸມ ໂຄງການ ເຊື່ອມໂຍງ ແລະຫຼຸດຜ່ອນຄວາມສ່ຽງ ຈາກໄພພິບັດ ໃນຂະແໜງ ກະສິກຳ.

plankan

ພະ​ແນ​ກ​ແຜນການ, ກົມ​ແຜນ​ການແລະການ​ເງິ​ນ, ໄດ້​ຈັດ​ກອງ​ປະ​ຊຸ​ມ ຄັ້ງ​ປະ​ຖົມ​ມະ​ເລີກ ໂຄງການ​ເຊື່ອມ​ໂຍງ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງຈາກ​ໄພພິບັດ ​ໃນຂະ​ແໜງກະສິກຳໃນ​ຄັ້ງ​ວັນ​ທີ06 ກໍລະ​ກົດ 2018 ທີ່ ທ່າ​ລາດ ແຂວງວຽງ​ຈັນໂດຍ​ ການ​​ເປັນ​ປະ​ທານ ຂອງ ທ່ານ ສະ​ຫວັນ ຫານ​ພົມ ຮອງ​ຫົວ​ໜ້າ ກົມ​ແຜນ​ການ ແລະ ການ​ເງິນ, ຊຶ່ງ​ມີ​ບັນ​ດາກົມ         ​ວິ​ຊາ​ການທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ. ໂຄງ​ການ​ດັ່ງ​ກ່າວ ແມ່ນໄດ້​ຮັບການ​ສະໜັບສະ​ໜູນຈາກ ອົງການອາຫານໂລກ ຈຳນວນ 59.000 ​ໂດ​ລາ​ສະຫະ​ລັດ ຊື່​ງມີ​ຈຸດປະສົງ ​ເພື່ອ​​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ພະນັກງານ ​ແຂວງ ​ແລະ ​ເມືອງ ​ໃນ​ການສ້າງ​ແຜນ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງຈາກ​ໄພພິບັດໃນ​ການ​ຜະລິດ ກະສິກຳ, ພ້ອມກັນ​ນັ້ນ ກໍ່ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ຊາວນາໃນ​ການປັບ​ຕົວ​​ເຮັດ​ການ​ຜະລິດກະສິກຳໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ ດິນ​ຟ້າ, ອາກາດ ​ໂດຍ​ມີເປົ້າ​ໝາຍຂອງ​ໂຄງການ ​ແມ່ນສຸມ​ໃສ່ 2 ​ແຂວງ, 4 ​​ເມືອງ​ຄື: ​ແຂວງ ຄຳ​ມ່ວນ ປະກອບ​ມີ: ​ເມືອງ ໜອງ​ບົກ ​ແລະ ​ເມືອງ ທ່າ​ແຂກ, ​ແຂວງ ສະ​ຫັວນນະ​ເຂດ ປະກອບ​ມີ: ​ເມືອງ ຈຳ​ພອນ ​ແລະ ​ເມືອງ ສອງ​ຄອນ. Continue reading

ກອງປະຊຸມການນໍາສະເໜີ ແຜນທີ່ກະສິກຳ ຂອງ ສປປ ລາວ

sounsathiti3sathiti4

ໃນ​ວັນທີ 21 ມິຖຸນາ 2018 ເລີ່ມແຕ່ເວລາ 08:30-12:00 ​ຢູ່​ທີ່​ຫ້ອງ​ປະຊຸມ​ໂຮງ​ແຮມ ​ແລນ​ມາກ ​ແມ່​ຂອງ ຣີ​ເວີ​ຊາຍ ສູນ​ສະຖິຕິ​ກະສິກຳ, ກົມ​ແຜນການ ​ແລະ ການ​ເງີ​ນ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດກອງ​ປະຊຸມ​ການ​ນໍາ​ສະ​ເໜີ ​ແຜນ​ທີ່​ກະສິກຳ ຂອງ ສປປ ລາວ ​ໂດຍ​ການ​ເຂົ້າຮ່ວມເປັນປະທານ​ຂອງ​ ທ່ານ ​ໄຊ​ປຣະ​ເດດ ຈຸລາມະນີ ຫົວໜ້າ​ກົມ​ແຜນການ ​ແລະ ການ​ເງີ​ນ ພ້ອມ​ດ້ວຍຜູ້ຕາງໜ້າຈາກບັນດາຫ້ອງການ, ກົມ, ສະຖາບັນ ແລະ ພະແນກ​ການຕ່າງໆອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນຕ່າງໆ ​ເຂົ້າຮ່ວມ. Continue reading

ກອງປະຊຸມຂອງຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດ ຄັ້ງທີ 2 ປະຈໍາປີ 2018

ໃນ ວັນທີ 18 ມິຖຸນາ 2018 ທີ່ ສະໂມສອນກະຊວງກະສິກຳ ແລະ ປ່າໄມ້ – ໄດ້ມີການຈັດກອງປະຊຸມ ຂະແໜງການຍ່ອຍ ກ່ຽວກັບ ວຽກງານກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) ຄັ້ງທີສອງ ປະຈໍາປີ 2018; ຊື່ງມີຜູ້ຕາງໜ້າເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກສ່ວນລັດ, ເອກະຊົນ, ແລະ ຄູ່ຮ່ວມພັດທະນາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເປັນປະທານຮ່ວມ ໂດຍ ພະນະທ່ານ ນາງ ຄລໍດິນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຄາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ຜູ້ຕາງໜ້າ ອົງການພັດທະນາແຫ່ງສະຫະປະຊາຊາດ ແລະ ທັງເປັນຮັກສາການຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາສປປ ລາວ.

IMG_8237 Continue reading