Get Adobe Flash player

ພະແນກແຜນການ

ທີ່ຕັ້ງ ແລະ ພາລະບົດບາດ

ພະແນກແຜນການ ຂຽນເປັນຕົວ​ອັກສອນຫຍໍ້​ວ່າ “ພຜກ” ແມ່ນ ພະ​ແນ​ກໜຶ່ງ ທີ່ສັງກັດ​ໃນ​ກົງຈັກ​ການຈັດ​ຕັ້ງ ຂອງກົມແຜນການ ​ແລະ ການ​ຮ່ວມ​ມື, ມີ​ພາ​ລະ​ບົດ​ບາດ​ ເປັນ​ເສນາ​ທິການ ​ໃຫ້​ແກ່​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານແຜນການ ແລະ ແຜນງົບປະມານການລົງທຶນຂອງລັດ ໃນຂະແໜງ ກະສິກຳ ແລະ ປ່າໄມ້ໃນການສະຫຼຸບ, ສັງລວມ, ຊຸກຍູ້ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິ ບັດໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບວຽກງານ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ.

 ໜ້າທີ່ ແລະ ຂອບເຂດສິດ

 ໜ້າທີ່       

  1. ຄົ້ນ​ຄວ້າ ແລະ ຜັນ​ຂະ​ຫຍາຍ​ ແນວ​ທາງ​ນະ​ໂຍ​ບາຍ​ ຂອງ​ພັກ ແລະ ລັດ​ຖະ​ບານ ​ດ້ານ​ກະ​ສິ​ກຳ ແລະ ປ່າ​ໄມ້ ​ໃຫ້​ກາຍ​ເປັນ​ຍຸດ​ທະ​ສາດ, ​ແຜນງານ, ແຜນ​ການ, ໂຄງ​ການ ໃຫ້​ລົງ​ສູ່​ແຂວງ, ເມືອງ ແລະ ກຸ່ມບ້ານພັດທະ ນາໃນແຕ່ລະໄລຍະ ດ້ວຍ​ການ​ປະ​ສານ​ສົມ​ທົບ​ ກັບພາກສ່ວນຕ່າງໆ ທີ່ຂື້ນກັບຂະແໜງ​ກະ​ສິ​ກຳ ແລະ ປ່າ​ໄມ້ ທັງ​ຢູ່​ສູນ​ກາງ ແລະທ້ອງ​ຖິ່ນ, ແລະ ຂະແໜງການຕ່າງໆ​ ທີ່​ກ່ຽວ​ຂ້ອງ;

2. ຄົ້ນຄວ້າສ້າງແຜນການ, ດັດ​ແກ້​ແຜນການ, ກວດກາແຜນການ ແລະ ແຜນອະນຸມັດນຳໃຊ້ງົບ​ປະ​ມານ​ລົງ​ທຶນຂອງ​ລັດ ໃນຂະແໜງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ ເພື່ອ​ສະເໜີຄະນະນຳກົມ ກ່ອນສະເໜີຫາຂັ້ນເທິງພິຈາລະນາອະນຸມັດຕາມຂັ້ນຕອນ;

  1. ຄົ້ນຄວ້າ, ວິ​ໄຈ ສະພາບ​ການ​ເໜັງ​ຕີງ​ຂອງ​ເສດຖະກິດ​ກະສິກຳ ​ແລະ ປ່າ​ໄມ້ ເພື່ອນຳ​ສະ​ເໜີ​ຕໍ່​ການ​ນຳ​ກົມ ສະ​ເໜີ​ລາຍ​ງານ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ພິຈາລະນາ ​ອອກ​ນະ​ໂຍບາຍ ຫຼື ມາດ​ຕະການ​ແກ້​ໄຂ​ ໃຫ້​ທ່ວງທັນ​ສະພາບ​ການ;

4. ເປັນເຈົ້າການໃນການປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອສະຫຼຸບສັງລວມການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບຂະແໜງກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ;

5. ຊຸກຍູ້, ຕິດຕາມ, ສັງລວມ ການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານການລົງທຶນຂອງລັດ ໃນຂະແໜງ ກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ,ນອກ​ຈາກ​ນັ້ນ ຍັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ກວດກາ ​ແລະ ປະ​ເມີນ​ຜົນ​ການຈັດຕັ້ງປະຕິບັດ​ທຸກໆ ໂຄງການ​ລົງທຶນຂອງ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້;

  1. ຄົ້ນ​ຄວ້າ, ຜັນຂະຫຍາຍ ແລະ ສະເໜີຂໍອະ​ນຸ​ມັດ​ນຳ​ໃຊ້​ບັນ​ດານິຕິກຳ, ​ຂໍ້​ກຳ​ນົດ, ກົດລະ​ບຽບ​, ຫຼັກ​ການ​ຄຸ້​ມ​ຄອງດ້ານແຜນການ, ເຕັກນິກການສ້າງແຜນການ, ຫຼັກສູດການຝຶກອົບຮົມ ດ້ານແຜນການ ໃນການພັດທະ ນາວຽກງານແຜນການ ຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວ​ປະ​ເທດ ເພື່ອເປັນເຄື່ອງມືຮັບໃຊ້ ໃນການວາງແຜນ;
  2. ສ້າງຄວາມອາດສາມາດ ດ້ານບຸກຄະລາກອນ ແລະ ປັບປຸງແບບແຜນວິທີເຮັດວຽກ ຂອງ ພະແນກແຜນ ການ, ພົວພັນນຳບັນດາກົມ, ສະຖາບັນ, ຂະແໜງແຜນການ ຢູ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງ, ໜ່ວຍງານແຜນການ ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃຫ້ມີຄວາມຮູ້ຄວາມສາມາດ ທາງດ້ານການວາງແຜນ ເພື່ອຮອງຮັບໜ້າທີ່ການເມືອງ ໃນແຕ່ລະໄລຍະ;
  3. ຈັດຕັ້ງປະຕິບັດແຜນງານ, ແຜນການ ແລະ ໂຄງການ ຕາມພາລະບົດບາດການເຄື່ອນໄຫວ ຂອງພະແນກແຜນການ ທີ່ໄດ້ຮັບອະນຸມັດ ແລະ ເຫັນດີຈາກການນຳຂອງກົມແຜນການ ​ແລະ ການ​ຮ່ວມ​ມືໃນແຕ່ລະໄລຍະ;
  4. ຈັດຕັ້ງປະຕິບັດວຽກງານສະເພາະກິດ ຕາມການມອບໝາຍ ຂອງຄະນະນຳກົມແຜນການ.

ຂອບເຂດສິດ

  1. ຄົ້ນ​ຄວ້າ, ປະ​ກອບ​ຄຳ​ເຫັນ, ກວດ​ຜ່ານ ແລະ ດັດແກ້​ແຜນ​ການ, ໂຄງການ ແລະ ແຜນງົບປະມານ ການລົງທຶນ ຂອງລັດຂອງຫ້ອງ​ການ​, ບັນ​ດາ​ກົມ, ສະ​ຖາ​ບັນ, ​ຫົວ​ໜ່ວຍ​​ວິ​ຊາ​ການ, ໂຄງ​ການ ແລະ ພາກສ່ວນທີ່​ກ່ຽວຂ້ອງກັບ​ການພັດທະນາກະສິກຳ ແລະ ປ່າໄມ້ ແລະ ການພັດທະນາຊົນນະບົດກ່ອນ​ເອົາເຂົ້າແຜນການງົບປະມານ ປະຈຳ​ສົກ​ປີ ແລະ ສະ​ເໜີ​ຂໍດັດ​​ແກ້ແຕ່ລະ​ໄລຍະ;

2. ເກັບກຳ, ສັງລວມ ບົດສະເໜີໂຄງການ, ບົດລາຍງານການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານ ແລະ ບັນດາເອກະສານ ທີ່ກ່ຽວຂ້ອງ ຢ່າງຮອບດ້ານ ຈາກຫ້ອງການ, ບັນດາກົມ, ສະຖາບັນ, ໂຄງການອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ຂະແໜງແຜນການຕາມສາຍຕັ້ງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ເພື່ອ​ເປັນບ່ອນອີງ ໃນການຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນການຕົວຈິງ;

3. ຄົ້​ນ​ຄ​ວ້າ, ວິໄຈສະພາບເສດຖະກິດກະສິກຳ, ປັບປຸງລະບົບການລາຍງານ ຖານຂໍ້ມູນ​ຊັບພະຍາກອນກະສິກຳ ແລະ ປ່າໄມ້ ທົ່ວປະເທດ;

4. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ ແລະ ແຜນງົບປະມານ ການລົງທຶນຂອງລັດໃນຂະ ແໜງກະສິກຳ ແລະ ປ່າ​ໄມ້ ບົນພື້ນຖານການປະສານສົມທົບກັບ ບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ທ້ອງ ຖິ່ນ, ພາກລັດ ແລະ ພາກສ່ວນເສດຖະກິດອື່ນໆ ໃນແຕ່ລະໄລຍະ;

  1. ຜັນຂະຫຍາຍ ບັນດານິຕິກຳຕ່າງໆ ທີ່ກ່ຽວກັບ ການສ້າງແຜນການ ແລະ ການຕິດຕາມ ການຈັດຕັ້ງປະຕິບັດໂຄງການ, ສະ​ເໜີ​ອອກແຈ້ງການ, ຂໍ້ກຳນົດ ແລະ ບົດແນະນຳແບບຟອມຕ່າງໆ ກ່ຽວກັບວຽກງານແຜນການ ແລະ ການປະເມີນແຜນການໂຄງການ ເພື່ອໃຫ້ປະຕິບັດເປັນເອກະພາບພາຍໃນຂະແໜງການກະສິກຳ ແລະ ປ່າໄມ້ທົ່ວປະເທດ;

6. ​ປະຕິບັດ ​ສິດເຄື່ອນໄຫວວຽກງານອື່ນໆ ທັງພາຍໃນ ແລະ ພາຍນອກ ຕາມ​ການ​ຕົກລົງ ​ແລະ ມອບໝາຍ ຈາກຄະນະກົມ.

 ໂຄງປະກອບການຈັດຕັ້ງໂຄງປະກອບກົງຈັກ

 ພະແນກແຜນການ ປະກອບດ້ວຍ 3 ຂະ​ແໜງ ດັ່ງນີ້:

1. ຂະແໜງ ວາງແຜນ ແລະ ສັງລວມ

2. ຂະແໜງ ຄຸ້ມ​ຄອງການລົງທຶນຂອງ​ລັດ

3. ຂະແໜງ ຕິດຕາມ ​ແລະ ປະ​ເມີນ​ຜົນ

 ໂຄງປະກອບດ້ານບຸກຄະລາກອນ

  1. ພະແນກແຜນການ ປະ​ກອບ​ດ້ວຍ ​ຫົວ​ໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ ຈຳນວນໜື່ງ, ຫົວໜ້າ​ຂະ​ແໜງ, ຮອງ​ຫົວໜ້າ​ຂະ​ແໜງ ​ແລະ ຈຸ​ງານຈຳນວນ​ໜື່ງ ທີ່ໄດ້ຮັບການແຕ່ງຕັ້ງ, ຍົກ​ຍ້າຍ ຫຼື ປົດຕ່ຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີ ຂອງກົມແຜນການ ​ແລະ ການ​ຮ່ວມ​ມື ໂດຍຜ່ານກົມຈັດຕັ້ງ ແລະ ພະນັກງານ.
  2. ພະ​ແນ​ກ​ແຜນການ ປະກອບ​ດ້ວຍ​ພະນັກງານ​ວິຊາ​ການ​ຈໍານວນໜຶ່ງ ຕາມ​ການ​ກໍານົດ​ຕໍາ​ແໜ່ງງານ​ທີ່​ຂັ້ນ​ເທິງ​ ອະນຸມັດ

ໜ້າທີ່ ຂອງຂະແໜງວາງແຜນ ແລະ ສັງລວມ

1. ຄົ້ນຄວ້າ, ສັງລວມ ແລະ ຜັນຂະຫຍາຍ ທິດທາງນະໂຍບາຍຂອງພັກ ແລະ ລັດຖະບານ,   ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກົດໝາຍ, ດຳລັດ, ມະຕິ, ຄຳສັງ, ແຈ້ງການ, ຂໍ້ແນະນຳ, ເອກະສານສະເພາະກິດຕ່າງໆ ທີ່ເປັນເຄື່ອງມືສຳລັບການວາງແຜນໃຫ້ເຊື່ອມໂຍງປະສົມປະສານກັນໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນສຳເລັດ;

2. ຄົ້ນຄວ້າ, ອອກ​ແບບ ​ແລະ ຄຸ້ມ​ຄອງ​ລະບົບຖານ​ຂໍ້​ມູນ​ການ​ລາຍ​ງານ ຄວາມ​ຄືບ​ໜ້າ​ໃນການຈັດຕັ້ງປະຕິບັດ​ແຜນ​ພັດທະ ນາ​ກະສິກຳ ​ແລະ ປ່າ​ໄມ້ທົ່ວປະເທດ;

3. ກະກຽມ ​ແລະ ສ້າງ​ເນື້ອ​ໃນ​ບົດສະຫຼຸບ ແລະ ​ແຜນການຂະ​ແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດ ໃນແຕ່ລະໄລຍະ ປະຈຳ 3 ເດືອນ, 6 ເດືອນ, 9 ເດືອນ, 1 ປີ, 5 ປີ, ​ໄລຍະ​ຍາວ ​ແລະ ຕາມ​ແຕ່​ລະດູ​ການ;

4. ປະສານງານກັບບັນດາພະແນກ, ສູນ ອ້ອມຂ້າງກົມແຜນການ ​ແລະການ​ຮ່ວມ​ມື, ບັນດາພະແນກການ ຂອງຫ້ອງການ, ບັນດາກົມ ແລະ ສະຖາບັນ, ຂະແໜງແຜນການ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ, ໜ່ວຍງານແຜນການ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃນການຊຸກຍູ້, ຕິດຕາມ, ກວດກາ, ວິໄຈຂໍ້ມູນ, ຕີລາຄາສະພາບ ແລະ ປະເມີນຜົນການຈັດຕັ້ງປະຕິບັດ​ແຜນການ​ຜະລິດດ້ານກະສິກຳ ແລະ ປ່າໄມ້ ທົ່ວປະເທດ​ໃນ​ແຕ່ລະໄລຍະ;

  1. ເປັນເຈົ້າການໃນການປະສານງານກັບພາກສ່ວນກ່ຽວຂ້ອງ ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ເພື່ອສະຫຼຸບສັງລວມການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ, ວຽກ​ງານ​ຈຸດ​ສຸມຂອງ​ລັດຖະບານ, ວຽກ​ສາມ​ສ້າງ ​ເພື່ອ​ຜະລິດ​ສີນ​ຄ້າ ​ແລະ ລຶບລ້າງຄວາມທຸກ ຍາກທີ່ຕິດພັນກັບ ຂະແໜງກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ;
  2. ສະຫຼຸບການເຄື່ອນໄຫວວຽກງານ ແຜນການ ຂອງພະແນກແຜນການ ປະຈຳອາທິດ, ປະຈຳ ເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ເພື່ອປະກອບເຂົ້າໃນບົດສະຫຼຸບຂອງກົມແຜນການ ​ແລະ ການ​ຮ່ວມ​ມື;

7. ຄົ້ນຄວ້າ, ສັງລວມ, ປະສານສົມທົບ ແລະ ເຄື່ອນໄຫວວຽກງານສະເພາະກິດ ຕາມການມອບໝາຍ ຂອງຄະນະພະແນກແຜນການ ແລະ ຄະນະນຳກົມແຜນການ.

 ໜ້າທີ່ ຂອງຂະແໜງ ຄຸ້ມຄອງການລົງທຶນຂອງລັດ

  1. ຄົ້ນ​ຄ້ວາ ຕີ​ລາຄາ​ປະ​ເມີນ​ຄວາມ​ເປັນ​ໄປ​ໄດ້ ​ແລະ ປະສິດທິ​ຜົນ ຂອງ​ໂຄງການ​ລົງທຶນ​ຂອງ​ລັດ ກ່ອນ​ຈັດ​ບູລິ​ມະ​ສິດສະ​ເໜີ​ເຂົ້າ​ແຜນ​ງົບປະມານ​ແຕ່​ລະ​ສົກ​ປີ;
  2. ຄົ້ນຄວ້າ, ສັງລວມ, ວາງແຜນ ແລະ ດັດແກ້ແຜນງົບປະມານການລົງທຶນຂອງລັດ, ກອງທຶນຕ່າງໆ ແລະ ງົບປະມານສຸກເສີນແກ້ໄຂໄພພິບັດ ຂອງກະຊວງກະສິກຳ ແລະ ປ່າໄມ້ ບົນພື້ນຖານປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຊື່ອມໂຍງແຜນການ ແລະ ແຜນງົບປະມານໃຫ້ສອດຄ່ອງ ແລະ ເໝາະສົມ ແລ້ວລາຍງານຂັ້ນເທິງຊາບ ແລະ ສະເໜີຂໍອະນຸມັດໃນແຕ່ລະໄລຍະ;

3. ຄົ້ນຄວ້າ, ສັງລວມ, ວິໄຈແຫຼ່ງທຶນຕ່າງໆ ພ້ອມທັງມີຄຳເຫັນຕໍ່ແຜນນຳໃຊ້ງົບປະມານການລົງທຶນຂອງລັດ ເພື່ອລາຍງານຄະນະນຳກົມກ່ອນນຳສະເໜີອະນຸມັດ ຈາກກະຊວງແຜນການ ແລະ ການລົງທຶນຫາກະຊວງການເງິນເບີກຈ່າຍ;

4. ປະສານງານກັບບັນດາພະແນກ, ສູນ ອ້ອມຂ້າງກົມແຜນການ, ບັນດາພະແນກການ ຂອງບັນດາກົມ ແລະ ສະຖາບັນ, ຂະແໜງແຜນການ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ, ໜ່ວຍ​ງານແຜນການ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອສັງລວມ ແລະ ວິເຄາະຂໍ້ມູນການລົງທຶນຂອງລັດ ໃນແຕ່ລະໄລຍະ;

  1. ຄົ້ນຄວ້າ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ແຜນງົບປະມານ ການລົງທຶນຂອງລັດ, ກອງທຶນຕ່າງໆ ແລະ ງົບປະມານອະນຸມັດ ຈາກສະພາ​ແຫ່ງ​ຊາດ ບົນພື້ນຖານປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລາຍງານ ຂັ້ນເທິງມີທິດຊີ້ນຳ ໃນແຕ່ລະໄລຍະ;

6. ຄົ້ນຄວ້າ, ສັງລວມ, ປະສານສົມທົບ ແລະ ເຄື່ອນໄຫວວຽກງານສະເພາະກິດຕ່າງໆ ຕາມການມອບໝາຍ ຂອງຄະນະພະແນກແຜນການ ແລະ ຄະນະນຳກົມ.

 ໜ້າທີ່ ຂອງຂະແໜງ ຕິດຕາມ ແລະ ປະເມີນຜົນ

1. ຄົ້ນຄວ້າ ຕີ​ລາ​ຄາປະ​ເມີນ​ຄວາມ​ເປັນ​ໄປ​ໄດ້​​ແລະ ປະສິດ​ທິຜົນ ຂອງ​ໂຄງການ​ລົງທຶນ​ລັດ ຊ່ວງ​ດໍາ​ເນີນ ​ແລະ ພາຍຫຼັງການຈັດຕັ້ງປະຕິບັດ​ໂຄງການ​ໃນ​ແຕ່ລະ​ໄລຍະ;

  1. ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ການເຊື່ອມໂຍງແຜນການກັບບັນດາໂຄງການ​ລົງທຶນຂອງລັດ ​ໃນຂະແໜງກະສິກຳ ແລະ ປ່າໄມ້ທົ່ວປະເທດ ແຕ່ລະໄລຍະ;
  2. ຕິດຕາມ, ສັງລວມ, ຄົ້ນຄວ້າ-ອອກແບບ ກ່ຽວກັບລະບົບ​ການ​ຕິດຕາມ ​ແລະ ປະ​ເມີນ​ຜົນ​ ດ້ານກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບແຕ່ສູນກາງລົງສູ່ທ້ອງຖິ່ນ;
  3. ປະສານງານກັບບັນດາພະແນກ, ສູນ ອ້ອມຂ້າງກົມແຜນການ, ບັນດາພະແນກການ ຂອງບັນດາກົມ ແລະ ສະຖາບັນ, ຂະແໜງແຜນການ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ, ໜ່ວຍ​ງານແຜນການ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ດຳເນີນວຽກງານ ຕິດຕາມ ແລະ ປະເມີນຜົນໂຄງການ ໃນແຕ່ລະໄລຍະ;

5. ເປັນເຈົ້າການໃນການປະສານງານ ແລະ ເຂົ້າຮ່ວມຊຸກຍູ້ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ, ວຽກ​ງານ​ຈຸດ​ສຸມຂອງ​ລັດຖະບານ, ວຽກ​ສາມ​ສ້າງ ​ເພື່ອ​ຜະລິດ​ເປັນ​ສີນ​ຄ້າ ​ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບວຽກງານ ຂອງຂະແໜງ ການກະ ສິກຳ ແລະ ປ່າໄມ້;

6. ຄຸ້ມຄອງ ແລະ ສະໜອງເອກະສານໂຄງການລົງທຶນ ຂອງລັດໃນຂະແໜງກະສິກຳ ແລະ ປ່າໄມ້, ເອກະສານຂາເຂົ້າ-ຂາອອກ ຂອງພະແນກແຜນການ, ຕິດຕາມ ແລະ ​ແຈກ​ວຽກ ທີ່ໄດ້ຮັບການຊີ້ນຳຈາກຄະນະພະແນກແຜນການ ​ໃຫ້​ແກ່ພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກພະແນກ;

7. ຄົ້ນຄວ້າ, ສັງລວມ, ປະສານສົມທົບ ແລະ ເຄື່ອນໄຫວວຽກງານສະເພາະກິດຕ່າງໆ ຕາມການມອບໝາຍ ຂອງຄະນະພະແນກແຜນການ ແລະ ຄະນະນຳກົມແຜນການ.

ຫຼັກການ ແລະ ແບບແຜນວິທີເຮັດວຽກ

 ຫຼັກການ

ປະ​ຕິ​ບັດຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ນຳ​ພາ​ເປັນ​ໝູ່​ຄະ​ນະ, ບຸກ​ຄົນ​ຮັບ​ຜິດ​ຊອບ, ສົມທົບ​ກັບ​ການ​   ປະຕິບັດລະ​ບອບ​ຫົວ​ໜ້າ​ດຽວຕາມ​ລະ​ບົບ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ບົນ​ພື້ນ​ຖານ​ມີ​ການ​ແບ່ງ​ງານ​ກັນ ຢ່າງ​ລະ​ອຽດຈະ​ແຈ້ງ​ ໃນ​ໝູ່​ຄະ​ນະ ພ້ອມ​ທັງ​ ມອບ​ຄວາມ​ຮັບ​ຜິດ​ຊອບ ແລະສິດ​ໃນ​ການ​ຕັດ​ສິນ​ບັນ​ຫາ ​ພາຍ​ໃນ​ຂອບ​ເຂດ ຂອງ​ແຕ່​ລະ​ຂັ້ນ.

ແບບແຜນວິທີເຮັດວຽກ

  1. ການເຄື່ອນ​ໄຫວວຽກງານ​​ແມ່ນ​ປະຕິບັດ​ຕາມລະບຽບການພາຍໃນ ຂອງກົມແຜນການ ​ແລະ ການ​ຮ່ວມ​ມື ກະຊວງກະສິກຳ ແລະ ປ່າໄມ້ ແລະ ລະບຽບວ່າດ້ວຍ ການຄຸ້ມຄອງລັດຖະກອນ, ຮັບຄຳສ່ັງ ແລະ ລາຍງານຕາມຂັ້ນ ແລະ ສາຍຊີ້ນຳ.

2.ບັນ​ດາຂະແໜງ ທີ່​ຂຶ້ນ​ກັບພະແນກແຜນການ ມີໜ້າ​ທີ່​ຮັບ​ຜິດ​ຊ​ອບ ປຸກ​ລະ​ດົມ​ຊຸກ​ຍູ້ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ ຂອງຕົນ​ວາງ​ອອກໃຫ້​ສຳ​ເລັດ​ ແລະ ມີ​ປະ​ສິດ​ທິ​ພາບ;

  1. ບັນ​ດາ​ເອ​ກະ​ສານ ໄດ້ຮັບ​ການມອບ​ໝາຍ ​ຂອງ​ການ​ນຳ​ກົມ ໃຫ້ຄົ້ນຄວ້າ, ພາຍຫຼັງຂະແໜງ ການກ່ຽວຂ້ອງ​ ຫຼື ພະ​ແນກ​ ປະ​ກອບ​ຄຳ​ເຫັນແລ້ວ ຕ້ອງໄດ້ຜ່ານຄະນະກົມ ​ເຫັນດີກ່ອນນຳ​ສະ​ເໜີ​ຂຶ້ນ​ຫາ​ການນຳກະຊວງ​ ພິ​ຈາ​ລະ​ນາ ແລະ ໃຫ້​ຄຳ​ຊີ້​ນຳ ໃນຂັ້ນຕໍ່ໄປ;
  2. ປະ​ສານ​ສົມ​ທົບ ​ວຽກ​ງານແຜນ​ການ ແລະ ວຽກ​ງານ​ ທີ່​ມີ​ສ່ວນ​ກ່ຽວ​ພັນ​ສະເພາະກັບ​ຫ້ອງ​ການ​ກະ​ຊວງ, ບັນ​ດາ​ກົມ, ສະ​ຖາ​ບັນ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ນະ​ຄອນ​ຫຼວງວຽງ​ຈັນ, ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ເມືອງ, ກຸ່ມບ້ານພັດທະນາ, ໂຮງ​ຮຽນ, ສູນ, ສະ​ຖາ​ນີ, ບັນ​ດາ​ໂຄງ​ການ ທີ່​ຂຶ້ນ​ກັບ ແລະ ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ.

5.   ຖືເອົາການຮ່ວມຊີວິດ, ປະ​ຕິ​ບັດ​ລະ​ບອບ​ປະ​ຊຸມ, ສ່ອງ​ແສງ​ລາຍ​ງານ​ ປະ​ຈຳ​ອາ​ທິດ, ສຶກສາອົບຮົມ, ຕີລາຄາການ ເຄື່ອນໄຫວ ຕາມພາລະບົດບາດ ແລະ ໜ້າທີ່ຄວາມ ຮັບຜິດຊອບ, ຄຸນສົມບັດ ແລະ ຄວາມສາມາດ ຂອງຫົວໜ້າພະ​ແນ​ກ ແລະ ຮອງ​ຫົວໜ້າ​ພະ​ແນ​ກ ແລະ ພະນັກງານ, ລັດຖະກອນ ເພື່ອເປັນບ່ອນອີງ ໃຫ້ແກ່ການສະເໜີປະຕິບັດນະໂຍບາຍ ຫຼື ປະຕິ ບັດວິໄນຕໍ່ພະນັກງານລັດຖະກອນ ພາຍໃນພະແນກ, ພ້ອມທັງເປັນການ ຮັບສ່ອງແສງຂໍຄຳຊີ້ນຳ ຈາກຂັ້ນ ເທິງ ລົງສູ່ພະແນກ ແລະ ສັງລວມວຽກງານຮອບດ້ານ ຂອງ ພະແນກລາຍງານໃຫ້ ການນຳກົມແຜນ ການ ມີຄຳເຫັນຊີ້ນຳ ໃນແຕ່ລະໄລຍະ.

6.   ເຂົ້າຮ່ວມປະຊຸມສ່ອງແສງປະ​ຈຳອາທິດ, ປະຈຳເດືອນ, ປະ​ຈຳ 3 ເດືອນ, ປະ​ຈຳ 6 ເດືອນ, 9 ເດືອນ, ປະ​ຈຳປີ ແລະ ປະຊຸມ​ຮອບດ້ານ ຕາມ​ການຊີ້ນຳ ແລະມອບໝາຍຕົວຈິງ ຂອງກົມແຜນການ ເພື່ອຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານຂອງພະແນກຜ່ານມາ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າໃຫ້ແທດເໝາະ.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>