ທີ່ຕັ້ງ ແລະ ພາລະບົດບາດ
ພະແນກ ເຊື່ອມໂຍງເສດຖະກິດ ຂຽນເປັນໂຕອັກສອນຫຍໍ້ວ່າ “ພຊສ” ແມ່ນ ພະແນກໜຶ່ງສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດ ເປັນໃຈກາງໃນການປະສານງານ ໃຫ້ແກ່ຄະນະນຳ ຂອງກົມ ໃນການເຮັດຫນ້າທີ່ສັງລວມ ແລະ ຄຸ້ມຄອງຢ່າງລວມສູນ ກ່ຽວກັບວຽກງານເຊື່ອມໂຍງເສດຖະກິດໂດຍການເຂົ້າເປັນສະມາຊິກ ແລະ ເຂົ້າຮ່ວມເຄື່ອນໄຫວ ຢູ່ອົງການຈັດຕັ້ງຕ່າງໆ ທາງດ້ານເສດຖະກິດຂອງສາກົນ ໃນລະດັບພາກພື້ນ, ອະນຸພາກພື້ນ, ສອງຝ່າຍ ແລະ ຫຼາຍຝ່າຍ ຂອງ ຂະແໜງ ກະສິກຳ ແລະ ປ່າໄມ້.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
- ເປັນໃຈກາງໃນການສັງລວມ ບັນດາແນວທາງນະໂຍບາຍເປີດກວ້າງ ການພົວພັນ ແລະ ຮ່ວມມືກັບສາກົນ ແລະ ການເຊື່ອມໂຍງເສດຖະກິດ ລະດັບພາກພື້ນ ແລະ ສາກົນ, ບັນດາລະບຽບກົດໝາຍ, ຂໍ້ຕົກລົງຕ່າງໆ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ແຜນຍຸດທະສາດ, ແຜນງານການຮ່ວມມື, ສັນຍາການຮ່ວມມືເສດຖະກິດຕ່າງໆ ຂອງ ອາຊຽນ, ພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີສອງຝ່າຍ, ຫຼາຍຝ່າຍ ແລະ ວຽກງານການຄ້າໂລກ;
- ເປັນໃຈກາງໃນການຄົ້ນຄວ້າ ແລະ ເຂົ້າຮ່ວມສຶກສາ, ວິເຄາະ ຜົນປະໂຫຍດ ຂອງວຽກງານ ການເຊື່ອມໂຍງເສດຖະກິດ ເຊັ່ນ: ການຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ ແລະ ວຽກງານການຄ້າໂລກ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້, ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;
- ເປັນໃຈກາງໃນການປະສານສົມທົບ ກັບບັນດາພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງກອງປະຊຸມເຜີຍແຜ່ ວຽກງານການຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ ອະນຸພາກພື້ນ, ການສ້າງເຂດການຄ້າເສລີ ສອງຝ່າຍ ແລະ ຫຼາຍຝ່າຍ, ແລະ ວຽກງານການຄ້າໂລກ ຂອງຂະແໜງການກະສິກຳແລະປ່າໄມ້ ໃຫ້ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ແນໃສ່ຄວາມເປັນເອກະພາບພາຍໃນ ທາງດ້ານທັດສະນະໃນການເຊື່ອມໂຍງເສດຖະກິດກັບສາກົນ;
- ເປັນໃຈກາງໃນການປະສານງານ ກັບບັນດາພາກສ່ວນກ່ຽວຂ້ອງ ຢູ່ຂັ້ນສູນກາງແລະ ທ້ອງຖິ່ນ ເຂົ້າຮ່ວມເຄື່ອນໄຫວວຽກງານເຊື່ອມໂຍງເສດຖະກິດ ເຊັ່ນ: ຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີ ສອງຝ່າຍ ແລະ ຫລາຍຝ່າຍ, ແລວທາງເສດຖະກິດຕ່າງໆ ແລະ ວຽກງານການຄ້າໂລກ ຂອງຂະແໜງການກະສິກຳແລະປ່າໄມ້, ເພື່ອເປັນການຍາດແຍ່ງເອົາຜົນປະໂຫຍດ ໃຫ້ແກ່ປະເທດຊາດ ຫຼາຍເທົ້າທີ່ຈະຫລາຍໄດ້;
- ເປັນໃຈກາງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ເພື່ອຂຶ້ນແຜນການງົບປະມານ ໃນການເຂົ້າຮ່ວມກອງປະຊຸມ, ເປັນເຈົ້າພາບ ແລະ ເປັນປະທານ ຈັດກອງປະຊຸມ ກ່ຽວກັບ ວຽກງານການຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີ ສອງຝ່າຍ ແລະ ຫຼາຍຝ່າຍ ແລະ ວຽກງານການຄ້າໂລກ ຂອງ ຂະແໜງການ ກະສິກຳ ແລະ ປ່າໄມ້;
- ເປັນໃຈກາງໃນການຊຸກຍູ້ ຕິດຕາມ ການຈັດຕັ້ງປະຕິບັດບັນດາແຜນງານ, ຂໍ້ຕົກລົງ, ສັນຍາການຮ່ວມມື, ວຽກງານການຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ ອະນຸພາກພື້ນ ແລະ ວຽກງານ ການຄ້າໂລກ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້;
- ເປັນໃຈກາງປະສານງານ ກັບພາກສ່ວນກ່ຽວຂ້ອງ ເພື່ອສະຫຼຸບ, ສັງເກດຕີລາຄາ ການຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດ, ແຜນງານການຮ່ວມມື, ສັນຍາການຮ່ວມມື ເສດຖະກິດຕ່າງໆ ຂອງ ອາຊຽນ, ພາກພື້ນ, ອະນຸພາກພື້ນ ແລະ ອົງການການຄ້າໂລກ ເພື່ອລາຍງານໃຫ້ຂັ້ນເທິງ ແລະ ກອງເລຂາອາຊຽນແຫ່ງຊາດ (ກົມອາຊຽນ, ກົມເສດຖະກິດ ກະຊວງການຕ່າງປະເທດ), ຈຸດປະສານງານ ການສ້າງປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ (ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ), ໃນແຕ່ລະໄລຍະ ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ;
- ເປັນໃຈກາງໃນການຄົ້ນຄວ້າທິດທາງ, ນະໂຍບາຍການຄ້າ, ລະບຽບການຄ້າກະສິກຳ, ການສ້າງການຄ້າເສລີ ແລະ ການສ້າງແຜນຜູກມັດອັດຕາພາສີ ຢູ່ໃນຂັ້ນຕອນການຫັນນະໂຍບາຍ ແລະ ມາດຕະການປົກປ້ອງການຜະລິດຕ່າງໆ ເປັນອັດຕາພາສີ, ແຜນຫຼຸດຜ່ອນອັດຕາພາສີ ແລະ ລຶບລ້າງສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີ, ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລວມທັງພາກລັດ ແລະ ເອກະຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ແລະ ກຳນົດຍຸດທະວິທີ ໃນການເຈລະຈາ ການຄ້າກະສິກຳ ແລະ ປ່າໄມ້ ໃນຂອບການຄ້າສອງຝ່າຍ ແລະ ຫຼາຍຝ່າຍເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດ;
- ເປັນໃຈກາງໃນການສຶກສາ ແລະ ຄົ້ນຄວ້າ ວຽກງານການປະຕິບັດສັນຍາ, ຂໍ້ຜູກພັນ ແລະ ພັນທະໃນການເຂົ້າເປັນສະມາຊິກ ຂອງ ອົງການ ການຄ້າໂລກ ໃຫ້ ກອງເລຂາ ຂອງ ຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ ແລະ ຄົ້ນຄ້ວາວຽກງານ ຫນ່ວຍງານ ອັຟຕາ ແຫ່ງຊາດ ແລະ ວຽກທີ່ຕິດພັນກັບ ການສ້າງເຂດການຄ້າເສລີອາຊຽນ ແລະ ອາຊຽນ ກັບປະເທດຄູ່ເຈລະຈາຕ່າງໆ ຂອງ ອາຊຽນ;
- ເປັນໃຈກາງປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການປັບປຸງ ແລະ ພັດທະນາລະບຽບການ, ຂໍ້ຕົກລົງ, ກົດໝາຍຕ່າງໆ ຂອງ ຂະແໜງກະສິກຳ ແລະ ປ່າໄມ້, ໃນເງື່ອນໄຂ ເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນການເຂົ້າຮ່ວມເປັນສະມະຊິກ ອົງການການຄ້າໂລກ, ເພື່ອ ເຮັດໃຫ້ ບັນດາກົດໝາຍ ທີ່ສ້າງຂື້ນມາແລ້ວນັ້ນ ສອດຄ່ອງ ກັບລະບຽບຫຼັກການສາກົນ ກໍຄື ອົງການ ການຄ້າໂລກ;
- ຂື້ນແຜນຄວາມຕ້ອງການໃນການພັດທະນາ ຊັບພະຍາກອນມະນຸດ ກໍຄືການກໍ່ສ້າງຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ແລະ ພາສາຕ່າງປະເທດໃຫ້ແກ່ພະນັກງານ ທີ່ເຄື່ອນໄຫວວຽກງານ ອາຊຽນ ແລະ ຈຸດປະສານງານ ອາຊຽນ ຂອງ ບັນດາກົມ, ກອງ, ສະຖາບັນ ແລະ ບັນດາພະແນກການຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ຂອງ ກະຊວງ ກະສິກຳ ແລະ ປ່າໄມ້ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ;
12. ເປັນຈຸດສອບຖາມ ວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຂອງ ຂະແໜງ ກະສິກຳ ແລະ ປ່າໄມ້ ໂດຍການສົມທົບກັບຈຸດປະສານງານ ຢູ່ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເຊັ່ນ: ໜ່ວຍແຈ້ງຂໍ້ມູນ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກ ຕໍ່ການຄ້າ ຂອງ ກະຊວງ ອຸດສະຫະກຳ ແລະ ການຄ້າ ແລະ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ແລະ ບັນດາຂະແໜງການອື່ນໆ ຂອງ ສູນກາງ ແລະ ທ້ອງຖິ່ນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າ ແລະ ຄະນະກົມແຜນການ ແລະ ການຮ່ວມມື ແລະ ຕາມການຕົກລົງ ຂອງຂັ້ນເທິງ.
ຂອບເຂດສິດ
- ສະເໜີ ແລະ ທວງຖາມ ກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ກ່ຽວກັບ ການຕອບສະໜອງຂໍ້ມູນຂ່າວສານ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ແລະ ຂໍ້ມູນອື່ນໆທີ່ຈຳເປັນ ໃຫ້ແກ່ພາກສ່ວນທີ່ຕ້ອງການ, ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ການເຊື່ອມໂຍງເສດຖະກິດ, ການຄ້າພາກພື້ນ ແລະ ສາກົນ, ແລະ ການປະຕິບັດບັນດາຂໍ້ຜູກສັນຍາ ແລະ ພັນທະຂອງຕົນ ຕໍ່ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ;
- ນຳສະເໜີ ຂໍ້ລິເລີ້ມການຮ່ວມມື ແລະ ຫົວຄິດປະດິດສ້າງ ແລະ ວິໄສທັດຕ່າງໆ ຕໍ່ຂັ້ນເທິງ ແລະ ກະຊວງ ການຕ່າງປະເທດ ເພື່ອແນໃສ່ ການປັບປຸງແບບແຜນວິທີເຮັດວຽກ ແລະ ເຮັດໃຫ້ການເຄື່ອນ ໄຫວວຽກງານເຊື່ອມໂຍງເສດຖະກິດ ມີປະສິດທິພາບສູງຂຶ້ນ;
- ພົວພັນ ແລະ ປະສານວຽກງານ ການຮ່ວມມືເສດຖະກິດ: ອາຊຽນ, ພາກພື້ນ, ອະນຸພາກພື້ນ ແລະ ອົງການການຄ້າໂລກ ກັບ ກອງເລຂາອາຊຽນ ທີ່ຈາກາຕາ, ກອງເລຂາ ອົງການການຄ້າໂລກ ທີ່ ເຈເນວາ ແລະ ກອງເລຂາການຮວ່ມມືເສດຖະກິດ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດ, ທຸກການພົວພັນ ແລະ ປະສານ ຕ້ອງໄດ້ແຈ້ງໃຫ້ ບັນດາກອງເລຂາແຫ່ງຊາດ ຂອງ ຕົນຊາບ ຕາມຫຼັກການ ບໍລິການຜ່ານປະຕູດຽວ;
- ຕາງໜ້າຄະນະກົມ, ຫົວໜ້າ ເຈົ້າໜ້າທີ່ ອາຊຽນ ຫລື ຕາງໜ້າ ບັນດາ ຈຸດປະສານງານ ກົມ, ກອງ ແລະ ສະຖາບັນ ເພື່ອເຂົ້າຮ່ວມ ກອງປະຊຸມ ຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ການເຊື່ອມໂຍງເສດຖະກິດ ຕາມຄວາມເໝາະສົມ;
- ສະເໜີ ອອກແຈ້ງການ ແລະ ຂໍ້ຕົກລົງຕ່າງໆ ໃນການຈັດຕັ້ງຜັນຂະຫຍາຍ ບັນດາແຜນຍຸດທະສາດ, ແຜນງານ ການຮ່ວມມື, ສັນຍາ ແລະ ພັນທະ ການຮ່ວມມືເສດຖະກິດຕ່າງໆ ຂອງ ອາຊຽນ, ພາກພື້ນ, ອະນຸພາກພື້ນ ແລະ ອົງການການຄ້າໂລກ ທີ່ໄດ້ຖືກຮັບຮອງ ແລະ ລົງນາມ ແລະ ອອກສັດຕະຍາບັນແລ້ວ, ໃຫ້ເປັນອັນລະອຽດ ແລະ ຖືກຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ;
- ສະເໜີ ແຜນການ ປັບປຸງ ແລະ ພັດທະນາ ລະບຽບກົດຫມາຍ ແລະ ມາດຕະການຕ່າງໆ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ສອດຄ່ອງ ກັບລະບຽບຫຼັກການ ແລະ ກົດຫມາຍສາກົນ ແລະ ອົງການ ການຄ້າໂລກ, ສຳລັບການຄຸ້ມຄອງມະຫາພາກ ດ້ານການພັດທະນາການຜະລິດ ແລະ ທຸລະກິດ ກະສິກຳ ໂດຍການປົກປ້ອງຊີວິດ ແລະ ສຸຂະພາບ ຂອງຄົນ, ສັດ ແລະ ພືດ ຈາກຄວາມສ່ຽງ ທີ່ອາດເກີດມາຈາກ ການນຳເຂົ້າ- ສົ່ງອອກ ສິນຄ້າກະສິກຳ ແລະ ອາຫານ;
- ສະເໜີ ຂັ້ນເທິງ ພິຈາລະນາ ໃຫ້ການຍ້ອງຍໍ, ການເລື່ອນຊັ້ນ, ເລື່ອນຂັ້ນພະນັກງານ ຜູ້ທີ່ມີຜົນງານດີເດັ່ນ ຫລື ໃສ່ວິໄນຕໍ່ພະນັກງານ ຜູ້ທີ່ບົກຜ່ອງຕໍ່ໜ້າທີ່ວຽກງານ;
- ປະຕິບັດສິດອື່ນໆຕາມການມອບໝາຍ ຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ພະແນກ ເຊື່ອມໂຍງເສດຖະກິດ ປະກອບດ້ວຍ 3 ຂະແໜງ ແລະ 6 ໜ່ວຍງານ ດັ່ງນີ້:
1. ຂະແໜງ ສັງລວມ
- ໜ່ວຍງານ ສັງລວມແຜນການ
- ໜ່ວຍງານຄຸ້ມຄອງເອກະສານ
2. ຂະແໜງ ອາຊຽນ ແລະ ອະນຸພາກພື້ນ
- ໜ່ວຍງານ ອາຊຽນ ແລະ ການຄ້າເສລີ
- ໜ່ວຍງານ ພາກພື້ນ, ອານຸພາກພື້ນ
3. ຂະແໜງ ການຄ້າໂລກ
– ໜ່ວຍງານ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
- ໜ່ວຍງານ ການຄ້າດ້ານຜະລິດຕະພັນ ແລະ ການບໍລິການ
ໂຄງປະກອບດ້ານບຸກຄະລາກອນ
- ພະແນກ ເຊື່ອມໂຍງເສດຖະກິດ ປະກອບດ້ວຍຫົວໜ້າພະແນກ 1 ທ່ານ ແລະ ຮອງຫົວໜ້າພະແນກຈໍາ ນວນໜຶ່ງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານ ຈຳ ນວນໜຶ່ງ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກ ລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ຕາມການສະເໜີ ຂອງຫົວໜ້າ ກົມແຜນການ ແລະ ການຮ່ວມມື ແລະ ການເຫັນດີ ຈາກກົມຈັດຕັ້ງ ແລະ ພະນັກງານ;
- ພະແນກ ເຊື່ອມໂຍງເສດຖະກິດ ປະກອບດ້ວຍພະນັກງານ ວິຊາການຈຳນວນໜຶ່ງ ຕາມການກຳນົດຕຳ ແໜ່ງງານ ທີ່ຂັ້ນເທິງອະນຸມັດ.
ໜ້າທີ່ ຂອງ ຂະແໜງ ສັງລວມ
- ເປັນເຈົ້າການໃນການປະສານສົມທົບ ກັບຂະແໜງ ແລະ ໜ່ວຍງານ ພາຍໃນພະແນກ ເພື່ອສັງລວມ ແນວທາງນະໂຍບາຍພົວພັນຕ່າງປະເທດ ກໍຄື ນະໂຍບາຍການເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ສາກົນ, ລວມທັງແຜນຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມ ຄື ແຜນພັດທະນາ ກະສິກຳ ແລະ ປ່າໄມ້ ແຕ່ລະໄລຍະ, ບັນດານິຕິກຳ, ບັນດາຍຸດທະສາດການຮ່ວມມື, ແຜນງານ, ຂອບການຮ່ວມມື ແລະ ສັນຍາການເຊື່ອມໂຍງເສດຖະກິດ ອາຊຽນ, ອາຊຽນ+3, ບັນດາ ຄູ່ເຈລະຈາອື່ນໆ, ການຮ່ວມມື ເສດຖະກິດ ພາກພື້ນ, ອະນຸພາກພື້ນ ແລະ ອົງການການຄ້າໂລກ ເຊັ່ນ: ສັນຍາການຄ້າດ້ານຜະລິດຕະພັນ (ສັນຍາ ກ່ຽວກັບຜະລິດຕະພັນກະສິກໍາ) ແລະ ສັນຍາການຄ້າ ດ້ານການບໍລິການ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແລະ ອື່ນໆ ໃຫ້ເປັນລະບົບຄົບຊຸດ;
- ເປັນເຈົ້າການ ໃນການປະສານສົມທົບ ກັບແຕ່ລະຂະແໜງ ແລະ ໜ່ວຍງານພາຍໃນພະແນກ ແລະ ບັນດາພະແນກຕ່າງໆພາຍໃນກົມ ເພື່ອຄົ້ນຄວ້າ, ສັງລວມ ສ້າງແຜນງົບປະມານປະຈຳສົກປີ ເພື່ອ ເຜີຍແຜ່ ແລະ ຕິດຕາມການຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍ, ແຜນຍຸດທະສາດ, ແຜນງານ ໂຄງການ, ຂອບການຮ່ວມມື, ສັນຍາການຄ້າດ້ານສິນຄ້າ ແລະ ການບໍລິການ, ອົງການ ການຄ້າໂລກ ຕາມເງື່ອນໄຂຕົວຈິງ;
- ຂື້ນແຜນການຄວາມຕ້ອງການ ໃນການພັດທະນາຊັບພະຍາກອນມະນຸດ ກໍຄືການກໍ່ສ້າງ ຍົກລະດັບ ຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ໃຫ້ແກ່ພະນັກງານ ທີ່ເຄື່ອນໄຫວວຽກງານ ອາຊຽນ ແລະ ການຄ້າໂລກ ຂອງ ພະແນກເຊື່ອມໂຍງເສດຖະກິດ ເພື່ອນຳສະເໜີ ຜ່ານຂັ້ນເທິງ ຂອງຕົນ ແລ້ວນຳສະເໜີຕໍ່ ກະຊວງ ການຕ່າງປະເທດ ເພື່ອພິຈາລະນາ;
- ສົມທົບກັບແຕ່ລະຂະແໜງ ແລະ ໜ່ວຍງານພາຍໃນພະແນກ ແລະ ບັນດາພະແນກພາຍໃນກົມ, ສະຖາບັນຕ່າງໆ ເພື່ອຕິດຕາມການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນງານ ໂຄງການຮ່ວມມືອາຊຽນ, ລະບຽບຫຼັກການ ແລະ ສັນຍາຂໍ້ຜູກພັນ ແລະ ພັນທະ ຂອງອົງການການຄ້າໂລກ ໃນຂະແໜງ ກະສິກຳ ແລະ ປ່າໄມ້;
- ເປັນໃຈກາງປະສານສົມທົບ ກັບບັນດາຈຸດປະສານງານ ຂອງ ກົມ, ສະຖາບັນ ແລະ ຈຸດປະສານງານ ເຊື່ອມໂຍງເສດຖະກິດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປັບປຸງກົນໄກ ການປະສານງານ, ຄຸ້ມຄອງວຽກງານການເຊື່ອມໂຍງເສດຖະກິດ ໃຫ້ເປັນລະບົບ ແລະຄ່ອງຕົວຕາມກົນໄກຜ່ານປະຕູດຽວ;
- ເປັນເຈົ້າການ ໃນການປັບປຸງ ແລະ ສ້າງລະບົບສຳເນົາຄຸ້ມຄອງເອກະສານ ການເຊື່ອມໂຍງເສດຖະກິດ ຢ່າງເປັນລະບົບ ຕາມກົງຈັກການຈັດຕັ້ງ ຂອງ ພະແນກ ແລະ ຕາມຂອບການເຊື່ອມໂຍງເສດຖະກິດ ເຊັ່ນ: ການຮ່ວມມືດ້ານສະບຽງອາຫານ, ກະສິກຳ, ປ່າໄມ້ ແລະ ການປະມົງ ອາຊຽນ ແລະ ອາຊຽນ+3, ການສ້າງເຂດການຄ້າເສລີອາຊຽນ, ອາຊຽນ+3, ອາຊຽນ+6, ການຮ່ວມມືອະນຸພາກພື້ນ: ພາກພື້ນລຸ່ມແມ່ນ້ຳຂອງ, ສາມຫຼ່ຽມພັດທະນາ (ກຳປູເຈຍ, ລາວ, ຫວຽດນາມ), ຮ່ວມມືເສດຖະກິດ 4 ປະເທດ (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ), ການຮ່ວມມືເສດຖະກິດ ຕາມລຳແມ່ນ້ຳເອລາວະດີ, ເຈົ້າພະຍາ ແລະ ແມ່ນໍ້າຂອງ, ແລວທາງເສດຖະກິດຕ່າງໆ ແລະ ກຸ່ມເສດຖະກິດອື່ນໆ;
- ເປັນເຈົ້າການ ໃນການປັບປຸງ ແລະ ສ້າງຖານຂໍ້ມູນຄຸ້ມຄອງໂຄງການ ເຊື່ອມໂຍງເສດຖະກິດ ທີ່ຢູ່ໃນຂັ້ນ ຕອນການສ້າງໂຄງການ, ໂຄງການກຳລັງຈັດຕັ້ງປະຕິບັດ ແລະ ໂຄງການສິ້ນສຸດແລ້ວ ລວມທັງ ຊ່ຽວ ຊານ ແລະ ອາສາສະໝັກ ໃຫ້ເປັນລະບົບຕໍ່ເນື່ອງ ໃນແຕ່ລະໄລຍະ;
- ເປັນເຈົ້າການປັບປຸງ ແລະ ສ້າງລະບົບສໍາເນົາຄຸ້ມຄອງເອກະສານ (ລວມທັງ ການສຳເນົາແບບ ອີເລັກໂຕຣນິກ) ວຽກງານ ການເຊື່ອມໂຍງເສດຖະກິດ ຢ່າງເປັນລະບົບ ຕາມກົງຈັກການຈັດຕັ້ງຂອງ ພະແນກ ແລະ ຮູບແບບການ ເຊື່ອມໂຍງເສດຖະກິດ ແລະ ບັນທຶກ, ສັງລວມບັນດາເອກະສານ ຂາເຂົ້າຂາອອກ ຢ່າງເປັນລະບົບຕໍ່ເນື່ອງ ແລະ ແຈກຢາຍເອກກະສານພາຍໃນ ແລະ ພາຍນອກ ຕາມເງື່ອນໄຂຕົວຈິງ;
- ສະຫຼຸບ, ຕີລາຄາ ແລະ ວາງແຜນ ການເຄື່ອນໄຫວວຽກງານ ການເຊື່ອມໂຍງເສດຖະກິດ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ ເພື່ອລາຍງານ ໃຫ້ກົມ ແລະ ຂັ້ນເທິງຢ່າງຕໍ່ເນື່ອງ;
- ຄຸ້ມຄອງວັດຖຸຊັບສິນ ແລະ ສັງລວມ “0″ ໂມງ, ເງິນແຊກຄຸມ ຂອງພະແນກ, ວຽກງານບໍລິຫານ ນະໂຍບາຍ, ພິທີການຮັບແຂກ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງພະແນກ;
- ຄົ້ນຄວ້າ ນໍາສະເໜີຂັ້ນເທິງພິຈາລະນາ ໃຫ້ການຍ້ອງຍໍ ກ່ຽວກັບການເລື່ອນຊັ້ນ, ເລື່ອນຂັ້ນພະນັກງານ ຜູ້ທີ່ມີຜົນງານດີເດັ່ນ ຫຼື ໃສ່ວິໃນຕໍ່ພະນັກງານ ຜູ້ທີ່ບົກຜ່ອງຕໍ່ໜ້າທີ່ວຽກງານຂອງຕົນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວຫນ້າ, ຄະນະພະແນກແລະຕາມຕົກລົງຂອງຂັ້ນເທິງ.
ໜ້າທີ່ ຂອງຂະແໜງ ອາຊຽນ ແລະ ອະນຸພາກພື້ນ
- ເປັນເຈົ້າການ ໃນການປະສານສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສັງລວມ ແນວທາງນະໂຍບາຍ ການເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ອານຸພາກພື້ນ, ແຜນຍຸດທະສາດ, ແຜນການ ພັດທະນາ ເສດຖະກິດສັງຄົມ ຄື ແຜນພັດທະນາ ກະສິກຳ ແລະ ປ່າໄມ້ ແຕ່ລະໄລຍະ, ບັນດານິຕິກຳ, ແລະ ຍຸດທະສາດ,ແຜນງານການຮ່ວມມື ແລະ ບັນດາສັນຍາການຮ່ວມມື ດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ, ອາຊຽນ+3, ບັນດາຄູ່ເຈລະຈາອື່ນໆ; ການສ້າງເຂດການຄ້າເສລີ, ອາຊຽນ, ອາຊຽນ+3 ແລະ ຄູ່ເຈລະຈາ; ການຮ່ວມມືເສດຖະກິດພາກພື້ນ ເຊັ່ນ: ພາກພື້ນລຸ່ມແມ່ນ້ຳຂອງ, ສາມຫລ່ຽມ ພັດທະນາ (ກຳປູເຈຍ, ລາວ, ຫວຽດນາມ), ຮ່ວມມືເສດຖະກິດ 4 ປະເທດ (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ), ການຮ່ວມມືເສດຖະກິດຕາມລຳແມ່ນ້ຳ ເອລາວະດີ, ເຈົ້າພະຍາ ແລະ ແມ່ຂອງ; ການຮ່ວມມື ອາຊີ-ອີຢູ ແລະ ກຸ່ມເສດຖະກິດອື່ນໆ ຢ່າງເປັນລະບົບຄົບຊຸດ;
- ເປັນເຈົ້າການ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສຶກສາຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຕໍ່ ບັນດາຍຸດທະສາດ; ແຜນງານການຮ່ວມມື ແລະ ບັນດາສັນຍາການຮ່ວມມື ດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ, ອາຊຽນ+3, ບັນດາຄູ່ເຈລະຈາອື່ນໆ ເພື່ອນຳສະເໜີ ຕໍ່ເຈົ້າໜ້າທີ່ອາວຸໂສ ກະສິກຳ ແລະ ປ່າໄມ້ ອາຊຽນ ແລະ ອາຊຽນ+3; ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ແລະ ອາຊຽນ+3 ແລະ ສະເໜີ ໃຫ້ກອງເລຂາອາຊຽນແຫ່ງຊາດ, ກົມອາຊຽນ, ກະຊວງ ການຕ່າງປະເທດ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກອງເລຂາອາຊຽນ, ຈາກາຕາ ພິຈາລະນາ;
- ເປັນເຈົ້າການ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຕໍ່ບັນດາຍຸດທະສາດ,ແຜນງານການຮ່ວມມື ແລະ ບັນດາສັນຍາການຮ່ວມມື ດ້ານການສ້າງເຂດການຄ້າເສລີ ອາຊຽນ (ສັນຍາ ການຄ້າດ້ານ ຜະລິດຕະພັນ ອາຊຽນ), ອາຊຽນ+3 ແລະ ຄູ່ເຈລະຈາ, ສັນຍາ ການສ້າງເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ, ສ. ເກົາຫລີ, ອົດສະຕາລີ, ນີວຊີແລນ, ອິນເດຍ ແລະ ການໃຫ້ສິດທິພິເສດດ້ານການຄ້າ ກະສິກຳ ຂອງ ບັນດາປະເທດ ພັດທະນາ ແລະ ກຳລັງພັດທະນາ ອື່ນໆ ໃນໂລກ ແລະ ນຳສະເໜີ ກົມອາຊຽນ, ກະຊວງ ການຕ່າງປະເທດ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກອງເລຂາອາຊຽນ, ຈາກາຕາ;
- ເປັນເຈົ້າການ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຕໍ່ບັນດາຍຸດທະສາດ; ແຜນງານການຮ່ວມມື ແລະ ບັນດາສັນຍາ ການຮ່ວມມື ດ້ານການຮ່ວມມື ເສດຖະກິດພາກພື້ນ ເຊັ່ນ: ພາກພື້ນລຸ່ມແມ່ນ້ຳຂອງ, ສາມຫລ່ຽມ ພັດທະນາ (ກຳປູເຈຍ, ລາວ, ຫວຽດນາມ), ຮ່ວມມືເສດຖະກິດ 4 ປະເທດ (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ), ການຮ່ວມມື ເສດຖະກິດຕາມລຳແມ່ນ້ຳ ເອລາວະດີ, ເຈົ້າພະຍາ ແລະ ແມ່ຂອງ; ອົງການ ພັດທະນາຊົນນະບົດ ຮອບດ້ານ ອາຊີ ປາຊີຟິກ, ການຮ່ວມມື ອາຊີ-ອີຢູ,ແລວທາງເສດຖະກິດຕ່າງໆ ແລະ ກຸ່ມເສດຖະກິດອື່ນໆ, ແລະ ນຳສະເໜີ ກົມເສດຖະກິດ, ກະຊວງ ການຕ່າງປະເທດ ແລະ ກອງເລຂາອາຊຽນ, ຈາກາຕາ ພິຈາລະນາ;
- ປະສານສົມທົບກັບຈຸດປະສານງານ ຂອງ ບັນດາກົມ ແລະ ສະຖາບັນອ້ອມຂ້າງ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໃນການເຂົ້າຮ່ວມປະຊຸມ, ເປັນເຈົ້າພາບ ແລະ ເປັນປະທານ ຈັດກອງປະຊຸມ ອາຊຽນ, ອາຊຽນ+3 ແລະ ກອງປະຊຸມ ການຮ່ວມມືເສດຖະກິດ ພາກພື້ນ ໃນລະດັບຕ່າງໆ ເຊັ່ນ: ລະດັບລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ກຳມະການ, ອະນຸກຳມະການ, ໜ່ວຍງານວິຊາການ, ການສຳມະນາ, ການຝຶກອົບຮົມ ແລະ ອື່ນໆ ເພື່ອນຳສະເໜີ ຕໍ່ການນຳ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກະຊວງ ການຕ່າງປະເທດ ພິຈາລະນາ;
- ເປັນໃຈກາງ ໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາຂອບການຮ່ວມມື ແລະ ໂຄງການຮ່ວມມື ອາຊຽນ, ພາກພື້ນ, ອານຸພາກພື້ນ, ແລວເສດຖະກິດຕ່າງໆ ແລະ ກຸ່ມເສດຖະກິດອື່ນໆ ຢູ່ຂັນສູນກາງ ແລະ ທ້ອງຖິ່ນ ແຕ່ລະໄລຍະ ແລະ ສະຫຼຸບສັງລວມ ແລະ ສ້າງແຜນການເຄື່ອນໄຫວວຽກງານ ຂອງຂະແໜງອາຊຽນ ແລະ ອະນຸພາກພື້ນ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ ປະຈຳອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ເພື່ອລາຍງານ ໃຫ້ກົມ ແລະ ຂັ້ນເທິງ ຢ່າງຕໍ່ເນື່ອງ;
- ເປັນເຈົ້າການ ໃນການປັບປຸງ ແລະ ສ້າງຖານຂໍ້ມູນພື້ນຖານ ໂຄງການຮ່ວມມືອາຊຽນ ແລະ ພາກພື້ນ ແລະ ສ້າງລະບົບສຳເນົາເອກະສານ ຄຸ້ມຄອງການຮ່ວມມື ຢ່າງເປັນລະບົບຄົບຊຸດ ລວມທັງການສຳເນົາ ເປັນເອກະສານ ແລະ ແບບອີເລັກໂຕຣນິກ, ຊຶ່ງສັບຊ້ອນເປັນ 4ສຳນວນ (4 ກຸ່ມເອກະສານ) ເຊັ່ນ: ແນວທາງນະໂຍບາຍ ແລະ ນິຕິກຳ (ສັນຍາ ແລະ ຂອບການເຊື່ອມໂຍງເສດຖະກິດ), ໂຄງການ, ການພົວພັນທົ່ວໄປ, ບົດສະຫຼຸບ ລາຍງານ, ຕາມໂຄງປະກອບການຈັດຕັ້ງ ຂອງ ຂະແໜງ ຕົນ ເພື່ອສະໜອງ ຂໍ້ມູນ ໃຫ້ຂັ້ນເທິງ ຕາມຄວາມຮຽກຮ້ອງ ຕ້ອງການ ຂອງວຽກງານ ແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າ, ຄະນະພະແນກ ແລະຂັ້ນເທິງ.
ໜ້າທີ່ ຂອງຂະແໜງ ການຄ້າໂລກ
- ເປັນເຈົ້າການ ຄົ້ນຄວ້າທິດທາງ, ແຜນການ, ນະໂຍບາຍການຄ້າກະສິກຳ ທີ່ພົວພັນກັບສັນຍາການຄ້າສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງເປັນເຈົ້າການຕິດຕາມ, ຊຸກຍູ້ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ບັນດາທິດທາງແຜນການ, ນະໂຍບາຍ, ລະບຽບຫຼັກການ ແລະ ສັນຍາການເຊື່ອມໂຍງການຄ້າສາກົນ;
- ເປັນເຈົ້າການຄົ້ນຄວ້າ ແລະ ເຂົ້າຮ່ວມການສຶກສາ, ວິເຄາະ ນະໂຍບາຍ, ລະບຽບການຄ້າກະສິກຳ ແລະ ຂໍ້ມູນການຄ້າກະສິກຳ ທັງພາຍໃນ ແລະ ຕ່າງປະເທດ, ໂດຍການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ລວມທັງພາກລັດ ແລະ ເອກະຊົນ ເພື່ອກຳນົດທັດສະນະ, ຈຸດຢືນ ແລະ ສະເໜີຍຸດທະວິທີ ການເຈລະຈາ ການຄ້າກະສິກຳ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຄະນະເຈລະຈາ ແລະ ຂັ້ນເທິງ ພິຈາລະນາ;
- ເປັນເຈົ້າການ ໃນການຄົ້ນຄວ້າທິດທາງ, ນະໂຍບາຍການຄ້າ, ລະບຽບການ ການຄ້າ ກະສິກຳ, ການສ້າງການຄ້າເສລີ ແລະ ການສ້າງແຜນຜູກມັດອັດຕາພາສີ, ແຜນການເປີດຕະຫຼາດການຄ້າດ້ານບໍລິການ ກະສິກຳ ແລະ ປ່າໄມ້ (ຕາມລະບຽບຫຼັກການ ການເປີດຕະລາດ ອົງການການຄ້າໂລກ), ແຜນຫຼຸດຜ່ອນອັດຕາພາສີ ແລະ ລຶບລ້າງສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີ (ຕາມລະບຽບຫຼັກການການຄ້າໂລກ), ໂດຍການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ລວມທັງພາກລັດ ແລະ ເອກະຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ, ເພື່ອຫຼຸດຜ່ອນຜົນກະທົບດ້ານລົບຕໍ່ການຜະລິດ, ທຸລະກິດກະສິກຳຂະໜາດນ້ອຍ ແລະ ຊາວກະສິກອນ ຜູ້ທຸກຍາກ ພາຍໃນປະເທດ;
- ເປັນໃຈກາງປະສານ ໃນການສຶກສາຄົ້ນຄ້ວາ, ສ້າງ ແລະ ຜັນຂະຫຍາຍ ບັນດາຫຼັກການ ແລະ ສັນຍາ ອົງການການຄ້າໂລກ ເຊັ່ນ: ຫຼັກການບໍ່ຈຳແນກປະຕິບັດ, ຫຼັກການຄວາມໂປ່ງໃສ, ຫຼັກການເປີດເສລີດ້ານການຄ້າ, ຫຼັກການ ການປະຕິບັດນະໂຍບາຍແບບພິເສດ ຕໍ່ປະເທດດ້ອຍພັດທະນາ, ສັນຍາວ່າດ້ວຍອັດຕາພາສີ ແລະ ການຄ້າ (GATT), ສັນຍາກະສິກຳ (AoA), ສັນຍາ ສຸຂານາໄມ ແລະ ສຸຂານາໄມພືດ (SPS), ສັນຍາສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT), ສັນຍາ ວ່າດ້ວຍລະບຽບການແຫຼ່ງກຳເນີດ ຂອງສິນຄ້າ (RoO), ສັນຍາວ່າດ້ວຍການຄ້າດ້ານການບໍລິການ (GATS) ແລະ ສັນຍາການຄ້າດ້ານການບໍລິການອື່ນໆ ເພື່ອເປັນການປະກອບສ່ວນ ໃນການພັດທະນາເສດຖະກິດ ໂດຍສະເພາະ ຂະແໜງການ ກະສິກຳ ແລະ ປ່າໄມ້ ໃຫ້ໄດ້ຮັບຜົນດີ ຕາມລະດັບຄາດໝາຍ;
- ເປັນໃຈກາງໃນການຄົ້ນຄວ້າ ບັນດາວຽກງານ ການກະກຽມ ເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ກໍຄື ການເປັນເສນາທິການ ໃຫ້ແກ່ກອງເລຂາຂອງຄະນະກຳມະການ ກະກຽມເຂົ້າອົງການ ການຄ້າໂລກແຫ່ງຊາດ ໃນການຕອບຄຳຖາມ ຕໍ່ ບົດບັນທຶກຊ່ວຍຈຳ ກ່ຽວກັບ ລະບອບນະໂຍບາຍການຄ້າຕ່າງປະເທດ, ສປປ ລາວ ສະເພາະ ແມ່ນກ່ຽວກັບ ນະໂຍບາຍ ການຄ້າກະສິກຳ, ວຽກງານສຸຂານາໄມ ແລະ ສຸຂານາໄມພືດ ແລະ ສະພາບການປັບປຸງ ແລະພັດ ທະນາ ລະບຽບ ກົດໝາຍ ຂອງ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ ໜ່ວຍປະຕິບັດງານ (Working Party) ແຕ່ລະຄັ້ງ ໃນ ຂະບວນ ການເຂົ້າຮ່ວມອົງການ ການຄ້າໂລກ;
- ສ້າງຈຸດສອບຖາມ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ ຂອງ ຂະແໜງກະສິກຳ ແລະ ປ່າໄມ້ ໂດຍການສົມທົບກັບ ຈຸດປະສານງານ ຢູ່ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເຊັ່ນ: ໜ່ວຍແຈ້ງຂໍ້ມູນ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກການຄ້າ ຂອງ ກະຊວງ ອຸດສະຫະກຳ ແລະ ການຄ້າ ແລະ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ແລະ ບັນດາຂະແໜງການອື່ນໆ ຂອງ ສູນກາງ ແລະ ທ້ອງຖິ່ນ;
- ເປັນໃຈກາງ ໃນການປະສານສົມທົບ ກັບພາກສ່ວນກ່ຽວ ຂ້ອງ ສັງລວມ ສະພາບຕົວຈິງ ແລະ ແຜນການ ປັບປຸງ ແລະ ພັດທະນາ ລະບຽບ ຂໍ້ຕົກລົງ ດຳລັດ ແລະ ກົດຫມາຍ ກະສິກຳ ແລະ ປ່າໄມ້ ສຳລັບ ການຄຸ້ມຄອງ ມະຫາພາກ ດ້ານພັດທະນາ ການຜະລິດ ການປົກປ້ອງ ການຜະລິດ, ປົກປ້ອງ ສຸຂະພາບ ພືດ ແລະ ສັດ ເຊັ່ນ: ກົດຫມາຍ ກະສິກຳ, ກົດຫມາຍ ປ້ອງກັນ ພືດ ແລະ ກົດຫມາຍ ສັດຕະແພດ ແລະ ບັນດາ ມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ອື່ນໆ ເພື່ອ ແຈ້ງໃຫ້ ຫນ່ວຍແຈ້ງຂໍ້ມູນ, ກົນນະໂຍບາຍ ການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແຕ່ລະໄລຍະ;
- ເປັນໃຈກາງ ໃນການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາສັນຍາຂໍ້ຜູກພັນ ແລະ ພັນທະ ແລະ ໂຄງການຮ່ວມມື ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແຕ່ລະໄລຍະ ແລະ ສະຫຼຸບ ຕີລາຄາ ແລະ ສ້າງແຜນການເຄື່ອນໄຫວວຽກງານ ການຄ້າໂລກ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ແລະ ປະຈຳປີ ເພື່ອລາຍງານ ໃຫ້ ກົມ ແລະ ຂັ້ນເທິງ ຢ່າງຕໍ່ເນື່ອງ;
9. ເປັນເຈົ້າການ ໃນການປັບປຸງ ແລະ ສ້າງຖານຂໍ້ມູນພື້ນຖານ ໂຄງການຮ່ວມມື ການຄ້າໂລກ ແລະ ສ້າງລະບົບສຳເນົາຄຸ້ມຄອງເອກະສານການຄ້າໂລກ ຢ່າງເປັນລະບົບຄົບຊຸດ ລວມທັງການສຳເນົາເປັນເອກະ ສານ ແລະ ແບບອີເລັກໂຕຣນິກ ຊຶ່ງສັບຊ້ອນ ເປັນ 4ສຳນວນ (4 ກຸ່ມເອກະສານ) ເຊັ່ນ: ແນວທາງນະໂຍບາຍ ແລະ ນິຕິກຳ (ລະບຽບ ຫຼັກການ ແລະ ສັນຍາ ອົງການ ການຄ້າໂລກ), ໂຄງການ, ການພົວພັນທົ່ວໄປ, ບົດສະຫຼຸບລາຍງານ, ຕາມໂຄງປະກອບການຈັດຕັ້ງ ຂອງຂະແໜງຕົນ ເພື່ອສະໜອງຂໍ້ມູນ ໃຫ້ຂັ້ນເທິງ ຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງ ຫົວຫນ້າ, ຄະນະພະແນກ ແລະ ຂັ້ນເທິງ.
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສົມທົບ ກັບ ການ ປະຕິບັດລະບອບຫົວໜ້າດຽວຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍໃນຂອບເຂດຂອງແຕ່ລະຂັ້ນ.
ແບບແຜນວິທີເຮັດວຽກ
- ຫົວໜ້າພະແນກມີຄວາມຮັບຜິດຊອບໂດຍກົງ ຕໍ່ຫົວໜ້າກົມແຜນການ ແລະ ການຮ່ວມມື ກ່ຽວກັບ ຜົນສຳເລັດ ແລະຂໍ້ຂາດຕົກບົກພ່ອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ,ຮອງຫົວໜ້າພະແນກ ມີໜ້າທີ່ຊ່ວຍວຽກຫົວໜ້າພະແນກໂດຍ ລົງເລິກຮັບຜິດຊອບວຽກໃດໜຶ່ງຕາມການແບ່ງງານ ແລະມອບໝາຍ ຂອງຫົວໜ້າພະແນກ;
2. ໃນກໍລະນີຕິດຂັດ ຫຼື ໄປວຽກທາງໄກ, ຫົວໜ້າພະແນກຕ້ອງມອບສິດປະຈຳການຊົ່ວຄາວ ໃຫ້ຮອງຫົວໜ້າພະແນກຜູ້ໃດໜຶ່ງວ່າການແທນ, ໃນເມື່ອຫົວໜ້າພະແນກ ກັບຄືນມາຈຳການແລ້ວ ຜູ້ວ່າການ ຕ້ອງລາຍງານເປັນລາຍລັກອັກສອນວຽກທີ່ຕົນໄດ້ແກ້ໄຂ ແລະ ວຽກຄົງຄ້າງໃຫ້ຫົວໜ້າພະແນກຊາບ;
- ການເຄື່ອນໄຫວຂອງ ພະແນກ ແມ່ນບົນພື້ນຖານແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດ ໝາຍຂອງລັດ, ຫັນເອົາແຜນການຂອງກົມໃຫ້ກາຍເປັນໂຄງການລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
- ບັນດາເອກະສານ ທີ່ກ່ຽວຂ້ອງກັບພະແນກ ທີ່ມາຈາກ ກົມ, ສະຖາບັນ,ທ້ອງຖິ່ນ ແລະ ໜ່ວຍງານອື່ນ ເມື່ອຜ່ານກົມຊີ້ນຳແລ້ວ, ຖ້າພົວພັນກັບຂະແໜງໃດ ໃຫ້ຂະແໜງນັ້ນຄົ້ນຄວ້າ ແລະ ປະກອບຄຳເຫັນເສັຍກ່ອນ ແລ້ວຈຶ່ງນຳສະເໜີຫາກົມ ຕາມລະບອບລະບຽບການບໍລິຫານເອກະສານທີ່ໄດ້ກຳນົດໄວ້;
- ພົວພັນ ແລະ ປະສານສົມທົບກັບບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາໜ່ວຍງານ ແລະ ບັນດາຂະແໜງການຕາມສາຍຕັ້ງຢູ່ທ້ອງຖິ່ນ ທີ່ຂຶ້ນກັບກົມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິ ບັດວຽກງານໃຫ້ສຳເລັດຕາມເປົ້າໜາຍທີ່ວາງໄວ້;
- ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ,ສະຫຼຸບສັງລວມສະພາບການຮອບດ້ານ ເພື່ອລາຍງານໃຫ້ຫົວໜ້າກົມ ຕາມເວລາທີ່ກຳນົດໄວ້.
Leave a Reply