ໃນລະຫວ່າງ ວັນທີ 10-14 ຕຸລາ 2018, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຕິດຕາມ ຫົວໜ້າກົມແຜນການ ແລະ ການເງິນ ທ່ານ ໄຊປລະເດດ ຈຸລາມະນີ ແລະ ຄະນະຜູ້ແທນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 40, ກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ+3ຄັ້ງທີ 18, ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນແລະ ລັດຖະມົນຕີ ສປ ຈີນ (GeneralAdministration of Customs, China–GACC) ກ່ຽວກັບການຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ ອາຊຽນ ຄັ້ງທີ 6 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂື້ນ ທີ່ ຮ່າໂນ້ຍ, ສສ ຫວຽດນາມ.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າໃນຂອບການຮ່ວມມືດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ອາຊຽນ ແລະ ການຮ່ວມມື ກັບ ບັນດາປະເທດ+3 (ຍີປຸ່ນ, ສປ.ຈີນ ແລະ ສ.ເກົາຫຼີ) ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ກ່ຽວຂ້ອງ.
ໃນກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 40ໄດ້ຕົກລົງຮັບຮອງເອົາເອກະສານທັງໝົດ 23 ສະບັບ ເຊິ່ງເປັນເອກະສານທາງດ້ານນະໂຍບາຍ, ແຜນການ ແລະ ເຕັກນິກໃນວຽກ ງານ ກະສິກໍາ ແລະ ປ່າໄມ້. ພ້ອມດຽວກັນ ໃນກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ+3 ຄັ້ງທີ 18 ໄດ້ຈັດພິທີເຊັນສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ ທັງໝົດຈໍານວນ 3 ສະບັບ ປະກອບມີ: 1) ສັນຍາວ່າດ້ວຍ ຄັງແຮເຂົ້າສຸກເສີນ ອາຊຽນ+3; 2) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ປະເທດສະມາຊິກອາຊຽນ ແລະ ອົງການອາຫານ ແລະ ການກະເສດ (FAO) ວ່າດ້ວຍການສ້າງຄວາມເຂັ້ມແຂງການຮ່ວມມືໃນວຽກງານກະສິກຳ ແລະ ປ່າໄມ້; ແລະ 3) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ອາຊຽນ-ສປຈີນວ່າດ້ວຍການຮ່ວມມືດ້ານອາຫານ ແລະ ກະສິກຳ.
ໃນໄລຍະກອງປະຊຸມ ລັດຖະມົນຕີກະສິກຳ ແລະ ປ່າໄມ້ອາຊຽນ ທ່ານ ລັດຖະມົນຕີພ້ອມດ້ວຍຄະນະຍັງໄດ້ຮ່ວມກອງປະຊຸມພົບປະສອງຝ່າຍຮ່ວມກັບ ລັດຖະມົນຕີກະຊວງ ກະສິກໍາ ແລະ ພັດທະນາ ຊົນນະບົດ ສສ ຫວຽດນາມ ເຊິ່ງໃນກອງປະຊຸມໄດ້ມີການລາຍງານສະພາບການຜະລິດ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຂອງທັງສອງຝ່າຍ. ພ້ອມດຽວກັນນີ້ ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ບ້ານກະສິກໍາພັດທະນາ ຕາແສງຄັນຕຽນ, ການຜະລິດຂອງບໍລິສັດຫຸ້ນສ່ວນປຸງແຕ່ງກະສິກໍາເພື່ອສົ່ງອອກໄປເອີຣົບ ແລະ ອາເມລິກາ (Dong Giao JSC), ແລະ ສະຖານີສູບນໍ້າຊົນລະປະທານ ບິງໂບະ ແຂວງ ພູທອກ ເພື່ອເປັນການແລກປ່ຽນບົດຮຽນ ແລະ ສົ່ງເສີມການຮ່ວມມືດ້ານ ກະສິກໍາ ແລະ ປ່າໄມ້.
Leave a Reply