ຜ່ານການ ເຮັດທົດລອງວຽກງານ 3 ສ້າງຂອງ ຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຄອບຄົວຕົວແບບ ດ້ານກະສິກຳ ທັງໝົດ 413 ຄອບຄົວ, ໃນນັ້ນດ້ານການປູກຝັງມີ 182 ຄອບຄົວ, ລ້ຽງສັດ ມີ 132 ຄອບຄົວ ແລະ ຜະລິດກະສິກຳແບບປະສົມປະສານ ທັງປູກທັງລ້ຽງ 99 ຄອບຄົວ.
ກອງປະຊຸມສະ ຫຼຸຸບການເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ ຕິດພັນກັບວຽກງານ 3 ສ້າງ 2012-2015 ແລະ ທິດທາງແຜນການ 2016-2020 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຍ້ອງຍໍຜົນງານປະຈຳປີ 2015 ໄດ້ຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ທ່ານ ທອງພັດ ວົງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານບົດສະຫຼຸຸບການຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ 3 ປີຜ່ານມາວ່າ: ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຕາມ 4 ເນື້ອໃນ 4 ຄາດໝາຍ, ດ້ານການພັດທະນາເສດຖະກິດ ແມ່ນໄດ້ປະກອບສ່ວນ ໃນການສ້າງໂຄງການ ຄ້ຳປະກັນດ້ານສະບຽງອາຫານ, ໂຄງການຜະລິດເປັນສິນຄ້າ ໃນການປູກເຂົ້າ, ປູກພືດ, ລ້ຽງສັດ, ສ້າງກຸ່ມຜະລິດ, ສ້າງຕົວແບບ, ສູນບໍລິການເຕັກນິກແຜນຄຸ້ມຄອງ ປ່າໄມ້ ແລະ ເຄື່ອງປ່າຂອງດົງຢູ່ 52 ເມືອງ ແລະ 109 ບ້ານເປົ້າໝາຍ, ໄດ້ສົມທົບສ້າງບົດສະເໜີໂຄງການ ພັດທະນາກະສິກຳຂັ້ນບ້ານ ຈຳນວນ 247 ໂຄງການ ທີ່ໄດ້ຮັບການຢັ້ງຢືນ ຕາມທ່າແຮງຂອງແຕ່ລະບ້ານ ເພື່ອຜະລິດເປັນສິນຄ້າ ມູນຄ່າໂຄງການປະມານ 300 ກວ່າຕື້ກີບ, ໂຄງການສ່ວນໃຫຍ່ ແມ່ນໄດ້ເຂົ້າເຖິງສິນເຊື່ອຈາກທະນາຄານ ແລະ ໄດ້ຈັດຕັ້ງປະຕິບັດແລ້ວ.
ໃນວັນທີ 02 ກຸມພາ 2016 ທີ່ສະໂມສອນຂອງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ມີການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທັງເປັນຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ເປັນຜູ້ກົດປຸ່ມເປີດເວັບໄຊ ຢ່າງເປັນທາງການ ພ້ອມດ້ວຍຄະນະກົມ, ຮອງກົມ, ກະຊວງອ້ອມຂ້າງ ແລະ ຄະນະວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຫລາຍກ່ວາ 35 ທ່ານ. ເວັບໄຊກະຊວງ ແມ່ນເພື່ອເປັນບ່ອນເຊື່ອມໂຍງບັນດາລະບົບຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ໃນລາວທີມີຢູ່ເຂົ້າໄວ້ນຳກັນເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິ່ງໄດ້ງ່າຍ ແລະ ເປັນແຫລ່ງຂໍ້ມູນຂ່າວສານທີ່ເປັນທາງການ ຂອງວຽກງານການພັດທະນາກະສິກໍາເປັນບ່ອນສັງລວມ ແລະເຜີຍແຜ່ ບັນດາຂໍ້ມູນຂ່າວສານກ່ຽວກັບກະສິກຳໃນລາວ ແລະ ເປັນອີກບ່ອນໜຶ່ງໃນການຖ່າຍທອດບັນດາຄວາມຮູ້ແລະ ເຕັກໂນໂລຍີການຜະລິດກະສິກຳເພື່ອໃຫ້ສັງຄົມສາມາດເຂົ້າໄປນຳໃຊ້ໄດ້ງ່າຍ ແລະ ເປັນບ່ອນໂຄສະນາວຽກງານແລະພ້ອມທັງຊ່ວຍໃນການປະສານງານ ໃຫ້ແກ່ອົງການຈັດຕັ້ງທີຂຶ້ນກັບ ກໍ່ຄື ກົມ ພະແນກ ສູນ ໂຄງການຕ່າງໆ
ໃນການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງນີ້ ທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ໄດ້ຂື້ນນໍາສະເໜີແຜນການຈັດຕັ້ງວຽກງານການພັດທະນາລະບົບຂໍ້ມູນຂ່າວສານໄອຊີທີ ຂອງກະຊວງ ທີ່ຜ່ານມາ ແລະ ໃນຕໍ່ໜ້າເພືອໃຫ້ເປັນໄປຕາມທິດຊີ້ນໍາຂອງຂັນເທິງໃຫ້ໄດ້ຮັບໝາກຜົນແລະມີ ປະສິດທິພາບ. ນອກຈາກນີ້ ທ່ານ ມະໂນລັກ ບຸນສີຫາລາດ ຮອງຫົວໜ້າສູນຄົ້ນຄ້ວານະໂຍບາຍກະສິກຳ ແລະ ປ່າໄມ້ ໃນນາມຫົວໜ້າກອງເລຂາຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ໄດ້ໃຫ້ການສາທິດການນໍາໃຊ້ເວັບໄຊຂອງກະຊວງເພື່ອເປັນການໂຄສະນາ ແລະ ປະກາດໃນການນໍາໃຊ້ຂອງທີຢູ່ທາງເວັບໄຊກະຊວງກະສິກຳ ແລະ ປ່າໄມ້ ເພື່ອບໍ່ໃຫ້ເກີດຄວາມສັບສົນໃນການເຂົ້າຫາແຫລ່ງຂໍ້ມູນຂອງຜຸ້ຊົມໃຊ້ ຈົນຮອດຜູ້ທີຕ້ອງການເຜີຍແຜ່ຂໍ້ມູນອອກສູ່ຂ້າງ ຈະໄດ້ມີ ບ່ອນໃນການໂຄສະນາເຜີຍແຜ່ຢ່າງເປັນທາງການ ທາງດ້ານວຽກງານຂໍ້ມູນຂ່າວສານ ກະສິກຳແລະປ່າໄມ້ ຂອງລາວເຮົາ
Leave a Reply