ທີ່ຕັ້ງ ແລະ ພາລະບົດບາດ
ພະແນກຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນຂຽນອັກສອນຫຍໍ້ວ່າ ”ລວຈ” ແມ່ນອົງການຈັດຕັ້ງໜຶ່ງສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະກົມແຜນການ ແລະ ການຮ່ວມມື ແລະ ເປັນໃຈກາງໃນການສັງລວມ ແລະ ຄຸ້ມຄອງວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ຫວຽດ ແລະ ລາວ-ຈີນ ໃນຂະແໜງກະສິກຳ ແລະ ປ່າໄມ້ ໃຫ້ມີປະສິດທິຜົນ.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
- ສ້າງ ແລະ ຈັດຕັ້ງປະຕິບັດແຜນການ, ແຜນວຽກລະອຽດຂອງພະແນກໃນແຕ່ລະໄລຍະ, ຈັດຕັ້ງ ປະຕິບັດນະໂຍບາຍ, ກົດໝາຍ, ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບ, ແຈ້ງການ ແລະ ຂໍ້ແນະນຳຕ່າງໆຂອງຂັ້ນເທິງກ່ຽວກັບວຽກງານຮ່ວມມືສອງຝ່າຍ ລາວ-ຫວຽດ ແລະ ລາວ-ຈີນ ຂອງຂະແໜງກະສິກຳແລະ ປ່າໄມ້;
- ສົມທົບກັບບັນດາພະແນກການຕ່າງໆ ພາຍໃນກົມແຜນການ ແລະ ການຮ່ວມມື, ກົມ, ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ເພື່ອຈັດຕັ້ງຜັນຂະຫຍາຍກົດລະບຽບ, ມະຕິຄຳສັ່ງ, ບົດແນະນຳ, ແຈ້ງການຕ່າງໆທີ່ພັກ ແລະ ລັດຖະບານວາງອອກກ່ຽວກັບວຽກງານ ຮ່ວມມືສອງຝ່າຍ ລາວ-ຫວຽດ ແລະ ລາວ-ຈີນ ໃນຂະແໜງກະສິກຳ ແລະ ປ່າໄມ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນ;
- ປະສານສົມທົບກັບກົມກອງທີ່ກ່ຽວຂ້ອງໃນການຊຸກຍູ້ຕິດຕາມ, ຄຸ້ມຄອງ ແລະ ປະເມີນຜົນບັນດາໂຄງການຮ່ວມມື ລາວ-ຫວຽດ ແລະ ລາວ-ຈີນ ໃນຂະແໜງກະສິກຳ ແລະ ປ່າໄມ້ ທີ່ທາງກົມແຜນການ ແລະ ການຮ່ວມມືແລະ ກະຊວງໄດ້ມອບໝາຍໃຫ້ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລະບຽບການດ້ານການຮ່ວມມືຕາມຂໍ້ກຳນົດໃນສັນຍາທີ່ທາງຂັ້ນເທິງໄດ້ເຊັນຮັບຮູ້;
- ເປັນໃຈກາງໃນການຕິດຕໍ່ພົວພັນ ແລະ ເຂົ້າຮ່ວມເຈລະຈາ, ຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ຈາກ ສສ ຫວຽດນາມ ແລະ ສປ. ຈີນ ໂດຍສົມທົບກັບກົມ, ສະຖາບັນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ບ່ອນຈັດຕັ້ງປະຕິບັດໂຄງການຕົວຈິງ, ບົນພື້ນຖານນະໂຍບາຍຕ່າງປະເທດ ທີ່ພັກ ແລະ ລັດຖະບານວາງອອກ ແລະ ອີງໃສ່ການຊີ້ນຳຂອງກົນແຜນການ ແລະ ການຮ່ວມມື ແລະ ການນຳຂອງກະຊວງ;
- ຄົ້ນຄ້ວາ, ປັບປຸງກົນໄກ, ການຄຸ້ມຄອງຊ່ຽວຊານ, ແບບແຜນວິທີເຮັດວຽກ ແລະ ລະບຽບການເຄື່ອນໄຫວ, ຄຸ້ມຄອງວຽກງານການຮ່ວມມື ສະເພາະກັບ ສສ ຫວຽດນາມ ແລະສປຈີນ ໂດຍສົມທົບກັບກົມ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ແນໃສ່ໃຫ້ມີການແບ່ງຄວາມຮັບຜິດຊອບ ລະຫວ່າງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໃນກົງຈັກການຈັກຕັ້ງຂອງກົມແຜນການ;
- ເປັນໃຈກາງໃນການປະສານງານກັບກົມ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ, ເກັບກຳສັງລວມຄວາມຕ້ອງການດ້ານການຮ່ວມມື ເພື່ອສະເໜີເຂົ້າໃນແຜນຮ່ວມມືສອງຝ່າຍ ລາວ- ຫວຽດ ແລະ ລາວ-ຈີນ ແລະ ການຮ່ວມມືອື່ນໆຕາມທ່າແຮງ ແລະ ຕາມການອະນຸມັດຂອງຂັ້ນເທິງ;
- ເປັນເຈົ້າການປະສານງານກັບກົມ, ກອງ, ສະຖາບັນ,ພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນປະໂຫຍດໃນທ້ອງຖິ່ນບ່ອນຈັດຕັ້ງປະຕິບັດໂຄງການຕົວຈິງ ເພື່ອຕິດຕາມຊຸກຍູ້, ກວດກາ, ຕີລາຄາປະເມີນຜົນ ແລະ ລາຍງານຄວາມຄືບໜ້າຂອງໂຄງການຮ່ວມມື ສອງຝ່າຍ ລາວ-ຫວຽດ ແລະ ລາວ-ຈີນ ໃນຂະແໜງກະສິກຳ ແລະ ປ່າໄມ້;
- ຕິດຕາມຊຸກຍູ້, ປະສານງານກັບກົມ, ກອງ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງລາຍງານກ່ຽວກັບການຈັດຕັ້ງຜັນຂະຫຽາຍສັນຍາ ແລະ ເນື້ອໃນການຮ່ວມມືສອງຝ່າຍ ລາວ-ຫວຽດ ແລະ ລາວ-ຈີນ ໃຫ້ຂັ້ນເທິງປົກກະຕິ;
- ມີໜ້າທີ່ຊຸກຍູ້, ຕິດຕາມກວດກາ, ສະຫຼຸບສັງເກດຕີລາຄາຜົນໃນການຈັດຕັ້ງປະຕິບັດແຜນການ ຂອງບັນດາໂຄງການຮ່ວມມືສອງຝ່າຍ ລາວ-ຫວຽດ ແລະ ລາວ-ຈິນ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບຫຼັກການທີ່ໄດ້ກຳນົດໄວ້.
ຂອບເຂດສິດ
- ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ ແລະ ນຳສະເໜີ ການຍ້ອງຍໍຊົມເຊີຍຊ່ຽວຊານ ຜູ້ທີ່ມີຜົນງານດີເດັ່ນ ໃຫ້ທ່ວງທັນກັບສະພາບການ;
- ຄົ້ນຄ້ວາ ແລະ ນຳສະເໜີການຈັດຕັ້ງປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ, ລັດຖະກອນທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
- ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງພາຍໃນກົມແຜນການ ແລະ ການຮ່ວມມື, ບັນດາກົມ, ສະຖາບັນໃນກະຊວງກະສິກຳ ແລະ ປ່າໄມ້ ແລະ ກັບບັນດາຂະແໜງການອື່ນນອກກະຊວງ ແລະ ຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານຮ່ວມມືກັບ ສສ ຫວຽດນາມ, ສປຈີນ ໃຫ້ໄດ້ຮັບຜົນດີຕາມການໝອບໝາຍ.
- ປະຕິບັດສິດອື່ນໆຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າກົມ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ພະແນກແນກຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ ປະກອບດ້ວຍ3 ຂະແໜງ ແລະ 6 ໜ່ວຍງານດັ່ງນີ້:
- ຂະແໜງ ສັງລວມ ແລະ ແຜນການ
- ໜ່ວຍງານສັງລວມ ແລະ ແຜນການ
- ໜ່ວຍງານບໍລິຫານ ແລະ ຄຸ້ມຄອງເອກະສານ
- ຂະແໜງ ຮ່ວມມື ລາວ-ຫວຽດນາມ
- ໜ່ວຍງານຮ່ວມມືສອງຝ່າຍລາວ-ຫວຽດນາມ ແລະ ຄຸ້ມຄອງຊ່ຽວຊານ
- ໜ່ວຍງານຄຸ້ມຄອງ ແລະຕິດຕາມກວດກາໂຄງການຮ່ວມມືລາວ-ຫວຽດນາມ
- ຂະແໜງ ຮ່ວມມື ລາວ-ຈີນ
- ໜ່ວຍງານຮ່ວມມືສອງຝ່າຍລາວ-ຈີນ ແລະ ຄຸ້ມຄອງຊ່ຽວຊານ
- ໜ່ວຍງານຄຸ້ມຄອງ ແລະຕິດຕາມກວດກາໂຄງການຮ່ວມມືລາວ-ຈີນ
ໂຄງປະກອບດ້ານບຸກຄະລາກອນ
1. ພະແນກຮ່ວມມື ລາວ-ຫວຽດ ແລະ ລາວ-ຈີນ ປະກອບດ້ວຍຫົວໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານຈໍານວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການເຫັນດີຈາກກົມຈັດຕັ້ງ ແລະ ພະນັກງານ;
- ພະແນກຮ່ວມມື ລາວ-ຫວຽດ ແລະ ລາວ-ຈີນ ປະກອບດ້ວຍພະນັກງານວິຊາການຈຳນວນໜຶ່ງຕາມການກຳນົກຕຳແໜ່ງງານທີ່ຂັ້ນເທິງອະນຸມັດ.
ໜ້າທີ່ຂອງຂະແໜງສັງລວມ ແລະ ແຜນການ
- ບັນທຶກເອກະສານຂາເຂົ້າ-ຂາອອກ, ເກັບມ້ຽນເອກະສານທາງລັດຖະການ, ຄຸ້ມຄອງຊັບສິນຂອງລັດພາຍໃນພະແນກ, ຝຶກອົບຮົມ , ກໍ່ສ້າງພະນັກງານ ແລະ ວຽກນິຕິກຳຕ່າງໆ;
- ຂຶ້ນແຜນການເຄື່ອນໄຫວປະຈຳປີ, ຕິດຕາມວຽກງານການເງິນ ແລະ ງົບປະມານຂອງພະແນກ;
- ຕິດຕາມການຈັດຕັ້ງປະຕິບັດຂອງຂະແໜງການ ແລະ ຮັບຜິດຊອບວຽກງານເຄື່ອນໄຫວນອກ ຫຼັກສູດຕ່າງໆເຊັ່ນ:ສ້າງຂະບວນອອກແຮງງານ, ກິລາແລະປ້ອງກັນຄວາມສະຫງົບສຸກ;
- ສະຫຼຸບ, ສັງລວມ, ລາຍງານວຽກງານຮ່ວມມື ປະຈຳເດືອນ, ປະຈໍາງວດ3 ເດືອນ, 6ເດືອນ ແລະ ປະຈຳປີ;
- ຄຸ້ມຄອງ ແລະຕິດຕາມຜົນງານຂອງຊ່ຽວຊານ, ຄົ້ນຄ້ວາ, ນຳສະເໜີການຍ້ອງຍໍຊົມເຊີຍຜົນງານໃຫ້ທ່ວງທັນກັບເວລາ.
ໜ້າທີ່ຂອງຂະແໜງຮ່ວມມື ລາວ-ຫວຽດນາມ
1. ຄຸ້ມຄອງບັນດາໂຄງການຮ່ວມມື ລາວ-ຫວຽດນາມ, ໃຫ້ການຮ່ວມມືກັບຝ່າຍຫວຽດນາມ;
2. ເກັບກຳຂໍ້ມູນ ແລະ ຂ່າວສານຕ່າງໆ ເພື່ອເປັນຂໍ້ມູນສະໜອງ ໃຫ້ແກ່ຜູ້ປະສົງຢາກມາຮ່ວມມືລົງທຶນ, ຕີລາຄາຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການ, ສ້າງໂຄງການຮ່ວມມືລາວ-ຫວຽດນາມໃນຂົງເຂດກະສິກຳ ແລະ ປ່າໄມ້;
- ຄຸ້ມຄອງການຕິດຕາມໂຄງການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຂອງຂະແຫນງກະສິກຳ ແລະ ປ່າໄມ້ ໃນຂົງເຂດທົ່ວປະເທດ;
- ສັງເກດຕີລາຄາຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດໂຄງການ, ສ້າງໂຄງການຮ່ວມມືສອງຝ່າຍ ລາວ-ຫວຽດນາມ;
- ປະສານສົມທົບກັບຄະນະກຳມາທິການຮ່ວມື ລາວ-ຫວຽດນາມ, ກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໂດຍການເຫັນດີຈາກຄະນະພະແນກ ແລະ ນຳສະເໜີບັນຫາຕ່າງໆຕໍ່ຄະນະພະແນກຕາມຄວາມເໝາະສົມ ເພື່ອນຳສະເໜີຂັ້ນເທິງ.
ໜ້າທີ່ຂອງຂະແໜງຮ່ວມມື ລາວ-ຈີນ
- ຄຸ້ມຄອງບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ການຮ່ວມມືກັບຝ່າຍຈີນຢ່າງຖືກຕ້ອງ ຮັບປະກັນມູນເຊື້ອອັນດີງາມ ໃນການຮ່ວມມື ລາວ-ຈີນ;
- ເກັບກຳຂໍ້ມູນ ແລະ ຂ່າວສານຕ່າງໆ ເພື່ອເປັນຂໍ້ມູນສະໜອງແກ່ຜູ້ມີຈຸດປະສົງຢາກຮ່ວມມືລົງທຶນ ແລະ ຕີລາຄາຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດໂຄງການສ້າງໂຄງການຮ່ວມມືລາວ- ຈີນ ໃນຂົງເຂດກະສິກຳ ແລະ ປ່າໄມ້;
- ຄຸ້ມຄອງການຕິດຕາມໂຄງການຮ່ວມມືສອງຝ່າຍ ລາວ-ຈີນ ຂອງຂະແຫນງກະສິກຳ ແລະ ປ່າໄມ້ ໃນຂົງເຂດທົ່ວປະເທດ;
- ສັງເກດຕີລາຄາຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດໂຄງການ, ສ້າງໂຄງການຮ່ວມມືສອງຝ່າຍລາວ-ຈີນ;
- ປະສານສົມທົບກັບຄະນະກຳມາທິການຮ່ວມມື ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະທ້ອງຖິ່ນ, ໂດຍການເຫັນດີຈາກຄະນະພະແນກ ແລະນຳສະເໜີບັນຫາຕ່າງໆຕໍ່ຄະນະພະແນກຕາມຄວາມເໝາະສົມ ເພື່ອນຳສະເໜີຂັ້ນເທິງ.
ຫນ້າທີ່ ຂອງໜ່ວຍງານ ບໍລິຫານ ແລະ ຄຸ້ມຄອງເອກະສານ
- ບັນທຶກເອກະສານຂາເຂົ້າ-ຂາອອກ, ເກັບມ້ຽນເອກະສານທາງລັດຖະການ, ຄຸ້ມຄອງຊັບສິນຂອງລັດ, ຮັບຜິດຊອບວຽກງານການຈັດຕັ້ງຝຶກອົບຮົມ, ກໍ່ສ້າງ ແລະ ຄຸ້ມຄອງພະນັກງານພາຍໃນພະແນກ;
- ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງຂະແໜງການ, ໜ່ວຍງານ ແລະພະນັກງານພາຍໃນພະແນກ.
ຫນ້າທີ່ ຂອງຫນ່ວຍງານສັງລວມ ແລະ ສ້າງແຜນການ
1. ສັງລວມຕິດຕາມທາງດ້ານການເງິນ ແລະ ງົບປະມານຂອງພະແນກ;
- ປະສານສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ໃນການຄົ້ນຄ້ວາເອກະສານຕ່າງໆທີ່ກ່ຽວພັນກັບແຜນການ ພັດທະນາ ແລະ ນິຕິກຳຄ່າງໆ ແລ້ວຮ່າງປະກອບຄຳເຫັນ ລາຍງານຂັ້ນເທີງ.
ໜ້າທີ່ຂອງຫນ່ວຍງານ ຮ່ວມມືສອງຝ່າຍລາວ-ຫວຽດນາມ ແລະ ຄຸ້ມຄອງຊ່ຽວຊານ
- ມີຫນ້າທີ່ຮັບຜິດຊອບວຽກງານຮ່ວມມືສອງຝ່າຍລາວ-ຫວຽດນາມ, ຄຸ້ມຄອງໂຄງການ ແລະ ຄຸ້ມຄອງຊ່ຽວຊານ ໃນການຈັດຕັ້ງປະຕິບັດໃຫ້ຖຶກຕອ້ງຕາມຂໍ້ຕົກລົງ ແລະ ລະບຽບຫຼັກການ ຂອງສອງປະເທດທີ່ໄດ້ກຳນົດໄວ້.
- ເກັບກຳຂໍ້ມູນຂ່າວສານ, ນິຕິກຳ, ລະບຽບກົດຫມາຍ, ນະໂຍບາຍຕ່າງໆກ່ຽວກັບການ ລົງທຶນ ເພື່ອສະຫນອງໃຫ້ແກ່ນັກທຸລະກິດ ແລະ ເອກະຊົນຂອງ ສສ ຫວຽດນາມ ທີ່ມີ ຈຸດ ປະສົງ ຢາກມາລົງທືນ.
ໜ້າທີ່ຂອງຫນ່ວຍງານ ຄຸ້ມຄອງ, ຕິດຕາມກວດກາໂຄງການຮ່ວມມືລາວ-ຫວຽດນາມ
- ຕິດຕາມ, ກວດກາຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍລາວ-ຫວຽດນາມ ໃນຂົງເຂດກະສິກຳ ແລະ ປ່າໄມ້;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ, ເຂົ້າຮ່ວມເຈລະຈາ ຍາດແຍ່ງທຶນຊວ່ຍເຫຼືອ ເພື່ອມາຈັດຕັ້ງປະຕິບັດວຽກງານການຮ່ວມມືລະຫວ່າງລາວ-ຫວຽດນາມ.
ໜ້າທີ່ ຂອງຫນ່ວຍງານ ຮ່ວມມືສອງຝ່າຍລາວ-ຈີນ ແລະ ຄຸ້ມຄອງຊ່ຽວຊານ
- ຮັບຜິດຊອບວຽກງານຮ່ວມມືສອງຝ່າຍລາວ-ຈີນ, ຄຸ້ມຄອງໂຄງການ ແລະ ຄຸ້ມຄອງຊ່ຽວຊານໃນການຈັດຕັ້ງປະຕິບັດໃຫ້ຖືກຕອ້ງຕາມຂໍ້ຕົກລົງ ແລະ ລະບຽບຫຼັກການ ຂອງສອງປະເທດທີ່ໄດ້ກຳນົດໄວ້;
- ເກັບກຳຂໍ້ມູນຂ່າວສານ, ນິຕິກຳ, ລະບຽບກົດໝາຍ, ນະໂຍບາຍຕ່າງໆກ່ຽວກັບການລົງທຶນ ເພື່ອສະໜອງໃຫ້ແກ່ນັກທຸລະກິດ ແລະ ພາກສ່ວນເອກະຊົນຂອງ ສປ. ຈີນ ທີ່ມີຈຸດປະສົງຢາກມາລົງທຶນ.
ໜ້າທີ່ ຂອງຫນ່ວຍງານ ຄຸ້ມຄອງ, ຕິດຕາມກວດກາ ໂຄງການຮ່ວມມືລາວ-ຈີນ
- ຕິດຕາມ, ກວດກາຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ສອງຝ່າຍລາວ-ຈີນ ໃນຂົງເຂດກະສິກຳ ແລະ ປ່າໄມ້;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ, ເຂົ້າຮ່ວມເຈລະຈາ ຍາດແຍ່ງທຶນຊວ່ຍເຫຼືອ ເພື່ອມາຈັດຕັ້ງປະຕິບັດວຽກງານການຮ່ວມມືລະຫວ່າງລາວ-ຈີນ.
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ສົມທົບກັບການປະຕິບັດລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະສິດໃນການຕັດສິນບັນ ຫາພາຍໃນຂອບເຂດຂອງແຕ່ລະຂັ້ນ.
ແບບແຜນວິທີເຮັດວຽກ
- ຫົວໜ້າພະແນກມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະກົມແຜນການກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກພ່ອງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ; ຮອງຫົວໜ້າພະແນກມີໜ້າທີ່ຊ່ວຍວຽກຫົວໜ້າພະແນກ ໂດຍລົງເລີກຮັບຜິດຊອບວຽກງານ ໃດໜຶ່ງຕາມການແບ່ງງານ ແລະ ມອບໝາຍຂອງຫົວພະແນກ.
- ຫົວໜ້າພະແນກເປັນຜູ້ລົງລານເຊັນຕໍ່ເອກະສານທີ່ສຳຄັນຂອງພະແນກ, ກໍລະນີຕິດຂັດ ຫຼື ໄປວຽກທາງໄກ, ຫົວໜ້າພະແນກຕ້ອງມອບສິດປະຈຳການຊົ່ວຄາວ ໃຫ້ຮອງຫົວໜ້າພະແນກຜູ້ໃດຜູ້ໜຶ່ງວ່າການແທນ ແລະ ໃນເມື່ອຫົວໜ້າພະແນກກັບຄືນມາປະຈຳການແລ້ວ ຜູ້ວ່າການແທນຕ້ອງລາຍງານເປັນລາຍລັກອັກສອນວຽກທີ່ຕົນໄດ້ແກ້ ແລະ ວຽກທີ່ຍັງຄ້າງຄາ ໃຫ້ຫົວໜ້າພະແນກຮັບຊາບ.
- ການເຄື່ອນໄຫວ ຂອງພະແນກພະແນກຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ ແມ່ນບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ຫັນເອົາແຜນຂອງກົມໃຫ້ເປັນໂຄງການລະອຽດ ແລ້ວຈັດຕັ້ງຕິບັດໃຫ້ປາກົດເປັນຈິງ ;
- ພົວພັນ ແລະ ປະສານສົມທົບກັບບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາໜ່ວຍງານ ແລະ ບັນດາຂະແໜງການສາຍຕັ້ງຢູ່ທ້ອງຖິ່ນທີ່ຂຶ້ນກັບກົມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້;
- ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6ເດືອນ, 9 ເດືອນ ແລະ ປະຈຳປີ, ສະຫຼຸບສັງລວມສະພາບການຮອບດ້ານ ເພື່ອລາຍງານຄະນະນຳກົມຕາມເວລາທີ່ກຳນົດໄວ້.
Leave a Reply