ທີ່ຕັ້ງ ແລະ ພາລະບົດບາດ
ສູນສະຖິຕິກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ສສກ” ແມ່ນສູນໜຶ່ງສັງກັດຢູ່ໃນໂຄງປະກອບ ກົງຈັກການຈັດຕັ້ງ ຂອງກົມແຜນການ ແລະ ການຮ່ວມມື ມີພາລະບົດບາດເປັນເສນາທິການ ແລະ ເປັນໃຈກາງປະສານງານໃຫ້ແກ່ຄະນະນຳຂອງກົມໃນການເຮັດໜ້າທີ່ສັງລວມ ແລະ ຄຸ້ມຄອງຢ່າງລວມ ສູນ ກ່ຽວກັບວຽກງານສະຖິຕິ ຂອງກົມແຜນການ ແລະ ການຮ່ວມມື ໃຫ້ມີປະສິດທິຜົນ, ວຽກຂໍ້ມູນ ທີ່ໄດ້ມາຈາກການສຳຫຼວດ ຫຼື ການລາຍງານບໍລິຫານ ໂດຍຜ່ານຂະບວນການເກັບກຳ, ການສັງລວມ, ການຄິດໄລ່, ການປຸງແຕ່ງ, ການວິໄຈ ແລະ ການວິເຄາະຕາມຫຼັກວິທະຍາສາດສະຖິຕິ ໂດຍໄດ້ຮັບການຮັບຮອງຈາກລະບົບການຈັດຕັ້ງຂອງຂະແໜງການຕົນ.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ເປັນໃຈກາງໃນການຄົ້ນຄວ້າ ແລະ ນຳສະເໜີຍຸດທະສາດ ແລະ ແຜນການໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ກ່ຽວກັບການປັບປຸງ ແລະ ພັດທະນາລະບົບສະຖິຕິກະສິກຳ ແລະ ປ່າໄມ້;
2. ເປັນໃຈກາງໃນການສຳຫຼວດ ແລະ ເກັບກຳຂໍ້ມູນສະຖິຕິ ທີ່ກ່ຽວຂ້ອງກັບຂະແໜງກະສິກຳ ແລະ ປ່າ ໄມ້, ພ້ອມທັງສຶກສາ, ວິໄຈ ແລະ ຕີລາຄາຂໍ້ມູນດັ່ງກ່າວ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ ກະສິກຳ ແລະ ປ່າໄມ້;
3. ເປັນສູນກາງບໍລິການເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານສະຖິຕິກະສິກຳ ແລະ ປ່າໄມ້, ຂ່າວສານຕະຫຼາດ ແລະ ເສດຖະກິດ-ສັງຄົມ ທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ ຈາກ ກະຊວງ ໃຫ້ພາກສ່ວນລັດ, ເອກະຊົນ, ນັກລົງທຶນ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ;
4.ເປັນໃຈກາງປະສານສົມທົບກັບບັນດາກົມ, ກອງ, ສະຖາບັນ, ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການພັດທະນາ, ວິທີການຜະລິດສະຖິຕິ, ການປຸງແຕ່ງ, ການວິເຄາະ, ວິໄຈ ແລະ ການສົ່ງຂໍ້ມູນຈາກລະບົບການລາຍງານ ແລະ ລະບອບການລາຍງານ ຕາມຫຼັກວິຊາສະຖິຕິໃຫ້ມີຄວາມເປັນເອກະພາບ ແລະ ມີຄຸນນະພາບ ດ້ວຍການນຳໃຊ້ຄວາມກ້າວໜ້າຂອງເຕັກໂນໂລຊີດ້ານຂໍ້ມູນຂ່າວສານ;
5.ບຳລຸງ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມຊຳນານງານ ດ້ານສະຖິຕິໃຫ້ແກ່ພະນັກງານ ເຮັດສະຖິຕິຢູ່ຂັ້ນກະຊວງ, ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ດ້ວຍຫຼາຍຮູບແບບ;
6.ຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະ ຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານທີ່ກ່ຽວຂ້ອງກັບໜ້າທີ່ຂອງສູນສະຖິຕິກະສິກຳ;
7.ປະຕິບັດຕາມວຽກງານສະເພາະກິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຂັ້ນເທິງ.
ຂອບເຂດສິດ
1. ຈັດຕັ້ງປະຕິບັດທຸກວຽກງານຕາມໜ້າທີ່ ແລະ ພາລະບົດບາດໄດ້ລະບຸໄວ້ໃນຂໍ້ຕົກລົງສະບັບນີ້ ແລະ ຕາມການຊີ້ນຳຂອງຂັ້ນເທິງ.;
2. ປະສານສົມທົບກັບ ພະແນກການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ, ອອ້ມຂ້າງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຂະ ແໜງແຜນການຢູ່ ພະແນກກະສິກຳ ແລະປ່າໄມ້ ແຂວງ ແລະ ນະຄອນຫຼວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການວຽກງານ ທີ່ວາງອອກໃຫ້ໄດ້ຮັບຜົນສຳເລັດ;
3. ຄົ້ນຄວ້າ ແລະ ນຳສະເໜີຕໍ່ຂັ້ນເທິງ ເພື່ອຂໍຄຳເຫັນ, ຂໍອະນຸມັດລາຍເຊັນ ທີ່ກ່ຽວພັນກັບວຽກງານສະ ຖິຕິ, ກົງຈັກການຈັດຕັ້ງຂອງພະແນກຕະຫຼອດຮອດ ເຖິງການບັນຈຸສັບຊ້ອນພະນັກງານ ເພື່ອໃຫ້ແທດເໝາະກັບວຽກງານໃນແຕ່ລະໄລຍະ;
4. ສົມທົບກັບບັນດາ ພະແນກການຂອງກົມ, ກອງ, ສະຖາບັນ, ຂະແໜງແຜນການຂອງ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນກ່ຽວກັບການນຳໃຊ້ ຫຼັກວິທະຍາສາດທາງດ້ານສະຖິຕິ ໃນບາງກໍລະນີຕາມຄວາມຈຳເປັນ;
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ສູນສະຖິຕິກະສິກຳ ປະກອບດ້ວຍ03 ຂະແໜງ ແລະ 06 ໜ່ວຍງານ ດັ່ງນີ້:
1. ໜ່ວຍງານ ວິຊາການ ດ້ານສະຖິຕິ
- ຈຸງານ ສະຖິຕິການຜະລິດ
- ຈຸງານ ສະຖິຕິເສດຖະກິດ-ສັງຄົມ
2. ໜ່ວຍງານ ສະຖິຕິລາຄາ ແລະ ຂ່າວສານຕະຫຼາດ
- ຈຸງານ ສະຖິຕິລາຄາ ແລະ ຂ່າວສານຕະຫຼາດ
- ຈຸງານ ສະຖິຕິດ້ານການຄ້າ (ການນຳເຂົ້າ-ສົ່ງອອກ)
3. ໜ່ວຍງານ ຄຸ້ມຄອງ ແລະ ຈັດພິມເຜີຍແຜ່ຂໍ້ມູນສະຖິຕິ
- ຈຸງານ ຄຸ້ມຄອງ ແລະ ບໍລິການ ຂໍ້ມູນສະຖິຕິ
- ຈຸງານ ຈັດພິມເຜີຍແຜ່ ສະຖິຕິທາງການ
ໂຄງປະກອບດ້ານບຸກຄະລາກອນ
1. ສູນສະຖິຕິກະສິກຳ ປະກອບດ້ວຍຫົວໜ້າສູນ 1 ທ່ານ, ຮອງຫົວໜ້າສູນຈໍານວນໜຶ່ງ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ, ຊື່ງໄດ້ຮັບການແຕ່ງຕັ້ງ ແລະ ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການເຫັນດີ ຈາກກົມຈັດຕັ້ງ ແລະ ພະນັກງານ;
2. ສູນສະຖິຕິກະສິກຳ ປະກອບດ້ວຍ ພະນັກງານວິຊາການຈຳນວນໜື່ື່ງຕາມການກຳນົດຕໍາແໜ່ງງານທີ່ຂັ້ນເທິງອະນຸມັດ.
ໜ້າທີ່ ຂອງ ໜ່ວຍງານ ວິຊາການດ້ານສະຖິຕິ
1. ເປັນໃຈກາງໃນການຄົ້ນຄວ້າຂໍ້ກຳນົດ, ກົດລະບຽບ, ແຜນຍຸດທະສາດ ແລະ ນິຕິກຳອື່ນໆ ເພື່ອການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການສຳຫຼວດ ແລະ ເກັບກຳຂໍ້ມູນສະຖິຕິ;
2. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສັງລວມແຜນການ, ກຳນົດແນວຄວາມຄິດ ແລະ ນິຍາມ ສຳລັບນຳໃຊ້ເກັບກຳຂໍ້ມູນເພື່ອໃຫ້ໄດ້ມາດຕະຖານທາງດ້ານສະຖິຕິ, ອອກແບບ ແລະ ທົດສອບວິທີການ, ຮ່າງໃບສອບຖາມ, ຮ່າງບົດລາຍງານທາງດ້ານວິຊາການສະຖິຕິ;
3. ເປັນໃຈກາງຮ່ວມກັບກົມວິຊາການທີ່ກ່ຽວຂ້ອງດຳເນີນການສຳຫຼວດ ແລະ ເກັບກຳສັງລວມຂໍ້ມູນສະຖິຕິການຜະລິດພືດ, ລ້ຽງສັດ, ການປະມົງ, ປ່າໄມ້, ສະຖິຕິເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ສະຖິຕິການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ອື່ນໆ ພ້ອມທັງສຶກສາ, ວິເຄາະວິໄຈ ແລະ ຕີລາຄາຂໍ້ມູນສະຖິຕິດັ່ງກ່າວຮັບໃຊ້ໃຫ້ແກ່ການພັດທະນາຂະແໜງກະສິກຳ ແລະ ປ່າໄມ້;
4. ເປັນໃຈກາງໃນການປັບປຸງລະບົບຕາໜ່າງເຄືອຄ່າຍເກັບກຳຂໍ້ມູນ ແລະ ສ້າງແຜນຝຶກອົບຮົມຍົກລະ ດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ໃຫ້ແກ່ພະນັກງານຢູ່ຂັ້ນສູນກາງ ແລະ ພະນັກງານຂັ້ນ ແຂວງ ແລະ ເມືອງ ໃນແຕ່ລະໄລຍະ
5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
ໜ້າທີ່ຂອງໜ່ວຍງານ ສະຖິຕິລາຄາ ແລະ ຂ່າວສານການຕະຫຼາດ
1. ປະສານສົມທົບກັບກົມກອງ ແລະກະຊວງຕ່າງງ ທີ່ພົວພັນກັບການເກັບກຳຂໍ້ມູນລາຄາ, ເພື່ອຫລີກລ້ຽງການຊ້ຳຊ້ອນ ແລະ ເຮັດໃຫ້ຜູ້ໃຊ້ຂໍ້ມູນມີຄວາມສັບສົນ;
2. ສັງລວມ ແລະ ເກັບກຳຂໍ້ມູນລາຄາ ແລະ ຂ່າວສານການຕະຫຼາດ ໂດຍສະເພາະສະຖິຕິສິນຄ້ານຳເຂົ້າ-ສົ່ງອອກ;
4. ວິເຄາະ, ຕີລາຄາຜົນໄດ້ຮັບ ແລະ ເຜີຍແຜ່ໃຫ້ຜູ້ຊົມໃຊ້ຊາບ;
5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
ໜ້າທີ່ ຂອງ ໜ່ວຍງານ ຄຸ້ມຄອງ ແລະ ຈັດພິມເຜີຍແຜ່ຂໍ້ມູນສະຖິຕິ
1. ເປັນໃຈກາງໃນການສ້າງລະບົບສັງລວມ, ເກັບກຳ, ເກັບຮັກສາ, ວິໄຈ ແລະ ແລກປ່ຽນຂໍ້ມູນຂ່າວສານສະຖິຕິ ນັບແຕ່ຂັ້ນກະຊວງ ລົງຮອດທ້ອງຖິ່ນ;
2. ເປັນໃຈກາງໃນການເຜີຍແຜ່ ແລະ ແລກປ່ຽນຂໍ້ມູນສະຖິຕິ, ການພັດທະນາຮູບແບບສະເໜີຂໍ້ມູນສະຖິຕິດ້ວຍຮູບແບບຕ່າງໆ ທີ່ເຫັນວ່າມີປະສິດທິຜົນຕໍ່ຜູ້ຊົມໃຊ້ຂໍ້ມູນ;
3. ວິເຄາະ ແລະ ລາຍງານຜົນໄດ້ຮັບຈາກການເກັບກຳຂໍ້ມູນດັ່ງກ່າວ ເພື່ອນຳສະເໜີຂັ້ນເທິງພິຈາລະນາ ປະກາດໃຊ້ໃຫ້ຜູ້ຊົມໃຊ້ຂໍ້ມູນ;
4. ພັດທະນາລະບົບແລກປ່ຽນຂໍ້ມູນສະຖິຕິຜ່ານອິນເຕີເນັດ ກັບບັນດາໂຄງການພາກພື້ນ ແລະ ອື່ນໆ.. ທີ່ ສປປ ລາວ ໄດ້ເຂົ້າຈັດຕັ້ງປະຕິບັດໂຄງການດັ່ງກ່າວ;
5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
ໝວດທີ 4
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສົມທົບກັບການປະຕິບັດລະບອບຫົວໜ້າດຽວຕາມລະບົບແບ່ງຂັ້ນຄຸ້ມຄອງບົນພື້ນຖານມີການແບ່ງງານກັນຢ່າງລະ ອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍໃນຂອບເຂດຂອງແຕ່ລະຂັ້ນ.
ແບບແຜນວິທີເຮັດວຽກ
1. ຫົວໜ້າສູນມີຄວາມຮັບຜິດຊອບ ໂດຍກົງຕໍ່ຫົວໜ້າກົມກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກພ່ອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ; ຮອງຫົວໜ້າສູນ ມີໜ້າທີ່ຊ່ວຍວຽກຫົວໜ້າສູນ ໂດຍລົງເລິກຮັບຜິດຊອບວຽກໃດໜຶ່ງຕາມການແບ່ງງານ ແລະ ມອບໝາຍຂອງຫົວໜ້າສູນ;
3. ການເຄື່ອນໄຫວຂອງສູນ ແມ່ນບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໜາຍ ຂອງລັດ, ຫັນເອົາແຜນການຂອງກົມໃຫ້ກາຍເປັນໂຄງການລະອຽດ ແລະຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
4. ບັນດາເອກະສານ ທີ່ກ່ຽວຂ້ອງກັບສູນ ທີ່ມາຈາກກົມ, ສະຖາບັນ, ທ້ອງຖິ່ນ ແລະ ໜ່ວຍງານອື່ນ ເມື່ອຜ່ານກົມຊິ້ນຳແລ້ວ, ຖ້າພົວພັນກັບຂະແໜງໃດ ໃຫ້ຂະແໜງນັ້ນຄົ້ນຄວ້າ ແລະ ປະກອບຄຳເຫັນເສັຍກ່ອນ ແລ້ວຈຶ່ງນຳສະເໜີຫາກົມ ຕາມລະບອບລະບຽບການບໍລິຫານ ເອກະສານທີ່ໄດ້ກຳນົດໄວ້;
5. ພົວພັນ ແລະ ປະສານສົມທົບກັບບັນດາສູນ, ບັນດາຂະແໜງ, ບັນດາໜ່ວຍງານ ແລະ ບັນດາຂະແໜງແຜນການສາຍຕັ້ງຢູ່ທ້ອງຖິ່ນທີ່ຂຶ້ນກັບກົມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກ ງານໃຫ້ສຳເລັດຕາມເປົ້າໜາຍທີ່ວາງໄວ້;
6. ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານປະຈໍາອາທິດ, ປະຈຳເດືອນ, 3ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ,ສະຫຼຸບສັງລວມສະພາບການຮອບດ້ານ ເພື່ອລາຍງານໃຫ້ຫົວໜ້າກົມຕາມເວລາທີ່ກຳນົດໄວ້.
Leave a Reply