ທີ່ຕັ້ງ ແລະ ພາລະບົດບາດ
ພະແນກຄຸ້ມຄອງໂຄງການ “ພຄກ” ແມ່ນພະແນກໜື່ງທີສັງກັດໃນໂຄງປະກອບການຈັດຕັ້ງ ຂອງກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້. ມີພາລະບົດບາດເປັນເສນາທິການ ໃຫ້ຫົວໜ້າກົມ, ຄະນະກົມ ດ້ານການສັງລວມ ແລະ ຄຸ້ມຄອງຢ່າງລວມສູນ ກ່ຽວກັບ ການຄົ້ນຄວ້າປະກອບຄຳເຫັນໃນວຽກງານຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດໂຄງການ ໃນຂະແໜງ ການກະສິກຳ ແລະ ປ່າໄມ້ ເພື່ອສະໜັບສະໜູນໃຫ້ແກ່ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ຂະແໜງການ ກະສິກຳ ແລະ ປ່າໄມ້.
ພະແນກຄຸ້ມຄອງໂຄງການ ຂຽນເປັນຕົວອັກສອນຫຍໍ້ “ພຄກ” ເພື່ອນຳໃຊ້ ເປັນທາງການ.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການສ້າງກົນໄກ ຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດໂຄງການ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້;
2. ເປັນໃຈກາງໃນການສ້າງກົນໄກ ການຄຸ້ມຄອງລະບົບຂໍ້ມູນຂ່າວສານ ຂອງຂະແໜງການ ກະສິ ກຳ ແລະ ປ່າໄມ້;
3. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການສ້າງແຜນການ, ຈັດສັນງົບປະມານໃຫ້ໄປຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະ ນາເສດຖະກິດສັງຄົມ ຂອງທ້ອງຖິ່ນ;
4. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການເຜີຍແຜ່ ບັນດາເອກະສານນິຕິກຳຕ່າງໆ ກ່ຽວຂ້ອງກັບການຈັດຕັ້ງປ
5. ການເງິນ, ການຈັດຊື້ື້ຈັດຈ້າງ ຂອງບັນດາໂຄງການຕ່າງໆ ເພື່ອໃຫ້ມີປະສິດທິຜົນສູງ, ທ່ວງທັນຕາມກຳນົດເວລາ ແລະ ຖືະຕິບັດໂຄງການ.
6. ເປັນໃຈກາງໃນວຽກງານກຕ້ອງ ຕາມລະບຽບຂັ້ນຕອນ ແລະ ກົດໝາຍ ວ່າດ້ວຍງົບປະມານ ແລະ ລະບຽບການຄຸ້ມຄອງນຳໃຊ້ງົບປະມານ ຂອງຜູ້ໃຫ້ທຶນ;
7. ຊຸກຍູ້ ແລະ ສ້າງສິ່ງອຳນວຍຄວາມສະດວກ ໃນການນຳເຂົ້າອອກ ພາຫະນະ, ກົນຈັກ, ວັດສະດຸອຸປະກອນ ແລະ ອື່ນໆ ຂອງໂຄງການ ຕາມທີ່ໄດ້ລະບຸໄວ້ໃນສັນຍາກັບຜູ້ໃຫ້ທຶນ;
8. ເກັບກຳຕິດຕາມການຄຸ້ມຄອງນຳໃຊ້ຊັບສົມບັດຄົງທີ່, ພາຫະນະກົນຈັກ, ອຸປະກອນ, ເຄື່ອງມືຮັບໄຊ້ໂຄງການ ແລະ ການນຳໃຊ້ງົບປະມານ ທີ່ອະນຸມັດໃຫ້ມີ ປະສິດທິຜົນສູງ;
9. ສົມທົບຂະແໜງຄຸ້ມຄອງຊັບສິນຂອງລັດ, ພະແນກການເງີນ ເພື່ອລົງຕິດຕາມສັງລວມຊັບສິນຂອງໂຄງການຊ່ວຍເຫຼືອລ້າ ແລະ ທືນກູ້ຢືນຈາກຕ່າງປະເທດ ໃນໄລຍະ 6 ເດືອນກ່ອນສີ້ນສຸດໂຄງການ, ເພື່ອລາຍງານຕໍ່ກະຊວງການເງີນ.
10. ສັງລວມບັນດາເອກະສານຂອງໂຄງການທີ່ຈັດຕັ້ງປະຕິບັດສຳເລັດ, ເພື່ອເປັນສຳເນົາ ແລະ ສ້າງຖານຂໍ້ມູນ;
11. ສຶກສາ, ວິເຄາະ, ວິໄຈ ຂໍ້ມູນ ກ່ຽວກັບຜົນສຳເລັດ ຫຼື ຜົນເສຍຫາຍເພື່ອຮັບໃຊ້ໃຫ້ແກ່ຂັ້ນເທິງ ແລະ ເປັນບ່ອນສັງລວມ, ແລກປ່ຽນ ແລະ ສະໜອງຂໍ້ມູນ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້;
12. ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການເຜີຍແຜ່ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້;
13. ບຳລຸງ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມຊຳນານງານດ້ານການຄຸ້ມຄອງໂຄງການ ແລະ ລະບົບຂໍ້ມູນຂ່າວສານ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍຫຼາຍຮູບແບບ;
14. ປະຕິບັດຕາມວຽກງານສະເພາະກິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າ ແລະ ຄະນະກົມ.
ຂອບເຂດສິດ.
1. ພົວພັນປະສານງານກັບ ພາກສ່ວນກ່ຽວຂ້ອງພາຍໃນກົມ ແລະ ຂະແໜງການກະສິກຳ ແລະ ປ່າໄມ້ ຕາມສາຍໃຍການຈັດຕັ້ງຂອງກົມແຜນການ ແລະ ຮ່ວມມືຢູ່ຂັ້ນທ້ອງຖິ່ນ ເພື່ອປະຕິບັດໜ້າທີ່ໆຖືກມອບ ໝາຍ;
2. ພົວພັນສົມທົບກັບບັນດາກົມ, ກອງ ແລະ ສະຖາບັນ ພາຍໃນກະຊວງ ແລະ ຂະແໜງການກະສິກຳ ແລະ ປ່າໄມ້ ຢູ່ທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກຄຸ້ມຄອງໂຄງການ ແລະ ລະບົບຂໍ້ມູນຂ່າວສານ ຕາມລະບຽບຫຼັກການ ທີ່ໄດ້ ກຳນົດອອກ;
3. ຄົ້ນຄ້ວາ ແລະ ນຳສະເໜີຂໍອະນຸມັດ ນຳໃຊ້ບັນດາຂໍ້ກຳນົດ, ກົດລະບຽບ, ບົດແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບ ວຽກງານຄຸ້ມຄອງໂຄງການ ຂອງຂະແໜງການກະສິກຳ ແລະ ປ່າໄມ້.
4. ເຜີຍແຜ່ ແລະ ແລກປ່ຽນຂໍ້ມູນທີ່ໄດ້ຜ່ານການວິເຄາະ ແລະ ຮັບຮອງ ເອົາຢ່າງເປັນທາງການ ດ້ວຍຫລາຍຮູບແແບບ.
5. ສະເໜີດັດປັບໂຄງສ້າງແຜນການ, ແຜນງົບປະມານ, ແຜນຈັດຊື້ຈັດຈ້າງ ຂອງບັນດາໂຄງການຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບການຕ່າງໆ ຫຼື ສະພາບການປ່ຽນແປງໃນແຕ່ລະໄລຍະ.
6. ຄຸ້ມຄອງ, ກວດກາ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ໂຄງການ ໃນການນຳເຂົ້າ ວັດຖຸອຸ ປະກອນ ແລະ ຊ່ຽວຊານ ໃຫ້ຖືກຕ້ອງ ຕາມລະບຽບຫລັກການ.
7. ຄົ້ນຄວ້າ ແລະ ນຳສະເໜີຕໍ່ຫົວໜ້າ ແລະ ຮອງກົມແຜນການ ກ່ຽວກັບ ການປັບປຸງ ກົງຈັກການ ຈັດຕັ້ງ ແລະ ກົນໄກແບບແຜນວິທີເຮັດວຽກ ຂອງພະແນກຄຸ້ມຄອງໂຄງການ ຕະຫຼອດເຖິງສະເໜີບັນຈຸ ແລະ ສັບຊ້ອນພະນັກງານລັດຖະກອນ ເພື່ອໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ.
8. ປະຕິບັດສິດອື່ນໆຕາມການຕົກລົງ ແລະ ມອບໜາຍ ຈາກຫົວໜ້າ ແລະ ຄະນະກົມ.
ໂຄງປະກອບກົງຈັກການຈັດຕັ້ງ
ໂຄງປະກອບການຈັດຕັ້ງ
1. ພະແນກຄຸ້ມຄອງໂຄງການ ປະກອບດ້ວຍຫົວໜ້າພະແນກ 1 ທ່ານ ແລະ ຮອງຫົວໜ້າ ພະແນກຈຳນວນໜຶ່ງ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ຕາມການສະເໜີ ຂອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການຢັ້ງຢຶນ ຈາກກົມຈັດຕັ້ງ ແລະ ພະນັກງານ;
2. ພະແນກຄຸ້ມຄອງໂຄງການ ຍັງມີຂະແໜງ ແລະ ໜ່ວຍງານ ຈຳນວນໜຶ່ງ. ຫົວໜ້າ ແລະ ຮອງ ຫົວໜ້າ ຂະແໜງ ແລະ ຫົວໜ້າໜ່ວຍງານໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຕາມການສະເໜີ ຂອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການຢັ້ງຢຶນ ຈາກກົມຈັດຕັ້ງ ແລະ ພະນັກງານ;
3. ພະແນກຄຸ້ມຄອງໂຄງການ ປະກອບດ້ວຍ ຂະແໜງການ, ໜ່ວຍງານ ແລະ ພະນັກງານ ວິຊາການ ຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ ທີ່ຂັ້ນເທິງອະນຸມັດ.
ໂຄງປະກອບກົງຈັກ
ພະແນກຄຸ້ມຄອງໂຄງການ ປະກອບດ້ວຍ 3 ກຸ່ມວຽກ ແລະ 6 ໜ່ວຍງານດັ່ງນີ້:
1. ຂະແໜງ ຕິດຕາມ ແລະ ປະເມີນຜົນໂຄງການຊ່ວຍເຫຼືອ (ODA)
ໜ່ວຍງານຊຸກຍູ້ ຕິດຕາມ ແລະ ປະເມີນຜົນ
ໜ່ວຍງານປະສານງານ
2. ຂະແໜງ ຄຸ້ມຄອງກການເງີນ ແລະ ຈັດຊື້ຈັດຈ້າງໂຄງການຊ່ວຍເຫຼືອ(ODA)
ໜ່ວຍງານ ການເງິນ ແລະ ຈັດຊື້ຈັດຈ້າງ
ໜ່ວຍງານຕິດຕາມບັນຊີຊັບສີນ
3. ຂະແໜງ ລະບົບຂໍ້ມູນຂ່າວສານ (MIS)
ໜ່ວຍງານວິເຄາະ ແລະ ວິໃຈ (GIS/RS)
ໜ່ວຍງານຄຸ້ມຄອງ ແລະ ບໍລິການຂໍ້ມູນ
ໜ້າທີ່ລະອຽດ ຂອງແຕ່ລະຂະແໜງການ
ກ. ຂະແໜງ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນໂຄງການຊ່ວຍເຫຼືອ (ODA)
1. ມີໜ້າທີ່ຕົ້ນຕໍໃນການຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ບັນດາໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກສາກົນ;
2. ສ້າງລະບົບຄຸ້ມຄອງຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານໂຄງການ ແລະ ຄວບຄຸມການສະຫຼຸບລາຍງານ ແລະ ແຜນການ ທາງດ້ານວິຊາການ;
3. ສ້າງແຜນລົງສົມທົບຊຸກຍູ້ຕິດຕາມ ຄວາມຄືບໜ້າຂອງໂຄງການ ເປັນແຕ່ລະໄລຍະເຊັ່ນ: ປະ ຈຳເດືອນ, ງວດ ແລະ ປີ;
4. ປະເມີນຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການ ເປັນແຕ່ລະໄລຍະ ຕາມແຜນຂອງໂຄງການ;
5. ຈັດກອງປະຊຸມ ສະຫຼຸບ ຕີລາຄາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ.
6. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ ຕົວຊີ້ວັດຂອງໂຄງການທີ່ໄດ້ກຳນົດໄວ້ ພ້ອມທັງ ຕິດຕາມ ແລະ ກະຕຸກຊຸກຍູ້ ໃຫ້ບັນລຸຕາມຕົວຊີ້ວັດ ທີ່ໄດ້ກຳນົດໄວ້, ມີການສົມທຽບໃສ່ກັບ ການເບີກ ຈ່າຍງົບປະມານຂອງໂຄງການ ແລະ ວຽກທີ່ປະຕິບັດໄດ້.
7. ປະຕິບັດຕາມວຽກງານສະເພາະກິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າ ແລະ ຄະນະພະແນກ.
ຂ. ຂະແໜງ ຄຸ້ມຄອງກການເງີນ ແລະ ຈັດຊື້ຈັດຈ້າງໂຄງການຊ່ວຍເຫຼືອ (ODA)
1. ມີໜ້າທີ່ຕົ້ນຕໍ ໃນການສ້າງລະບົບການຄຸ້ມຄອງທາງດ້າງການເງິນ, ການບັນຊີ, ການເບີກຈ່າຍ ແລະ ການຈັດຊື້ຈັດຈ້າງ ໃຫ້ສົມຄູ່ກັນ ໂດຍການແຍກເປັນໝວດ, ຊະນິດປະເພດຕາມຄວາມຕ້ອງການຂອງບັນດາໂຄງການ ເປັນແຕ່ລະເດືອນ, ເປັນງວດ ແລະ ປີ;
2. ສ້າງລະບົບການສະຫຼຸບ ລາຍງານ ທາງດ້ານການເງິນ ແລະ ຂຶ້ນແຜນງົບປະມານເປັນງວດ, ປີ ຕາມເງື່ອນໄຂ ລະບຽບການ ທີ່ໄດ້ກຳນົດໄວ້ໃນສັນຍາເງິນຊ່ວຍເຫຼືອລ້າ ແລະ ກູ້ຢືມ ຂອງໂຄງການ;
3. ສົມທົບຂະແໜງຄຸ້ມຄອງຊັບສິນຂອງລັດ, ພະແນກການເງີນ ເພື່ອລົງຕິດຕາມສັງລວມຊັບສິນຂອງໂຄງການຊ່ວຍເຫຼືອລ້າ ແລະ ທືນກູ້ຢືນຈາກຕ່າງປະເທດ ໃນໄລຍະ 6 ເດືອນກ່ອນສີ້ນສຸດໂຄງການ, ເພື່ອລາຍງານຕໍ່ກະຊວງການເງີນ.
4. ສະເໜີດັດປັບແຜນການ, ແຜນງົບປະມານ, ແຜນຈັດຊື້ຈັດຈ້າງ ທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບການຈັດຊື້ຈັດຈ້າງ;
5. ຄຸ້ມຄອງ, ກວດກາ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ໂຄງການ ໃນການນຳເຂົ້າ ວັດຖຸອຸປະ ກອນ ແລະ ຊ່ຽວຊານ ໃຫ້ຖືກຕ້ອງ ຕາມລະບຽບຫລັກການ;
6. ກຳນົດວິທີການລາຍງານໃຫ້ເປັນລະບົບ ເພື່ອເຮັດໃຫ້ການຄຸ້ມຄອງໂຄງການໃນຂະແໜງການ ກະສິກຳ ແລະ ປ່າໄມ້ ມີຄວາມເປັນເອກະພາບ ແລະ ມີຄຸນນະພາບ;
7. ປະຕິບັດຕາມວຽກງານສະເພາະກິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າ ແລະ ຄະນະພະແນກ.
ຄ. ຂະແໜງ ລະບົບຂໍ້ມູນຂ່າວສານ.
1. ນຳໃຊ້ຄວາມກ້າວໜ້າທາງດ້ານໄອທີ ສ້າງເປັນເຄື່ອງມື ເພື່ອຮັບໃຊ້ເຂົ້າໃນການຊຸກຍູ້ ແລະ ບໍລິການຮັບໃຊ້ ໜ້າວຽກເກັບກຳ, ຄຸ້ມຄອງ ແລະ ເກັບຮັກສາຂໍ້ມູນຂ່າວສານ ໃຫ້ເປັນລະບົບ ແລະ ປອດໄພ ຈາກການຕົກເຮ່ຍເສຍຫາຍ, ສະດວກໃນການຄົ້ນຫາ ແລະ ສາມາດ ນຳໃຊ້ຢ່າງມີປະສິດທິຜົນສູງ;
2. ສ້າງ ແລະ ຂະຫຍາຍລະບົບເຄືອຄ່າຍຂັ້ນສູນກາງ ແລະ ທ້ອງຖິ່ນ (ນຳໃຊ້ ອິນເຕີແນັດ, ອິນທຣາແນັດ);
3. ເຜີຍແຜ່ ແລະ ແລກປ່ຽນຂໍ້ມູນທີ່ໄດ້ຜ່ານການວິເຄາະ ແລະ ຮັບຮອງເອົາຢ່າງເປັນທາງການດ້ວຍຫລາຍຮູບແແບບ;
4. ບົວລະບັດຮັກສາ ແລະ ກວດສະພາບລະບົບເຄືອຄ່າຍ ຢ່າງເປັນປົກກະຕິ;
5. ຈັດຝຶກອົບຮົມ, ຂຽນຄູ່ມືແນະນຳວິທີການນຳໃຊ້ຄອມພິວເຕີ, ລະບົບເຄືອຄ່າຍ ແລະ ໂປຣແກຣມ ຕ່າງໆ;
6. ຄົ້ນຄວ້າ, ນຳສະເໜີ ລະບຽບຫຼັກການຂອງການຄຸ້ມຄອງ, ເກັບຮັກສາ ແລະ ສະໜອງຂໍ້ມູນຂ່າວສານ ພາຍໃນຂະແໜງການກະສິກຳ ແລະ ປ່າໄມ້;
7. ປະຕິບັດຕາມວຽກງານສະເພາະກິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າ ແລະ ຄະນະພະແນກ.
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ. ລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນຢ່າງຈະແຈ້ງໃນໝູ່ຄະນະ ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍໃນຂອບເຂດຂອງແຕ່ລະຂັ້ນ.
ແບບແຜນວິທີເຮັດວຽກ
1. ຫົວໜ້າພະແນກມີຄວາມຮັບຜິດຊອບໂດຍກົງຕໍ່ຫົວໜ້າກົມ, ຄະນະນຳຂອງກົມ ແລະ ຜູ້ລົງເລິກຊີ້ນຳ ພະແນກກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ; ຮອງຫົວໜ້າະແນກມີໜ້າທີ່ ຊ່ວຍວຽກຫົວໜ້າພະແນກ ແລະ ລົງເລິກ ຮັບຜິດຊອບວຽກຂະແໜງການໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍຂອງຫົວໜ້າພະແນກ;
2. ກໍລະນີຫົວໜ້າພະແນກຕິດຂັດ ຫຼື ໄປປະຕິບັດວຽກງານທາງໄກ ຕ້ອງມອບສິດປະຈຳການຊົ່ວຄາວໃຫ້ ຮອງຫົວໜ້າພະແນກຜູ້ໃດໜຶ່ງວ່າການແທນ ແລະ ໃນເມື່ອຫົວໜ້າພະແນກກັບຄືນມາ ຜູ້ປະຈຳການຕ້ອງລາຍງານວຽກທີ່ຕົນໄດ້ແກ້ໄຂ ແລະ ຄ້າງຄາໃຫ້ ຫົວໜ້າພະແນກຊາບ;
3. ການເຄື່ອນໄຫວຂອງພະແນກ ແມ່ນໄປຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍ ຂອງລັດ, ຫັນເອົາແຜນຍຸດທະສາດພັດທະນາ ກະສິກຳ ແລະ ປ່າໄມ້ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
4. ບັນດາເອກະສານທີ່ກ່ຽວຂ້ອງກັບ ວຽກງານຂອງພະແນກ ທີ່ມາຈາກ ກົມ, ສະຖາບັນ, ທ້ອງຖິ່ນ, ອົງການຈັດຕັ້ງສາກົນ ແລະ ຈາກໜ່ວຍງານອື່ນໆ ເຂົ້າມາຫາສູນ, ຖ້າກ່ຽວພັນນຳ ຂະແໜງການ ຫລື ໜ່ວຍງານໃດ ແມ່ນພາກສ່ວນນັ້ນຄົ້ນຄວ້າ ແລະ ປະກອບຄຳເຫັນແລ້ວຜ່ານສູນ ຈຶ່ງສະເໜີຂຶ້ນຫາ ການຈັດຕັ້ງຖັດຕົນ ເພື່ອພິຈາລະນາ ແລະໃຫ້ທິດຊີ້ນຳ.
5. ພົວພັນ ແລະ ປະສານສົມທົບ ກັບບັນດາ ພະແນກ, ສູນ ແລະ ບັນດາໂຄງການ ໃນຂະແໜງການ ກະສິ ກຳ ແລະ ປ່າໄມ້ ແລະ ການຈັດຕັ້ງອື່ນໆ ທີ່ກ່ຽວຂ້ອງ.
6. ປະຕິບັດລະບອບປະຊຸມ, ສ່ອງແສງປະຈຳອາທິດ, ເດືອນ, 3 ເດືອນ, 6 ເດືອນ ແລະປະຈຳປີ, ສະຫຼຸບສັງລວມສະພາບການຮອບດ້ານ ເພື່ອລາຍງານໃຫ້ ຄະນະນຳຂອງກົມ ແລະ ຄະນະນຳ ຂອງກະຊວງຕາມເວລາທີ່ກຳນົດໄວ້.
Leave a Reply