ທີ່ຕັ້ງ ແລະ ພາລະບົດບາດ
ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ ຂຽນເປັນຕົວອັກສອນຫຍໍ້ວ່າ “ພລທ” ແມ່ນພະແນກໜຶ່ງທີ່ສັງກັດ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດເປັນເສນາທິການ ແລະ ເປັນໃຈກາງໃນປະສານງານກ່ຽວກັບ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທຸລະກິດກະສິກຳ ແລະ ປ່າໄມ້, ແນ່ໃສ່ຂົນຂວາຍ ແລະ ດຶງດູດການລົງທຶນ ຂອງ ເອກະຊົນພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
ໝວດທີ 2
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ຜັນຂະຫຍາຍ, ຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການ ກ່ຽວກັບ ການສົ່ງເສີມການລົງທຶນ,ໂຄສະນາ, ເຜີຍແຜ່, ພົວພັນຮ່ວມມື, ຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນ ຂອງ ເອກະຊົນພາຍໃນ ແລະ ຕ່າງປະເທດ,ສະໜອງຂໍ້ມູນຂ່າວສານ, ແນະນຳ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃນການດຳເນີນການບໍລິການການລົງທຶນປະຕູດຽວ ຕາມແນວທາງນະໂຍບາຍ ແລະ ລະບຽບກົດໝາຍ;
2. ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບ ວຽກງານສົ່ງເສີມການລົງທຶນ ແລະ ທຸລະກິດກະສິກຳ ແລະ ປ່າໄມ້ ບົນພື້ນຖານຕາມຂັ້ນຕອນ ແລະ ລະບຽບການ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ຕາມພາລະບົດບາດ ແລະ ຕາມການຕົກລົງ ແລະ ມອບໝາຍ ຂອງຂັ້ນເທິງ;
3. ສົ່ງເສີມ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ແລະ ແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນການດຳເນີນກິດຈະການ ຂອງ ບັນດາວິສາຫະກິດລົງທຶນ ແລະ ທຸລະກິດ ກະສິກຳ ແລະ ປ່າໄມ້ ແລະ ລາຍງານ ໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ;
4. ສ້າງ ແລະ ບຳລຸງຍົກລະດັບພະນັກງານ, ປັບປຸງແບບແຜນວິທີເຮັດວຽກ, ກົນໄກການຄຸ້ມຄອງ, ລະບົບຖານຂໍ້ມູນຂ່າວສານ, ລະບົບການລາຍງານ ໃຫ້ເປັນເອກະພາບກົມກຽວກັນ ໃນການຈັດຕັ້ງປະຕິບັດວຽກງານ;
ຂອບເຂດສິດ
1. ຈັດຕັ້ງປະຕິບັດ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທຸລະກິດກະສິກຳ ແລະ ປ່າໄມ້ ຕາມທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງສະບັບນີ້ ແລະ ຕາມການຕົກລົງ ແລະ ມອບໝາຍ ຂອງ ຂັ້ນເທິງ;
2. ຄົ້ນຄວ້າ ແລະ ນໍາສະເໜີຕໍ່ຂັ້ນເທິງພິຈາລະນາ ແລະ ໃຫ້ທິດທາງໃນການຈັດຕັ້ງປະຕິບັດວຽກງານກົງຈັກ ການຈັດຕັ້ງ ຂອງ ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ ແລະ ການຈັດວາງແຜນພະນັກງານ ໃຫ້ແທດເໝາະກັບວຽກງານຕົວຈິງ ໃນແຕ່ລະໄລຍະ;
3. ເຂົ້າຮ່ວມກອງປະຊຸມຕ່າງໆ, ບຳລຸງຍົກລະດັບຄວາມຮູ້ ທັງຢູ່ພາຍໃນ ແລະຕ່າງປະເທດ,ສົ່ງເສີມ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ໃນການດຳເນີນກິດຈະການ ຂອງ ບັນດາວິສາຫະກິດລົງທຶນ ແລະ ທຸລະກິດກະສິກຳ ແລະ ປ່າໄມ້ ຕາມພາລະບົດບາດ ແລະ ຕາມການມອບໝາຍ ຂອງຂັ້ນເທິງ;
4. ປະຕິບັດສິດອື່ນໆ ຕາມພາລະບົດບາດ ແລະ ຕາມການມອບໝາຍ ຂອງຂັ້ນເທິງ.
ໝວດທີ 3
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ ປະກອບດ້ວຍ 03 ຂະແໜງ ດັ່ງລຸ່ມນີ້:
1. ຂະແໜງ ແຜນການ ແລະ ສັງລວມ
2. ຂະແໜງ ຄົ້ນຄວ້າ ແລະ ວິໄຈ
3. ຂະແໜງ ຕິດຕາມ ແລະ ກວດກາ
ໂຄງປະກອບດ້ານບຸກຄະລາກອນ
1. ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ ປະກອບດ້ວຍ ຫົວໜ້າພະແນກ 1 ທ່ານ ແລະ ຮອງຫົວໜ້າພະແນກຈຳນວນໜຶ່ງ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ຕາມການສະເໜີ ຂອງ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການເຫັນດີ ຈາກກົມຈັດຕັ້ງ ແລະ ພະນັກງານ;
3. ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ ປະກອບດ້ວຍ ບັນດາຂະແໜງການ ແລະ ພະນັກງານວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ ທີ່ຂັ້ນເທິງອະນຸມັດ.
ໝວດທີ 4
ຫຼັການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ສົມທົບກັບການປະຕິບັດລະບອບຫົວໜ້າດຽວ ຕາມການແບ່ງຂັ້ນຄຸ້ມຄອງ ບົນພື້ນຖານ ການແບ່ງງານກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະ ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາ ພາຍໃນຂອບເຂດ ຂອງຕົນ.
ແບບແຜນວິທີເຮັດວຽກ
2. ຫົວໜ້າພະແນກ ເປັນຜູ້ລົງລາຍເຊັນ ຕໍ່ເອກະສານທາງລັດຖະການ, ກໍລະນີຕິດຂັດ ຫຼື ໄປເຄື່ອນໄຫວວຽກງານທາງໄກ ຕ້ອງມອບສິດປະຈຳການຊົ່ວຄາວໃຫ້ ຮອງຫົວໜ້າພະແນກ ຜູ້ໃດຜູ້ໜຶ່ງວ່າການແທນ ແລະ ໃນເມື່ອຫົວໜ້າພະແນກກັບຄືນມາປະຈຳການແລ້ວ, ຜູ້ວ່າການແທນຕ້ອງລາຍງານວຽກ ທີ່ຕົນໄດ້ແກ້ໄຂ ແລະ ວຽກທີ່ຍັງຄົງຄ້າງເປັນລາຍລັກອັກສອນ ໃຫ້ຫົວໜ້າພະແນກຮັບຊາບ;
3. ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ແລະ ປະຈຳປີ; ສະຫຼຸບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງການລົງທຶນ ແລະ ທຸລະກິດກະສິກຳ ແລະ ປ່າໄມ້ ຕໍ່ຂັ້ນເທິງຕາມເວລາທີ່ໄດ້ກຳນົດໄວ້.
Leave a Reply