ທີ່ຕັ້ງ ແລະ ພາລະບົດບາດ
ພະແນກການເງິນ ຂຽນເປັນຕົວອັກສອນຫຍໍ້ວ່າ “ກງ” ແມ່ນການຈັດຕັ້ງໜື່ງ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດ ເປັນເສນາທິການ ແລະ ເປັນໃຈກາງປະສານງານໃຫ້ກົມ ໃນການຈັດຕັ້ງປະຕິບັດວຽກງານງົບປະມານ ທາງດ້ານມະຫາພາກ, ວຽກສັງລວມ ຕົວເລກລາຍຮັບ-ລາຍຈ່າຍ, ຄ່າທຳນຽມ ແລະ ຄ່າບໍລິການ ຂອງບັນດາກົມ, ສະຖາບັນ, ວຽກສັງລວມການຂຶ້ນແຜນນຳໃຊ້ງົບປະມານນຳສະເໜີຕົວເລກງົບປະມານລາຍຈ່າຍ ແລະ ຈັດສັນແບ່ງປັນງົບປະມານເຂົ້າເປັນແຜນການ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການ, ສະຫຼຸບສັງລວມງົບປະມານປະຈຳປີ ແລະ ຄຸ້ມຄອງຊັບສິນຂອງລັດໃນຂະແໜງກະສິກຳ ແລະ ປ່າໄມ້ທົ່ວປະເທດ.
ໝວດທີ 2
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ເປັນເສນາທິການໃຫ້ແກ່ກົມແຜນການ ແລະ ການຮ່ວມມື ໃນການຄົ້ນຄວ້າສັງລວມ ແລະ ສ້າງແຜນງົບປະມານ ດັດແກ້ແຜນງົບປະມານ ລາຍຮັບ-ລາຍຈ່າຍ ໃນແຕ່ລະໄລຍະ ຂອງບັນດາກົມ, ສະຖາບັນອ້ອມຂ້າງກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອນຳສະເໜີຈັດຕັ້ງປະຕິບັດ;
2. ຄຸ້ມຄອງການເງິນ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການເງິນຂັ້ນ II ແລະ ຂັ້ນ III ຂອງບັນດາກົມ, ສະຖາບັນອ້ອມຂ້າງກະຊວງຕະຫຼອດຮອດສູນ, ສະຖານີ, ວິທະຍາໄລກະສິກຳ ແລະ ປ່າໄມ້ ຢ່າງລວມສູນໃຫ້ເປັນເອກະພາບ, ຊຸກຍູ້ການສະໜອງຄວາມຕ້ອງການທາງດ້ານການເງິນ ໃຫ້ແກ່ແຜນພັດທະນາກະສິກຳ ແລະ ປ່າໄມ້ ໃຫ້ຂະຫຍາຍຕົວຕາມແນວທາງນະໂຍບາຍ ຂອງ ພັກ ແລະ ກົດໝາຍຂອງລັດ;
3. ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ນຳກະຊວງການເງິນ ເພື່ອຊຸກຍູ້ອະນຸມັດຈ່າຍງົບປະມານ ຂອງບັນດາກົມ, ສະຖາບັນອ້ອມຂ້າງກະຊວງ ໃຫ້ຖືກຈັດຕັ້ງປະຕິບັດຕາມແຜນການ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ລັດຖະ ບານປະກາດໃຫ້ນຳໃຊ້;
4. ຊຸກຍູ້ການສ້າງແຜນການ ເຄື່ອນໄຫວວຽກງານ ແລະ ການສ້າງລາຍຮັບ-ລາຍຈ່າຍ ຂອງບັນດາກົມທີ່ມີຫົວໜ່ວຍລາຍຮັບຄ່າບໍລິການວິຊາການກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບ, ທັງຕິດຕາມການຈັດຕັ້ງປະຕິບັດແຜນດັ່ງກ່າວ ໃຫ້ຖືກຕ້ອງຕາມລັດຖະບັດຍັດ ຂອງປະທານປະເທດ ແລະ ກົດໝາຍງົບປະມານໃຫ້ໄດ້ຮັບຜົນດີ;
5. ຄຸ້ມຄອງຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ຂອງກົມ, ສະຖາບັນ, ວິທະຍາໄລກະສິກຳ ແລະ ປ່າໄມ້, ຫົວໜ່ວຍວິຊາການ ແລະ ໂຄງການແຕ່ລະໄລຍະ;
9. ປັບປຸງຕາໜ່າງ ຄຸ້ມຄອງການເງິນ ກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບ;
10. ປະຕິບັດໜ້າທີ່ ວຽກງານອື່ນໆ ຕາມການຕົກລົງ ແລະ ການມອບໝາຍ ຂອງຫົວໜ້າກົມ
ຂອບເຂດສິດ
2. ຄົ້ນຄວ້ານຳສະເໜີຂັ້ນເທິງ ກ່ຽວກັບການຜັນຂະຫຍາຍ ທິດທາງແຜນການ ລາຍຮັບ-ລາຍຈ່າຍງົບປະມານ ຂອງຂະແໜງການ ໃຫ້ເປັນອັນລະອຽດ ເພື່ອຊຸກຍູ້ກົມ, ສະຖາບັນ, ແລະ ວິທະຍາໄລກະສິກຳ ແລະ ປ່າໄມ້ ນຳໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ;
4. ຄົ້ນຄວ້າມີຄຳເຫັນ ກ່ຽວກັບວຽກງານງົບປະມານລາຍຮັບ-ລາຍຈ່າຍ ແລະ ຊັບສິນ ຂອງຂະແໜງການ ເພື່ອນຳສະເໜີຂັ້ນເທິງຊີ້ນຳ ຫຼື ຕົກລົງ;
7. ຄຸ້ມຄອງ ແລະ ແກ້ໄຂທຸກວຽກງານທີ່ກ່ຽວຂ້ອງພາຍໃນພະແນກຂອງຕົນ ຕາມພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບ;
8. ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ ແລະ ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດຕາມການມອບໝາຍຂອງຂັ້ນເທິງ;
9. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງພິຈາລະນາ ກ່ຽວກັບໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ, ລະບອບແບບ ແຜນວິທີເຮັດວຽກ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານພາຍໃນພະແນກຂອງຕົນ;
ໂຄງປະກອບກົງຈັກ
ພະແນກການເງິນ ປະກອບດ້ວຍ 04 ຂະແໜງ ດັ່ງນີ້:
1. ຂະແໜງ ຊຸກຍູ້ລາຍຮັບ
2. ຂະແໜງ ຄຸ້ມຄອງຮັບໃຊ້ກົງຈັກປົກຄອງຂອງລັດ
3. ຂະແໜງ ຄຸ້ມຄອງຊັບສິນຂອງລັດ
4. ຂະແໜງແຜນການ ແລະ ສັງລວມ
ໂຄງປະກອບດ້ານບຸກຄະລາກອນ
1. ພະແນກການເງິນ ປະກອບດ້ວຍ ຫົວໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງຈຳນວນໜື່ງ, ຊຶ່ງໄດ້ຮັບການແຕ່ງຕັ້ງຫຼື ປົດຕຳແໜ່ງຈາກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ຕາມການສະເໜີ ຂອງຫົວໜ້າກົມແຜນການ ແລະ ການຮ່ວມມື ໂດຍຜ່ານການເຫັນດີຈາກ ກົມຈັດຕັ້ງ ແລະ ພະນັກງານ;
2 ພະແນກການເງິນປະກອບດ້ວຍ ພະນັກງານວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານທີ່ຂັ້ນເທິງອະນຸມັດ.
ໜ້າທີ່ ຂອງຂະແໜງຊຸກຍູ້ລາຍຮັບ
ຂະແໜງຄຸ້ມຄອງງົບປະມານຮັບໃຊ້ກົງຈັກປົກຄອງ
1. ເປັນໃຈກາງ ຂອງພະແນກໃນການຄົ້ນຄວ້າສັງລວມແຜນການ ທັງສະຫຼຸບລາຍຮັບ-ລາຍຈ່າຍງົບປະມານ ຂອງບັນດາກົມ, ສະຖາບັນອ້ອມຂ້າງກະຊວງ ປະຈຳປີ, 6 ເດືອນ, 3 ເດືອນ ນໍາສະເໜີການນຳກົມແຜນການ ແລະ ການຮ່ວມມື ເພື່ອຂໍທິດຊີ້ນໍາການນຳກະຊວງພິຈາລະນາກ່ອນ, ຈຶ່ງຈັດສົ່ງກະຊວງການເງິນ ເພື່ອສົມທຽບ ແລະ ອະນຸມັດແຈ້ງຕົວເລກແຜນການໃຫ້ຈ່າຍຕາມລະບຽບການ;
6. ຕິດຕາມ ສະຫຼຸບສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດງົບປະມານ ຂອງກະຊວງກະສິກຳ ແລະ ປ່າໄມ້ ເພື່ອສົມທຽບບັນຊີກັບກົມງົບປະມານ ແລະ ກົມຄັງເງິນ ຢູ່ກະຊວງການເງິນຕາມລະບຽບ;
8 ໃຫ້ຄວາມສະດວກໃນການສົມທົບ ຂອງຂະແໜງຊຸກຍູ້ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການວິຊາການເພື່ອພີມ ໃບສະເໜີຂໍເບີກຈ່າຍ ໃຫ້ບັນດາກົມທີ່ມີລາຍຮັບຄ່າບໍລິການ ວິຊາການດ້ວຍວິທີການຈົດ ຮັບ-ຈົດຈ່າຍ ຜ່ານ ລະ ບົບຄັງເງິນແຫ່ງຊາດ;
9. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
ໜ້າທີ່ ຂອງຂະແໜງຄຸ້ມຄອງຊັບສິນຂອງລັດ
1. ເປັນໃຈກາງຊີ້ນຳ-ນຳພາການຂຶ້ນບັນຊີຊັບສິນຂອງລັດ ເຊັ່ນ: ທີ່ດິນ, ອາຄານ ແລະ ສິ່ງປຸກສ້າງ, ພາຫະນະ, ກົນຈັກ, ວັດຖຸອຸປະກອນ, ເຄື່ອງໃຊ້ທັງໝົດໃນທົ່ວຂະແໜງກະສິກຳ ແລະ ປ່າໄມ້ ພ້ອມທັງຄົ້ນຄວ້ານຳສະເໜີຈັດວາງ ແລະ ດຸ່ນດ່ຽງພາຫະນະ ແລະ ອຸປະກອນຮັບໃຊ້ບັນດາກົມ, ສະຖາບັນ, ວິທະຍາໄລ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອນຳສະເໜີຂັ້ນເທິງພິຈາລະນາໂດຍປະສານສົມທົບກັບ ຫ້ອງການກະຊວງ ແລະ ກົມກວດກາ;
2. ເປັນໃຈກາງປະສານສົມທົບກັບບັນດາກົມ, ສະຖາບັນອ້ອມຂ້າງກະຊວງ, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ກ່ຽວກັບການຂຶ້ນທະບຽນລົດໃໝ່, ການຕີລາຄາຊັບສົມບັດເກົ່າເປ່ເພຂອງລັດເພື່ອປະມູນຂາຍ ນຳເງິນມອບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການເງິນວາງອອກ, ໂດຍປະສານສົມທົບກັບຫ້ອງການກະຊວງ ແລະ ກົມກວດກາ;
ໜ້າທີ່ ຂອງຂະແໜງແຜນການ ແລະ ສັງລວມ
1. ເປັນໃຈກາງເຮັດໜ້າທີ່ບັນຊີສັງລວມການເງິນ ຂອງກະຊວງກະສິກຳ ແລະ ປ່າໄມ້;
2. ບັນທຶກລົງທະບຽນເອກະສານ ຂາເຂົ້າ-ຂາອອກ ຂອງພະແນກພາຍຫຼັງທີ່ ຫົວໜ້າ ຫຼື ຄະນະພະແນກ ມີຄຳເຫັນແລ້ວ ກໍຈັດການແຈກຢາຍໃຫ້ຂະແໜງການ ແລະ ບຸກຄົນຄົ້ນຄວ້າ;
3. ປະສານສົມທົບກັບ ບັນດາຂະແໜງອ້ອມຂ້າງພະແນກການເງິນ ເພື່ອສັງລວມບັນຊີງົບປະມານ ແຕ່ລະສົກປີ ເປັນ 03 ເດືອນ, 06 ເດືອນ, 09 ເດືອນ ແລະ ປີໜື່ງ;
4. ສັງລວມບັນດານິຕິກຳຕ່າງໆ ຂອງງົບປະມານລາຍຮັບ-ລາຍຈ່າຍ ແລະ ຊັບສິນແຕ່ລະຂະແໜງຢູ່ພາຍໃນພະແນກ ການເງິນໄດ້ເອົາມາຈັດຕັ້ງປະຕິບັດເປັນບ່ອນອີງຄື: ຄຳສັ່ງ, ບົດແນະນຳດ້ານວິຊາການ, ແຈ້ງການ, ລະບຽບ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດກົດໝາຍ ເພື່ອນຳສະເໜີຂັ້ນເທິງພິຈາລະນາຮັບຮອງ ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ກາຍເປັນອັນລະອຽດຕົວຈິງໃນແຕ່ລະໄລຍະ;
5. ເປັນໃຈກາງກວດກາ 0 ໂມງ ຂອງບັດດາກົມ, ສະຖາບັນ, ວິທະຍາໄລກະສິກຳ ແລະ ປ່າໄມ້ ຂອງທ້າຍສົກງົບປະ ມານສັງລວມສົມທຽບນຳກົມງົບປະມານ ແລະ ຄັງເງິນແຫ່ງຊາດໂດຍສົມທົບກັບບັນດາຂະແໜງ ຂອງພະແນກ ການເງິນກົມແຜນການ ແລະ ການຮ່ວມມື ເພື່ອພ້ອມກັນປະຕິບັດໃນແຕ່ລະສົກປີ, ພາຍຫຼັງແຕ່ລະພາກສ່ວນຈັດຕັ້ງປະຕິບັດງົບປະມານສຳເລັດ 100%;
6. ເປັນໃຈກາງ ສັງລວມໜີ້ສິນລາຍຈ່າຍບໍລິຫານປົກກະຕິ ເປັນຕົ້ນແມ່ນ: ຄ່າໄຟຟ້າ, ນ້ຳປະປາ, ໂທລະສັບ ຂອງກະ ຊວງກະສິກຳ ແລະ ປ່າໄມ້;
7. ສັງລວມແຜນລາຍຮັບ-ລາຍຈ່າຍງົບປະມານ ຂອງກະຊວງ ເພື່ອນຳສະເໜີຂັ້ນເທິງຊີ້ນຳໃນການຈັດຕັ້ງປະຕິບັດ;
8. ຄົ້ນຄວ້າປະກອບຄຳເຫັນ ຕໍ່ບັນດາເອກະສານຕ່າງໆ ຂອງຂະແໜງການຕ່າງໆ ທີ່ພົວພົນກັບການເງິນ, ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສະເໜີການນຳກົມແຜນການ ແລະ ການຮ່ວມມືພິຈາລະນາ;
9. ຊຸກຍູ້, ຕິດຕາມ ແລະ ກວດກາການເງິນຂັ້ນ II ທີ່ສັງກັດຢູ່ນຳບັນດາກົມ, ສະຖາບັນ ແລະ ການເງິນຂັ້ນ III ສັງກັດຢູ່ນຳ ສູນ, ສະຖານີ, ໂຄງການ ແລະ ບັນດາວິທະຍາໄລກະສິກຳ ແລະປ່າໄມ້ ທີີ່ຂື້ນນຳ ກະຊວງ ກະສິກຳ ແລະປ່າໄມ້;
10. ຕິດຕາມ ແລະ ກວດກາໃນການປະຕິບັດຊັບສິນ ຂອງໂຄງການ ທີ່ມີທຶນການຊ່ວຍເຫຼືອ ແລະ ລົງທຶນພາຍໃນ ແລະ ຕ່າງປະເທດນຳພະແນກຄຸ້ມຄອງໂຄງການ;
11. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
ໝວດທີ4
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສົມທົບກັບການປະຕິບັດລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງບົນພື້ນຖານມີການແບ່ງງານກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍໃນຂອບເຂດຂອງຕົນ.
ແບບແຜນວິທີເຮັດວຽກ
2. ຮອງຫົວໜ້າພະແນກມີໜ້າທີ່ຊ່ວຍວຽກຫົວໜ້າພະແນກໂດຍລົງເລິກຮັບຜິດຊອບວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ມອບໝາຍ ຂອງຫົວໜ້າພະແນກ;
Leave a Reply