ທີ່ຕັ້ງ ແລະ ພາລະບົດບາດ
ພະແນກບໍລິຫານ ຂຽນເປັນຕົວອັກສອນຫຍໍ້ວ່າ” ບລຫ” ແມ່ນອົງການຈັດຕັ້ງໜຶ່ງ ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດເປັນເສນາທິການ ແລະ ເປັນໃຈກາງປະສານງານໃຫ້ກົມ ໃນການເຮັດໜ້າທີ່ສັງລວມ ແລະ ຄຸ້ມຄອງຢ່າງລວມສູນກ່ຽວກັບວຽກຈັດຕັ້ງພະນັກງານ, ນະໂຍບາຍ, ສົ່ງເສີມຄວາມກ້າວໜ້າບົດບາດຍິງຊາຍ, ວຽກບໍລິຫານ, ພິທີການ, ເລຂານຸການ, ວຽກປ້ອງກັນ
ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ວຽກຄຸ້ມຄອງການນຳໃຊ້ງົບປະມານ, ບັນຊີຊັບສິນຂອງລັດ ທີ່ຂື້ນກັບ ຂອງ ກົມແຜນການ ແລະ ການຮ່ວມມື ຕາມລະບຽບກົດໝາຍງົບປະມານ ແລະ ການຄຸ້ມຄອງຊັບສົມບັດ
ຂອງລັດ.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ຄົ້ນຄວ້າ ແລະ ຜັນຂະຫຍາຍກົດໝາຍ, ນິຕິກຳ ແລະ ລະບຽບການຕ່າງໆ ຂອງພັກ ແລະ ລັດຖະບານ, ມາເປັນ ແຜນການ, ໂຄງການ ແລະ ກິດຈະກຳ ອັນລະອຽດ ຂອງກົມ ເພື່ອຈັດຕັ້ງປະຕິບັດຕົວຈິງ ;
2. ກໍ່ສ້າງ ແລະ ຄຸ້ມຄອງພະນັກງານ, ຄຸ້ມຄອງບໍລິຫານຫ້ອງການ, ຄຸ້ມຄອງບັນຊີການເງິນ, ຊັບສິນ, ທີ່ດິນ ຂອງລັດຕາມລະບຽບຫຼັກການ ແລະ ນິຕິກຳຕ່າງໆທີ່ໄດ້ວາງອອກ ;
3. ຄົ້ນຄວ້າສະເໜີສັບຊ້ອນພະນັກງານ, ສະເໜີແຜນຍົກລະດັບຄວາມຮູ້ຄວາມສາມາດ ແລະ ບຳລຸງກໍ່ສ້າງພະນັກ ງານ ;
4. ກຳນົດແບບແຜນວິທີເຮັດວຽກ ແລະ ກົນໄກການການປະສານງານຢ່າງເປັນລະບົບ ຕາມຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບ ;
5. ເປັນເສນາທິການໃຫ້ກົມ ໃນການສັງລວມສ້າງບົດລາຍງານສ່ອງແສງປະຈຳອາທິດ, ປະຈຳເດືອນ ຕາມກຳນົດເວລາ, ຄົ້ນຄວ້າເອກະສານກ່ຽວກັບການບໍລິຫານ, ວຽກງານຈັດຕັ້ງ ພະນັກງານ ແລະ ນະໂຍບາຍ, ວຽກງານການເງິນຊັບສິນ ຂອງກົມ ;
6. ຮັບຜິດຊອບວຽກງານບໍລິຫານລວມຂອງກົມ, ຄຸ້ມຄອງເອກະສານຂາເຂົ້າຂາອອກ, ເຮັດວຽກພິທີການ, ວຽກເລຂານຸການ, ວຽກປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນວຍຄວາມສະດວກ ອຶ່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງໃຫ້ແກ່ບັນດາພະແນກ, ສູນ ແລະ ໂຄງການອ້ອມຂ້າງກົມ;
7. ສ້າງແຜນການສະເໜີຂໍອະນຸມັດນຳໃຊ້ງົບປະມານ ຕາມຂັ້ນຕອນ ແລະ ລະບຽບການງົບປະມານວາງອອກ ແລະ ຄຸ້ມຄອງຕິດຕາມລວມສູນບັນຊີລາຍຮັບລາຍຈ່າຍ ແລະ ຄຸ້ມຄອງບັນຊີຊັບສິນຂອງລັດ ເຊັ່ນ: ທີ່ດິນ, ສິ່ງປຸກສ້າງ, ພາຫານະ, ອຸປະກອນ, ກົນຈັກ ແລະ ເຄື່ອງມືຮັບໃຊ້ວິຊາສະເພາະ ຂອງ ບັນດາພະແນກ, ສູນ ແລະ ໂຄງການພາຍໃນອ້ອມຂ້າງກົມ ;
8. ສັງລວມວຽກງານພັດທະນາ ແລະ ສົ່ງເສີມວຽກຄວາມກ້າວໜ້າຂອງແມ່ຍິງ, ບົດບາດ ຍິງຊາຍ ແລະ ຄວາມສະເໝີພາບໃນສັງຄົມ ໃຫ້ເປັນລະບົບ ;
9. ປະຕິບັດໜ້າທີ່ວຽກງານອື່ນໆຕາມການຕົກລົງ ແລະມອບໝາຍຂອງຄະນະນຳກົມແຜນການ ແລະການຮ່ວມມື.
ຂອບເຂດສິດ
1. ຄົ້ນຄວ້າ ແລະ ນໍາສະເໜີ, ປັບປຸງ ຫຼື ລົບລ້າງບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາຈຸງານ ແລະ ໂຄງການ ທີ່ຂຶ້ນກັບການຄຸ້ມຄອງຕາມສາຍຕັ້ງຂອງກົມ;
2. ຄົ້ນຄວ້າ ແລະ ນຳສະເໜີແຕ່ງຕັ້ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ, ປະຕິບັດວິໄນ, ຊັບຊ້ອນ, ຄຸ້ມຄອງ, ຈັດວາງ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ, ລັດຖກອນ ທີ່ຢູ່ ພາຍໃຕ້ຄວາມຮັບຜິດຊອບຂອງກົມ;
3. ຄົ້ນຄວ້າ ແລະ ນຳສະເໜີແຜນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວກ່ຽວກັບການພັດທະນາບຸກຄະລາກອນພາຍໃນກົມ ດ້ານວິຊາການຕ່າງໆ;
4. ເປັນໃຈກາງ ຊຸກຍູ້ການຈັດຕັ້ງວຽກງານປ້ອງກັນຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກົມ ໃຫ້ມີຄວາມສະຫງົບປອດໄພດີ ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດຖະກອນ ແລະ ການປົກປັກຮັກສາຊັບສິນສ່ວນລວມຕ່າງໆ ທີ່ລັດປະກອບໃຫ້;
5. ເປັນເຈົ້າການຮ່ວມກັບບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາຈຸງານ, ໂຄງການ ແລະ ການຈັດຕັ້ງກ່ຽວຂ້ອງ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ, ຄົ້ນຄວ້າ, ນຳສະເໜີແຜນການ, ແຜນງົບປະມານ ພ້ອມທັງ ຕັ້ງໜ້າຊຸກຍູ້ຕິດຕາມ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ງົບປະມານປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີຂອງກົມໃຫ້ທັນຕາມກຳນົດເວລາ;
6. ຊຸກຍູ້ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານ ຂອງບັນດາອົງການຈັດຕັ້ງມະຫາຊົນທີ່ຂຶ້ນ ກັບກົມແຜນການ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນເປັນຢ່າງດີ;
7. ຄົ້ນຄວ້າ ແລະ ນຳສະເໜີລະບຽບ ກ່ຽວກັບການຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາຊັບສິນ, ພາຫານະເຄື່ອງມື ວິຊາການ ແລະ ວັດຖຸອຸປະກອນທີ່ລັດປະກອບໃຫ້ ໃຫ້ມີປະສິດທິຜົນສູງ ;
8. ປະຕິບັດສິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຄະນະນຳກົມແຜນການ ແລະ ການຮ່ວມມື.
ໂຄງປະກອບການຈັດຕັ້ງ
ພະແນກບໍລິຫານປະກອບດ້ວຍ 03 ຂະແໜງ ດັ່ງນີ້:
1. ຂະແໜງຈັດຕັ້ງ ແລະ ພະນັກງານ ມີ 02 ໜ່ວຍງານ :
ໜ່ວຍງານວິຊາການຈັດຕັ້ງ ແລະ ພະນັກງານ
ໜ່ວຍງານວິຊາການສົ່ງເສີມຄວາມກ້າວໜ້າຂອງແມ່ຍີງ
2. ຂະແໜງສັງລວມ ແລະ ບໍລິຫານ ມີ 02 ໜ່ວຍງານ :
ໜ່ວຍງານວິຊາການເລຂານຸການ ແລະ ຂາເຂົ້າຂາອອກ
ໜ່ວຍງານວິຊາການຄຸ້ມຄອງບໍລິການ ແລະ ດູແລຫ້ອງການ
3. ຂະແໜງການເງິນ ແລະ ຄຸ້ມຄອງຊັບສິນຂອງລັດ ມີ 02 ໜ່ວຍງານ :
ໜ່ວຍງານວິຊາການຄຸ້ມຄອງການເງິນການບັນຊີ ແລະ ຄັງເງິນສົດ
ໜ່ວຍງານວິຊາການຄຸ້ມຄອງຊັບສີນ ແລະ ການບໍລິການ
ໂຄງປະກອບດ້ານບຸກຄະລາກອນ
1. ພະແນກບໍລິຫານ ປະກອບດ້ວຍ ຫົວໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານຈຳນວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ, ບັນຈຸ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະຊວງ ກະສິກໍາ ແລະ ປ່າໄມ້ ຕາມການສະເໜີ ຂອງ ຫົວໜ້າກົມແຜນການ ແລະ ແລະ ການຮ່ວມມື ໂດຍຜ່ານການຢັ້ງຢືນ ຈາກກົມຈັດຕັ້ງ ແລະ ພະນັກງານ ;
2. ພະແນກບໍລິຫານ ປະກອບດ້ວຍ ບັນດາຂະແໜງການ, ຈຸງານ ແລະ ພະນັກງານວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານທີ່ຂັ້ນເທິງອະນຸມັດ.
ໜ້າທີ່ ຂອງ ຂະແໜງຈັດຕັ້ງ ແລະ ພະນັກງານ
1. ຊ່ວຍຫົວໜ້າພະແນກຄົ້ນຄວ້າໂຄງປະກອບການຈັດຕັ້ງ, ສ້າງນິຕິກຳກ່ຽວກັບການຈັດຕັ້ງ ແລະ ພະນັກງານ, ແບບແຜນວິທີເຮັດວຽກ, ແຜນການກໍ່ສ້າງພະນັກງານ, ແຜນການຄຸ້ມຄອງ ແລະ ນຳໃຊ້ພະນັກງານລັດຖະກອນ ແລະ ການກຳນົດຕຳແໜ່ງງານ ;
2. ສັງລວມຊີວະປະຫວັດ, ຕິດຕາມການເຄື່ອນໄຫວ, ເກັບກຳສະຖິຕິ ຂໍ້ມູນຂ່າວສານຮອບດ້ານ ຂອງພະນັກງານ ລັດຖະກອນ, ພະນັກງານຕາມສັນຍາຂອງກົມ ແລະ ຂອງຂະແໜງສາຍຕັ້ງຢູ່ແຂວງ ແລະ ເມືອງ ເພື່ອສ້າງເປັນຂໍ້ມູນບຸກຄະລາກອນ ;
3. ຕິດຕາມການປະຕິບັດວຽກງານຂອງບັນດາພະແນກ, ຂະແໜງ ແລະ ໜ່ວຍງານຂອງກົມໃຫ້ສອດຄ່ອງກັບແບບແຜນວິທີເຮັດວຽກ ແບບລວມສູນປະຊາທິປະໄຕ ແລະ ແທດເໝາະກັບພາລະບົດບາດ ;
4. ຄົ້ນຄວ້າ ແລະ ນຳສະເໜີໃຫ້ມີການສຶກສາອົບຮົມພະນັກງານ ແລະ ເຮັດໜ້າທີ່ໂຄສະນາເຜີຍແຜ່ ຜັນຂະຫຍາຍແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ໃຫ້ພະນັກງານລັດຖະກອນ ພາຍໃນກົມ ເຊື່ອມຊຶມ, ກຳແໜ້ນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ;
5. ຕິດຕາມ ແລະ ກຳສະພາບການເຄື່ອນໄຫວຂອງພະນັກງານລັດຖະກອນ ເພື່ອສ້າງແຜນກໍ່ສ້າງ, ບຳລຸງ, ຝຶກອົບຮົມ, ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ແລະ ແນວຄິດການເມືອງ ຂອງພະນັກງານ ໃຫ້ສູງຂຶ້ນເປັນແຕ່ລະໄລຍະ ;
6. ຄົ້ນຄວ້າເອກະສານດ້ານການຈັດຕັ້ງ ແລະ ດ້ານນະໂຍບາຍຕໍ່ພະນັກງານ ຜ່ານຕາມລໍາດັບຂັ້ນຕອນ ກ່ອນນຳສະເໜີ ຂໍອະນຸມັດຈາກຫົວໜ້າກົມ ນຳສະເໜີປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນ ຜູ້ດີເດັ່ນ ຫ້າວຫັນ ມີຄຸນສົມບັດດີ ມີຫົວຄິດປະດິດສ້າງເພື່ອສະເໜີຍ້ອງຍໍ ແລະ ສະເໜີປະຕິບັດວິໄນຢ່າງເໝາະສົມຕໍ່ຜູ້ຝ່າຝືນລະບຽບລັດຖະກອນ ;
7. ຄົ້ນຄວ້າ, ສະເໜີການຈັດຕັ້ງປະຕິບັດນະໂຍບາຍ ດ້ານສະຫວັດດີການສັງຄົມ ລາພັກ, ເກີດລູກ ແລະ ນະໂຍບາຍພັກຜ່ອນບຳນານຕໍ່ພະນັກງານລັດຖະກອນ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບ ແລະ ຫຼັກການ ;
8. ຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານ ຂອງບັນດາອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບກົມແຜນການ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນເປັນຢ່າງດີ ;
9. ຄົ້ນຄວ້າສົ່ງເສີມການຈັດຕັ້ງຜັນຂະຫຍາຍຄວາມກ້າວໜ້າ ຂອງ ແມ່ຍີງ, ຊົນເຜົ່າ ແລະ ບົດບາດຍີງຊາຍ ໃຫ້ມີຄວາມສະເໝີພາບໃນສັງຄົມ ;
10. ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຄະນະນຳພະແນກ.
ໜ້າທີ່ ຂອງຂະແໜງສັງລວມ ແລະ ບໍລິຫານ
1. ຊ່ວຍຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຜູ້ຊີ້ນຳຂະແໜງສັງລວມ ແລະ ບໍລິຫານສ້າງແຜນການເຄື່ອນໄຫວວຽກງານ, ຊຸກຍູ້ຕິດຕາມ ແລະ ປະເມີນຜົນປະຕິບັດແຜນການເຄື່ອນໄຫວວຽກງານ ຂອງຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຂອງພະແນກບໍລິຫານ ;
2. ເປັນເສນາທິການໃຫ້ກົມ ໃນການຄົ້ນຄວ້າເອກະສານທາງລັດຖະການ, ວຽກຂໍ້ມູນຂ່າວສານ, ບົດລາຍງານລັດຖະການ; ສ່ອງແສງລາຍງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີໃຫ້ທັນກຳນົດເວລາ, ຄົ້ນຄວ້າເອກະສານກ່ຽວກັບການບໍລິຫານ ຜ່ານຕາມລໍາດັບ ຂັ້ນຕອນ ກ່ອນນຳສະເໜີຂໍອະນຸມັດຈາກຫົວໜ້າກົມ;
3. ຄຸ້ມຄອງເອກະສານຂາເຂົ້າ ແລະ ຂາອອກທີ່ເປັນທາງການໃຫ້ເປັນລະບົບລະບຽບ ເພື່ອຄວາມສະດວກ ໃຫ້ແກ່ການຄົ້ນຫາ ນຳມາໃຊ້ ເປັນເອກະສານອ້າງອີງ ;
4. ປະສານງານກັບພາກສ່ວນກ່ຽວຂ້ອງ, ກຳນົດການຄຸ້ມຄອງ ນຳໃຊ້ເອກະສານໃຫ້ເປັນລະບົບ ໂດຍນຳໃຊ້ ເຄື່ອງມືເຂົ້າຊ່ວຍ ເປັນຕົ້ນແມ່ນໂທລະຄົມມະນາຄົມ ຂ່າວສານ ພາຍໃນ ແລະ ຕ່າງປະເທດ (ໂທລະສັບ, ໂທລະສານ, ຂ່າວ ສານອີເລັກໂຕຼນິກ ຫຼື e mail, . . . ) ຂອງກົມ ໃຫ້ໄດ້ຢ່າງມີປະສິດທິພາບ ;
5. ຮັບຜິດຊອບ ວຽກພິທີການ ຮັບແຂກ ພາຍໃນ ແລະ ຕ່າງປະເທດ ທີ່ມາພົວພັນວຽກກັບກົມ ແລະ ຮັບຜິດຊອບພິທີການຕ່າງໆ ທີ່ກົມຈັດຂຶ້ນ ;
6. ຄຸ້ມຄອງບໍລິຫານທົ່ວສຳນັກງານຂອງກົມ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວວຽກງານວິຊາສະເພາະ, ຈັດພິທີຮັບແຂກພາຍໃນ ແລະ ແຂກຕ່າງປະເທດ, ຈັດກອງປະຊຸມວຽກງານຂອງກົມ, ບັນດາພະແນກ, ສູນ ແລະ ໂຄງການທີ່ຢຸ່ພາຍໃຕ້ຄວາມຮັບຜິດຊອບກົມ ;
7. ຈັດຕັ້ງ, ຄຸ້ມຄອງ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສຳນັກງານອົງການຂອງກົມ, ຈັດຕັ້ງລະບົບປ້ອງກັນ ແລະ ກວດກາຕິດຕາມຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພຂອງຊັບສິນສ່ວນລວມ, ສຳນັກງານອົງການ ແລະ ຂອງສ່ວນຕົວພະນັກງານລັດຖະກອນ ;
8. ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຄະນະນຳພະແນກ.
ໜ້າທີ່ ຂອງ ຂະແໜງການເງິນ ແລະ ຄຸ້ມຄອງຊັບສິນຂອງລັດ
1. ຊ່ວຍຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຜູ້ຊີ້ນຳຂະແໜງການເງິນ ແລະ ຄຸ້ມຄອງຊັບສິນຂອງລັດ ຄຸ້ມຄອງຢ່າງລວມສູນ ລາຍຮັບ ແລະ ລາຍຈ່າຍງົບປະມານ, ກົງຈັກການປົກຄອງ ແລະ ງົບປະມານການລົງທຶນຂອງລັດ ລວມທັງທຶນພາຍໃນ ແລະ ທຶນຕ່າງປະເທດ ຂອງກົມ ດ້ວຍການຄິດໄລ່ສ້າງແຜນ ແລະ ສັງລວມ ສະຫຼຸບລາຍຮັບ ປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ ແລະ ລາຍຈ່າຍປະຈຳປີ, ຕາມຫຼັກການງົບປະມານແຕ່ລະພາກ, ນຳສະເໜີຕາມລະບຽບການ ແລະ ຂັ້ນຕອນການຂໍອະນຸມັດດ້ານການເງິນ ແລ້ວສັງລວມສະຫຼຸບລາຍງານ ຜົນການນຳໃຊ້ທຶນດັ່ງກ່າວຕໍ່ຂັ້ນເທິງໃຫ້ທັນກຳນົດເວລາ ;
2. ຄິດໄລ່ງົບປະມານ ແລະ ເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ສະຫວັດດີການຕ່າງໆ ໃຫ້ແກ່ພະນັກງານລັດຖະກອນປະຈຳເດືອນ, ປະຈຳແຕ່ລະງວດ ແລະ ປະຈໍາປີ ຕາມລະບຽບຫຼັກການ ແລະ ຂັ້ນຕອນການເງິນງົບປະມານວາງອອກ ;
3. ຂຶ້ນບັນຊີຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດລາຍຮັບລາຍຈ່າຍງົບປະມານ, ເກັບກຳສຳນວນເອກະສານຢັ້ງຢືນ ແລະ ສັງລວມຂໍ້ມູນດ້ານການເງິນຢ່າງເປັນລະບົບລະບຽບ ບໍ່ໃຫ້ຕົກເຮັ່ຍເສຍຫາຍ ;
4. ຂຶ້ນບັນຊີ ແລະ ຄຸ້ມຄອງບັນຊີຊັບສິນຄົງທີ່, ພາຫານະ, ນ້ຳມັນເຊື້ອໄຟ, ພັດສະດຸ, ເຄື່ອງໃຊ້ຫ້ອງການ, ເຄື່ອງມືຮັບໃຊ້ວິຊາສະເພາະຕ່າງໆ ຂອງບັນດາພະແນກ, ສູນ ແລະ ໂຄງການທີ່ຢູ່ໃນຄວາມຮັບຜິດຂອງກົມ ໃຫ້ຖືກຕ້ອງຕາມ ຫຼັກການລະບົບບັນຊີສາງ ;
5. ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍລະບຽບ, ກົດໝາຍ, ມະຕິ, ຄຳສັ່ງ ແລະ ແຈ້ງການຕ່າງໆ ຕາມລະບອບລະບຽບວິທີຄຸ້ມຄອງຊັບສິນຂອງລັດ ແລະ ນໍາໃຊ້ໃຫ້ມີປະສິດທິພາບ ;
6. ຄຸ້ມຄອງບັນຊີ, ຈັດວາງ ແລະ ເກັບມ້ຽນຊັບສິນ ແລະ ພັດສະດຸຮັບປະກັນໃຫ້ຢູ່ໃນສະພາບດີ, ຈັດວາງລະບົບເກັບມ້ຽນໃຫ້ເໝາະສົມ ເພື່ອຄວາມສະດວກໃນການເບີກຈ່າຍ ແລະ ຄຸ້ມຄອງຕິດຕາມ ພ້ອມທັງລຽງລຳດັບຕາມຄວາມຈຳເປັນ ໃນການນຳໃຊ້ກ່ອນ ແລະ ນໍາໃຊ້ຕາມຫຼັງ (ເຂົ້າກ່ອນອອກກ່ອນ) ໃຫ້ຖືກຕາມເຕັກນິກການເກັບມ້ຽນ ແລະ ສະດວກຕໍ່ການຄົ້ນຫານຳມາໃຊ້ເມື່ອຕ້ອງການ ;
7. ກວດກາຕີລາຄາຄືນ ບັນດາຊັບສິນທີ່ເກົ່າແກ່ເປ່ເພ ໂດຍການເຊີນເອົາຄະນະກຳມະການກ່ຽວຂ້ອງມາປະມູນຂາຍຕາມລະບຽບຫຼັກການ, ປົກປັກຮັກສາສ້ອມແປງປັບປຸງ ໃຫ້ໃຊ້ໄດ້ເປັນປົກກະຕິຖ້າຫາກຊັບສິນຊະນິດນັ້ນຍັງພໍສ້ອມແປງໄດ້ ;
8. ກະກຽມ ແລະ ສະຫຼຸບບັນຊີຊັບສິນຄົງທີ່ປະຈຳປີ ຂອງກົມແຜນການປີລະ 2 ຄັ້ງ ຄື: 6 ເດືອນຕົ້ນປີລາຍງານວັນທີ 20 ມີນາ ແລະ 6 ເດືອນທ້າຍປີລາຍງານວັນທີ 20 ກັນຍາ ເພື່ອສະໜອງໃຫ້ແກ່ຄະນະກຳມະການກວດກາສູນ ”0” ໂມງຢ່າງທັນການ ;
9. ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຄະນະນຳພະແນກ.
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສົມທົບກັບການປະຕິບັດລະບອບຫົວໜ້າດຽວຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນ ຢ່າງລະອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາ ພາຍໃນຂອບເຂດຂອງແຕ່ລະຂັ້ນ.
ແບບແຜນວິທີເຮັດວຽກ
1. ຫົວໜ້າພະແນກມີຄວາມຮັບຜິດຊອບໂດຍກົງ ຕໍ່ຫົວໜ້າກົມ ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກພ່ອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ຮອງຫົວໜ້າພະແນກມີໜ້າທີ່ຊ່ວຍວຽກ ຫົວໜ້າພະແນກໂດຍລົງເລີກຮັບຜິດຊອບວຽກໃດໜຶ່ງຕາມການແບ່ງງານ ແລະ ມອບໝາຍຂອງຫົວໜ້າພະແນກ;
2. ຫົວໜ້າພະແນກເປັນຜູ້ລົງລາຍເຊັນຕໍ່ເອກະສານສຳຄັນຂອງພະແນກ, ກໍລະນີຕິດຂັດ ຫຼື ໄປວຽກທາງໄກ, ຫົວໜ້າພະແນກຕ້ອງມອບສິດປະຈຳການຊົ່ວຄາວໃຫ້ຮອງຫົວໜ້າພະແນກຜູ້ໃດໜຶ່ງວ່າການແທນ, ໃນເມື່ອຫົວໜ້າພະແນກ ກັບຄືນມາປະຈຳການແລ້ວ ຜູ້ວ່າການຕ້ອງລາຍງານເປັນລາຍລັກອັກສອນວຽກທີ່ຕົນໄດ້ແກ້ໄຂ ແລະ ວຽກຄ້າງຄາໃຫ້ຫົວໜ້າພະແນກຊາບ ;
3. ການເຄື່ອນໄຫວ ຂອງ ພະແນກ ແມ່ນບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໜາຍຂອງລັດ, ຫັນເອົາແຜນການຂອງກົມໃຫ້ກາຍເປັນໂຄງການລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ;
4. ບັນດາເອກະສານ ທີ່ກ່ຽວຂ້ອງກັບພະແນກ ທີ່ມາຈາກກົມ, ສະຖາບັນ, ທ້ອງຖິ່ນ ແລະ ໜ່ວຍງານອື່ນ ເມື່ອຜ່ານກົມຊີ້ນຳແລ້ວ, ຖ້າພົວພັນກັບຂະແໜງໃດ ໃຫ້ຂະແໜງນັ້ນຄົ້ນຄວ້າ ແລະ ປະກອບຄຳເຫັນເສັຍກ່ອນ ແລ້ວຈິ່ງນຳສະເໜີຫາກົມຕາມລະບອບລະບຽບການບໍລິຫານເອກະສານ ທີ່ໄດ້ກຳນົດໄວ້ ;
5. ພົວພັນ ແລະ ປະສານສົມທົບກັບບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາໜ່ວຍງານ, ໂຄງການ ແລະ ບັນດາຂະແໜງແຜນການສາຍຕັ້ງຢູ່ທ້ອງຖິ່ນ ທີ່ຂຶ້ນກັບກົມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມເປົ້າໜາຍທີ່ວາງໄວ້ ;
6. ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານ ປະຈໍາອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ; ສະຫຼຸບສັງລວມສະພາບການຮອບດ້ານເພື່ອລາຍງານໃຫ້ຫົວໜ້າກົມຕາມເວລາທີ່ໄດ້ກຳນົດໄວ້.
Leave a Reply