Get Adobe Flash player

ແບບແຜນວິທີເຮັດວຽກ

ປະຕິບັດ ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສົມທົບກັບການປະຕິ ບັດລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງບົນພື້ນຖານມີການປະສານງານ ແລະ ແບ່ງງານກັນ ຢ່າງລະອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍ ໃນຂອບເຂດຂອງແຕ່ລະຂັ້ນ;

ຫົວໜ້າກົມ ມີຄວາມຮັບຜິດຊອບໂດຍກົງ ຕໍ່ລັດຖະມົນຕີວ່າການກະຊວງ ກະສິກຳ ແລະ ປ່າໄມ້ກ່ຽວ ກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກພ່ອງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ; ຮອງຫົວໜ້າ ກົມມີໜ້າທີ່ຊ່ວຍວຽກ ແລະ ລົງເລິກຮັບຜິດຊອບວຽກງານໃດໜຶ່ງຕາມການແບ່ງງານ ແລະ ມອບໝາຍ ຂອງຫົວໜ້າ ກົມ;

ຫົວໜ້າກົມ ເປັນຜູ້ລົງລາຍເຊັນຕໍ່ບັນດາເອກະສານສຳຄັນ, ກໍລະນີຕິດຂັດ ຫຼື ໄປເຄື່ອນໄຫວວຽກງານທາງ ໄກຕ້ອງມອບສິດປະຈຳການຊົ່ວຄາວໃຫ້ຮອງຫົວໜ້າກົມຜູ້ໃດຜູ້ໜຶ່ງວ່າການແທນ, ໃນເມື່ອຫົວໜ້າກົມກັບຄືນມາປະຈຳການແລ້ວ ຜູ້ຮັກສາການຕ້ອງລາຍງານເປັນລາຍລັກອັກສອນວຽກທີ່ຕົນເອງໄດ້ແກ້ໄຂ ແລະ ວຽກທີ່ຍັງຄົງຄ້າງ ໃຫ້ຫົວໜ້າກົມຊາບ;

ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະ ຈຳປີ; ສະຫຼຸບສັງລວມສະພາບການຮອບດ້ານ ເພື່ອລາຍງານໃຫ້ລັດຖະມົນຕີວ່າການກະຊວງ ກະສິກຳ ແລະ ປ່າໄມ້ ຕາມເວລາທີ່ໄດ້ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>