Get Adobe Flash player

ໂຄງປະກອບກົງຈັກການຈັດຕັ້ງ

ກົມແຜນການ ປະກອບດ້ວຍຫົວໜ້າກົມ 1 ທ່ານ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ແລະ ຄະນະຈັດຕັ້ງສູນກາງພັກ;ກົມແຜນການ ປະກອບມີຮອງຫົວໜ້າກົມຈຳນວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ;ກົມແຜນການ ປະກອບມີຫົວໜ້າ ແລະ ຮອງຫົວໜ້າພະແນກ ແລະ ສູນ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ແລະ ຫົວໜ້າໜ່ວຍງານຈຳນວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີ ວ່າການກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງ ກົມແຜນການ ແລະ ການຢັ້ງຢືນຈາກກົມຈັດຕັ້ງ ແລະ ພະນັກງານ; ແລະ ມີພະນັກງານວິຊາການຕາມການກຳນົດຕຳແໜ່ງງານທີ່ຂັ້ນເທິງອະນຸມັດ. ແຕ່ລະພະແນກ ແລະ ສູນປະກອບດ້ວຍຂະແໜງ, ໜ່ວຍງານ ແລະ ພະນັກງານວິຊາການ ຕາມການກຳນົດຕຳແໜ່ງງານ ທີ່ຂັ້ນເທິງອະນຸມັດ.

ໂຄງປະກອບ ກົງຈັກ ຂອງກົມແຜນການ ປະກອບດ້ວຍ 8 ພະແນກ ແລະ 1 ສູນ ດັ່ງນີ້:

  • ພະແນກບໍລິຫານ;
  • ພະແນກແຜນການ;
  • ພະແນກການເງິນ;
  • ພະແນກຮ່ວມມືສາກົນ;
  • ພະແນກເຊື່ອມໂຍງເສດຖະກິດ;
  • ພະແນກຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ;
  • ພະແນກຄຸ້ມຄອງການລົງທຶນ ແລະ ທຸລະກິດ;
  • ພະແນກຄຸ້ມຄອງໂຄງການ ;
  • ສູນສະຖິຕິກະສິກຳ.

ນອກຈາກນີ້, ຍັງມີຂະແໜງແຜນການຂອງພະແນກກະສິກຳ ແລະ ປ່າໄມ້ປະຈຳບັນດາແຂວງ, ນະຄອນຫຼວງແລະໂຄງການຈຳນວນໜຶ່ງທີ່ເປັນສາຍຕັ້ງຂອງກົມຢູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະ ເທດ.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>