ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
- ເປັນເຈົ້າການ ໃນການປະສານງານກັບບັນດາກົມ, ກອງ, ສະຖາບັນອ້ອມຂ້າງກະຊວງ, ພະແນກການ ສາຍຕັ້ງ ຂອງກະຊວງ, ກະຊວງຂະແໜງການກ່ຽວຂ້ອງ ເພື່ອສ້າງ ແລະ ພັດທະນາແຜນນະໂຍບາຍ ແລະ ຍຸດທະສາດຂອງຂະແໜງການກະສິກຳ ແລະ ປ່າໄມ້ ແລະ ນຳສະເໜີ ຕໍ່ລັດຖະມົນຕີວ່າການກະຊວງກະ ສິກຳ ແລະ ປ່າໄມ້ພິຈາລະນາຂໍການອະນຸມັດຈາກລັດຖະບານ;
- ເປັນເຈົ້າການ ໃນການປະສານງານກັບບັນດາກົມ, ກອງ, ສະຖາບັນອ້ອມຂ້າງກະຊວງ, ພະແນກການ ສາຍຕັ້ງ ຂອງກະຊວງ ເພື່ອຜັນຂະຫຍາຍນະໂຍບາຍ ແລະ ຍຸດທະສາດຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃຫ້ເປັນແຜນງານ, ແຜນການ,ໂຄງການອັນລະອຽດເປັນແຕ່ລະໄລຍະ;
- ເປັນເຈົ້າການ ໃນການປະສານງານກັບບັນດາກົມກອງສະຖາບັນອ້ອມຂ້າງກະຊວງ, ພະແນກການສາຍ ຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ກະຊວງຂະແໜງການກ່ຽວຂ້ອງໃນການສ້າງ ແລະ ຄຸ້ມຄອງແຜນ ການ ແລະ ແຜນການລົງທຶນຂອງລັດປະຈຳປີ ເພື່ອສະເໜີ ຕໍ່ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາສະເໜີຕໍ່ລັດຖະບານ;
- ເປັນເຈົ້າການປະກອບສ່ວນຄົ້ນຄວ້ານຳສະເໜີ ແລະ ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ກົດໝາຍ, ດຳລັດ, ຂໍ້ຕົກລົງ, ບົດແນະນຳ ແລະ ບັນດານິຕິກຳ ອຶ່ນໆ ທີ່ກ່ຽວຂ້ອງກັບຂະແໜງກະສິກຳ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະມາ ເປັນອັນ ລະອຽດ, ພ້ອມກັນນັ້ນ ເປັນໃຈກາງໃນການປະສານງານ ກັບບັນດາກົມ, ກອງ, ສະຖາບັນອ້ອມຂ້າງ ກະ ຊວງ ໃນການຜັນຂະຫຍາຍບັນດານິຕິກຳຕ່າງໆ ທີ່ກ່າວມາຂ້າງເທິງນັ້ນ ໃນການຈັດຕັ້ງປະຕິບັດ ຕົວຈິງ ສຳລັບຂະແໜງ ກະສິກຳ ແລະ ປ່າໄມ້;
- ອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ແລະ ສູນທີ່ຂື້ນກັບກົມ; ອອກຄຳສັ່ງ, ຄຳແນະນຳ ແລະ ແຈ້ງການເຖິງຫົວໜ້າພະແນກ, ສູນ ແລະ ຂະແໜງແຜນການທີ່ຂຶ້ນກັບພະແນກ ກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງ; ຊຸກຍູ້ເຜີຍແຜ່ເຊື່ອມຊຶມ ແລະ ຊຸກຍູ້ ການຈັດຕັ້ງ ປະຕິບັດ ແຜນການພັດທະນາກະສິກຳ ແລະ ປ່າໄມ້ ໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ.
- ເປັນເຈົ້າການ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເກັບກຳ, ສັງລວມ, ປຸງແຕ່ງ, ວິໄຈຂໍ້ມູນ, ລາຍງານ ສະຖິຕິ ແລະ ຂໍ້ມູນດ້ານວຽກງານກະສິກຳ ທົ່ວປະເທດໃນແຕ່ລະໄລຍະ ເພື່ອສະໜອງສະຖິຕິ ແລະ ຂໍ້ມູນ ດ້ານວຽກງານກະສິກຳ ທີ່ມີຄຸນນະພາບ ໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ;
- ເປັນເຈົ້າການ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສຶກສາຄົ້ນຄວ້າ ວິໄຈສະພາບການເໜັງຕີງຂອງ ເສດຖະກິດ-ສັງຄົມ, ຜົນກະທົບຈາກໄພທຳມະຊາດຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອນຳສະ ເໜີຕໍ່ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອອກນະໂຍບາຍ ຫຼື ມາດຕະການ ແກ້ໄຂໃຫ້ທ່ວງທັນກັບສະພາບການ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການຮ່ວມມືດ້ານວິທະຍາ ສາດ-ເຕັກນິກ, ສະໜອງ ແລະ ແລກປ່ຽນຂໍ້ມູນ ແລະ ສະຖິຕິ ກະສິກຳ.
- ປະສານສົມທົບ ກັບຫ້ອງການ, ບັນດາກົມ, ກອງ, ສະຖາບັນ ແລະ ຂະແໜງການສາຍຕັ້ງຂອງຕົນ ເພື່ອ ເປັນເຈົ້າການ ໃນການສ້າງ ແລະ ປັບປຸງລະບົບຕາໜ່າງແຜນການ, ການເງິນ, ຮ່ວມມື, ລົງທຶນ, ການສຳຫຼວດເກັບກຳຂໍ້ມູນສະຖິຕິກະສິກຳ ຢ່າງມີປະສິດທິຜົນ ບົນພື້ນຖານການປະສານ ສົມທົບກັບພາກສ່ວນທີ່ ກ່ຽວຂ້ອງ ເພື່ອຫັນໄປສູ່ອັນທັນສະໄໝເທື່ອລະກ້າວ;
- ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງພາຍໃນຂະແໜງການ ສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານກະສິກຳ ແລະ ປ່າໄມ້ ປະຈຳ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈຳປີ ພ້ອມທັງ ສ້າງ ແລະ ດັດແກ້ແຜນການ ເພື່ອສະເໜີຕໍ່ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພິຈາລະ ນາຮັບຮອງເອົາ ກ່ອນຈະສົ່ງໃຫ້ພາກສ່ວນກ່ຽວຂ້ອງ;
- ສ້າງແຜນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຕາມພາລະບົດບາດຂອງກົມ ແຜນການ ເພື່ອກຳນົດໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ແນໃສ່ປັບປຸງແບບ ແຜນ ວິທີເຮັດວຽກ ແລະ ພັດທະນາວຽກງານຂອງກົມແຜນການ;
- ເປັນໃຈກາງໃນການຂຶ້ນແຜນງົບປະມານກໍ່ສ້າງ, ບຳລຸງ, ຍົກລະດັບຄວາມຮູ້ຄວາມສາມາດ ກ່ຽວກັບການ ເຊື່ອມໂຍງວຽກແຜນການ, ວຽກການເງິນ, ວຽກຮ່ວມມື, ວຽກລົງທຶນ, ວຽກສະຖິຕິ, ລະບົບຂໍ້ມູນຂ່າວສານ ແລະ ການຄຸ້ມຄອງໂຄງການ ໃຫ້ແກ່ພະນັກງານທົ່ວຂະແໜງແຜນການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ;
- ຄຸ້ມຄອງລະບົບເງິນເດືອນ, ເງິນນະໂຍບາຍ, ຊັບສິນ, ພາຫານະ ແລະ ອຸປະກອນຂອງຂະແໜງການ ເພື່ອ ຮັບປະກັນການເຄື່ອນໄຫວວຽກງານຕາມລະບຽບການທີ່ໄດ້ກຳນົດອອກ;
- ຊຸກຍູ້ ຕິດຕາມ ແລະ ກວດກາການນຳໃຊ້ງົບປະມານ, ຄຸ້ມຄອງການເງິນ ແລະ ການບັນຊີ, ຄຸ້ມຄອງການ ນຳໃຊ້ການເງິນລວມຂອງກະຊວງເຊັ່ນ: ເງີນເດືອນ, ເງີນອຸດໜູນ, ເງີນນະໂຍບາຍ, ເງີນບໍລິຫານປົກກະ ຕິ, ເງີນດັດສົມ ແລະ ສົ່ງເສີມ, ເງີນຊື້ຊັບສົມບັດຄົງທີ່ຮັບໃຊ້ບໍລິຫານ ແລະ ເງີນລົງທຶນຂອງລັດ. ກວດກາ “0″ ໂມງ ແລະ ປະເມີນຜົນການນຳໃຊ້ງົບປະມານ ນັບທັງທຶນພາຍໃນພາກຕ່າງໆ ຕາມສາລະບັນງົບປະ ມານ ຂອງລັດ, ທຶນຊ່ວຍເຫຼືອ ແລະ ກູ້ຢືມຂອງຂະແໜງການກະສິກຳ ແລະ ປ່າໄມ້ໃຫ້ມີປະສິດ ທິຜົນ;
- ເກັບກຳ, ຕິດຕາມ ແລະ ສັງລວມຂຶ້ນບັນຊີ ຄຸ້ມຄອງຊັບສິນຂອງລັດ ເຊັ່ນ: ທີ່ດິນ, ສິ່ງປຸກສ້າງ, ພາຫານະ, ກົນຈັກ, ອຸປະກອນ ແລະ ເຄື່ອງຮັບໃຊ້ຂອງຂະແໜງກະສິກຳ ແລະ ປ່າໄມ້ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ສ່ວນໜ້າທີ່ໃນການຄຸ້ມຄອງ, ກວດກາ, ຄົ້ນຄວ້າສ້າງແຜນດຸ່ນດ່ຽງແບ່ງປັນນຳໃຊ້, ນຳສະເໜີຍຸບ ແລະ ສະສາງຊັບສິນຂອງລັດ ແມ່ນຄວາມຮັບຜິດຊອບຂອງຫ້ອງການກະຊວງ ແຕ່ຕ້ອງໄດ້ເປັນເອກະພາບກັບກົມແຜນການ ແລະ ພາກສ່ວນກ່ຽວຂ້ອງ ກ່ອນສະເໜີລັດຖະມົນຕີວ່າການກະຊວງ ກະສິກຳ ແລະ ປ່າໄມ້ ອະນຸມັດຈັດຕັ້ງປະຕິບັດ;
- ເປັນໃຈກາງໃນການປະສານງານ ກັບບັນດາພາກສ່ວນກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມເຄື່ອນໄຫວ ວຽກງານເຊື່ອມໂຍງເສດຖະກິດ ເຊັ່ນ: ຮ່ວມມືອາຊຽນ, ຮ່ວມມືເສດຖະກິດພາກພື້ນ, ອະນຸພາກພື້ນ, ການສ້າງເຂດການຄ້າເສລີສອງຝ່າຍ ແລະ ຫລາຍຝ່າຍ, ແລວທາງເສດຖະກິດຕ່າງໆ ແລະ ວຽກງານການຄ້າໂລກຂອງຂະແໜງການກະສິກຳ ແລະ ປ່າໄມ້, ເພື່ອເປັນການຍາດແຍ່ງເອົາຜົນປະ ໂຫຍດໃຫ້ແກ່ປະເທດຊາດຫລາຍເທົ້າທີ່ຈະຫລາຍໄດ້;
- ເປັນຈຸດສອບຖາມວຽກງານສຸຂາອະນາໄມ ແລະ ສຸຂາອະນາໄມພືດ ຂອງຂະແໜງກະສິກຳ ແລະ ປ່າໄມ້ ໂດຍການສົມທົບກັບຈຸດປະສານງານ ຢູ່ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວ ຂ້ອງ ເຊັ່ນ: ໜ່ວຍແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງອົງ ການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ແລະ ບັນດາຂະແໜງການອື່ນໆ ຂອງ ສູນກາງ ແລະ ທ້ອງຖິ່ນ;
- ເປັນເຈົ້າການປະສານສົມທົບກັບກົມ, ກອງ, ສະຖາບັນອ້ອມຂ້າງກະຊວງ ກໍຄືກະຊວງຂະແໜງການທີ່ ກ່ຽວຂ້ອງໃນການສ້າງແຜນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ; ສັງລວມ ແລະ ເຂົ້າຮ່ວມໃນ ການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເຂດຈຸດສຸມ ແລະ ແກ້ໄຂຄວາມທຸກຍາກ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານ ການຮ່ວມມືສາກົນ ແລະ ການລົງທຶນ ໃນຂະແໜງການກະສິກຳ ແລະ ປ່າໄມ້;
- ເຜີຍແຜ່ນະໂຍບາຍ, ກົດຫມາຍ ແລະ ລະບຽບການຂອງລັດ, ຍຸດທະສາດພັດທະນາຂະແໜງການກະ ສິກຳ ແລະ ປ່າໄມ້ ເພື່ອຂົນຂວາຍຍາດແຍ່ງການຮ່ວມມືສາກົນ, ການຊ່ວຍເຫຼືອ ແລະ ການລົງທຶນຈາກ ພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ແຫຼ່ງທຶນອື່ນໆ ເພື່ອປະກອບສ່ວນໃນການຈັດ ຕັ້ງປະຕິບັດແຜນງານ ແລະ ໂຄງການຂອງຂະແໜງການກະສິກຳ ແລະ ປ່າໄມ້;
- ປະສານສົມທົບກັບບັນດາຜູ້ໃຫ້ທຶນ ແລະ ຜູ້ຮັບຜິດຊອບແຜນງານ, ໂຄງການ ແລະ ດຳເນີນກິດຈະກຳ ຕ່າງໆ ໃນການຄຸ້ມຄອງ ຕິດຕາມ ແລະ ປະເມີນຜົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໄປຕາມລະບຽບ ຫຼັກການ ການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA);
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນກະຊວງກະສິກຳ ແລະ ປ່າໄມ້ ແລະ ກັບພາກສ່ວນ ອຶ່ນໆ ເພື່ອເຊື່ອມໂຍງວຽກບົດບາດຍິງ-ຊາຍ ເຂົ້າໃນວຽກແຜນການຂອງກະຊວງກະສິກຳ ແລະ ປ່າໄມ້;
- ປະຕິບັດວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຂັ້ນເທິງ.
ຂອບເຂດສິດ
- ລົງລາຍເຊັນຂໍ້ຕົກລົງກ່ຽວກັບພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບກົງຈັກ ຂອງບັນ ດາພະແນກ ແລະ ສູນທີ່ຂຶ້ນກັບກົມ. ກຳນົດໜ້າທີ່ລະອຽດ, ແບບແຜນວິທີເຮັດວຽກຂອງຂະແໜງແຜນ ການ ແລະ ໜ່ວຍງານ ທີ່ຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຈຸງານປະຈຳຢູ່ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ ບົນພື້ນຖານການຄົ້ນຄວ້າປະກອບຄຳເຫັນຂອງກົມຈັດຕັ້ງ ແລະ ພະນັກງານ, ພ້ອມທັງຜັນຂະຫຍາຍ ຂໍ້ຕົກລົງ ສະບັບນີ້ ໃຫ້ເປັນກົດລະບຽບພາຍໃນຂອງຕົນ ເພື່ອຈັດຕັ້ງປະຕິບັດ;
- ເຊັນສັນຍາ, ອະນຸສັນຍາ ແລະ ບົດບັນທຶກ ກໍຄືເອກະສານທາງການຕ່າງໆ ກ່ຽວກັບວຽກງານການຮ່ວມມື ແລະ ການລົງທຶນພາຍໃນ ແລະ ຕ່າງປະເທດ ກັບອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມອື່ນໆ ແລະ ເຂົ້າຮ່ວມກອງປະຊຸມຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງລັດຖະມົນຕີ ບົນພື້ນຖານລະບຽບການວາງອອກ;
- ຄົ້ນຄວ້າ ແລະ ນຳສະເໜີ ກ່ຽວກັບການສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກບັນດາກົງຈັກການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງກົມແຜນການ ຕາມການແບ່ງຂັ້ນຄຸ້ມຄອງ;
- ຄົ້ນຄວ້າ ແລະ ນຳສະເໜີແຕ່ງຕັ້ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ຍົກຍ້າຍ, ປົດຕຳແໜ່ງ, ປະຕິບັດວິໄນ ຕໍ່ພະນັກງານພາຍໃນກົມ; ອອກຂໍ້ຕົກລົງສັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກົມແຜນການຕາມລະບຽບການທີ່ໄດ້ກຳນົດໄວ້;
- ຄົ້ນຄ້ວາ ແລະ ປະກອບຄຳເຫັນ ຕໍ່ການສະເໜີແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານຂະ ແໜງແຜນການ ທີ່ຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງກົມແຜນການ ຕາມລະບຽບການທີ່ໄດ້ກຳນົດໄວ້;
- ລົງລາຍເຊັນເອກະສານປະກອບຄຳເຫັນ ວຽກງານການຮ່ວມມື, ການລົງທຶນພາຍໃນປະເທດ ແລະ ຕ່າງ ປະເທດຫາກົມ ແລະ ພາກສ່ວນຕ່າງໆຂອງຂະແໜງການກ່ຽວຂ້ອງທີ່ຮັບຜິດຊອບວຽກງານຮ່ວມມື ແລະ ລົງທຶນ;
- ປະຕິບັດສິດອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກລັດຖະມົນຕີ.
Leave a Reply