Get Adobe Flash player

ຝຶກອົບຮົມ ການນຳໃຊ້ບັນຊີຄູ່ແຫ່ງລັດ ປະຈຳປີ 2018 ໃຫ້ພະນັກງານການເງິນ ຂັ້ນ I ແລະ ຂັ້ນ II ອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງວັນທີ 30 ກໍລະກົດ ຫາ 03 ສິງຫາ 2018

sathiti

ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 03 ສິງຫາ 2018 ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ບັນຊີຄູ່ແຫ່ງລັດ ໃຫ້ແກ່ພະນັກງານ ບັນຊີ-ການເງິນ ຂັ້ນ1 (ກະຊວງ) ແລະ ຂັ້ນ 2 ( ບັນດາກົມ, ຫ້ອງການ ແລະ ສະຖາບັນ) ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ຢູ່ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ອຸຄຳ ເພຍເທບ ຮອງຫົວຫນ້າກົມແຜນການ ແລະ ການເງິນ, ມີຜູ້ເຂົ້າຮ່ວມທັງຫມົດຈຳນວນ 50 ທ່ານ, ເປັນຍິງ 33 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນຝຶກໃຫ້ບັນດາພະນັກງານ ບັນຊີ-ການເງິນ ທີ່ຖືກຄັດເລືອກເອົາຈາກຫົວຫນ່ວຍບັນຊີ-ການເງິນ ຂັ້ນ2 ຂອງບັນດາກົມ, ຫ້ອງການ ແລະ ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ເພື່ອຝຶກໃຫ້ກາຍເປັນຄູ ຝຶກບັນຊີຄູ່ແລ້ວໄປຝຶກຕໍ່ ໃຫ້ພະນັກງານການເງິນຂັ້ນຍ່ອຍຂອງຕົນ ແລະ ລົງໄປຊຸກຍູ້ບັນຊີຄູ່ໃຫ້ບັນດາຂະແຫນງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ ໃຫ້ມີຄວາມເຂົ້າໃຈຢ່າງຫນັກແຫນ້ນຕໍ່ເນື້ອໃນ ຂອງບັນດານິຕິກຳທີ່ຕິດພັນກັບການບັນຊີແຫ່ງລັດ ເປັນຕົ້ນແມ່ນ ກົດຫມາຍວ່າດ້ວຍການບັນຊີ ແລະ ປຶ້ມຄູ່ມື ຂອງຕົນ ທີ່ກຳນົດໄວ້ ເພື່ອໃຫ້ຮູ້ວິທີການຈັດວາງລະບົບບັນຊີ, ເຕັກນິກການຈົດກ່າຍບັນຊີ, ການສ້າງໃບດຸ່ນດ່ຽງປະຈຳເດືອນ, ການສ້າງເອກະສານລາຍງານການເງິນວຽກງານທ້າຍປີ ພ້ອມທັງເປັນການຍົກສູງຄວາມຮັບ ຜິດຊອບ, ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານບັນຊີຢ່າງຕໍ່ເນື່ອງ ແລະ ສາມາດຜັນຂະຫຍາຍລະບຽບຫລັກການບັນຊີ ໃຫ້ພະນັກງານບັນຊີ-ການເງິນ ຂັ້ນຍ່ອຍໃຫ້ກາຍເປັນພະນັກງານສືບທອດ ນາຍບັນຊີ ແລະ ນາຍຄັງ ຕາມພາລະບົດບາດທີ່ກຳນົດໄວ້ ເພື່ອຮັບປະກັນຄວາມໂປ່ງໃສ, ຄົບຖ້ວນ ແລະ ທັນກັບກຳນົດເວລາໃນການສະຫລຸບລາຍງານທັງເປັນການຍົກສູງຄວາມຮັບຜິດຊອບ ຂອງພະນັກງານບັນຊີ-ການເງິນ ໃນແຕ່ລະຂັ້ນທົ່ວກະຊວງ ແລະ ຂະແຫນງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທົ່ວປະເທດ.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>