Get Adobe Flash player

ກອງປະຊຸມ ໂຄງການ ເຊື່ອມໂຍງ ແລະຫຼຸດຜ່ອນຄວາມສ່ຽງ ຈາກໄພພິບັດ ໃນຂະແໜງ ກະສິກຳ.

plankan

ພະ​ແນ​ກ​ແຜນການ, ກົມ​ແຜນ​ການແລະການ​ເງິ​ນ, ໄດ້​ຈັດ​ກອງ​ປະ​ຊຸ​ມ ຄັ້ງ​ປະ​ຖົມ​ມະ​ເລີກ ໂຄງການ​ເຊື່ອມ​ໂຍງ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງຈາກ​ໄພພິບັດ ​ໃນຂະ​ແໜງກະສິກຳໃນ​ຄັ້ງ​ວັນ​ທີ06 ກໍລະ​ກົດ 2018 ທີ່ ທ່າ​ລາດ ແຂວງວຽງ​ຈັນໂດຍ​ ການ​​ເປັນ​ປະ​ທານ ຂອງ ທ່ານ ສະ​ຫວັນ ຫານ​ພົມ ຮອງ​ຫົວ​ໜ້າ ກົມ​ແຜນ​ການ ແລະ ການ​ເງິນ, ຊຶ່ງ​ມີ​ບັນ​ດາກົມ         ​ວິ​ຊາ​ການທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ. ໂຄງ​ການ​ດັ່ງ​ກ່າວ ແມ່ນໄດ້​ຮັບການ​ສະໜັບສະ​ໜູນຈາກ ອົງການອາຫານໂລກ ຈຳນວນ 59.000 ​ໂດ​ລາ​ສະຫະ​ລັດ ຊື່​ງມີ​ຈຸດປະສົງ ​ເພື່ອ​​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ພະນັກງານ ​ແຂວງ ​ແລະ ​ເມືອງ ​ໃນ​ການສ້າງ​ແຜນ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງຈາກ​ໄພພິບັດໃນ​ການ​ຜະລິດ ກະສິກຳ, ພ້ອມກັນ​ນັ້ນ ກໍ່ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ຊາວນາໃນ​ການປັບ​ຕົວ​​ເຮັດ​ການ​ຜະລິດກະສິກຳໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ ດິນ​ຟ້າ, ອາກາດ ​ໂດຍ​ມີເປົ້າ​ໝາຍຂອງ​ໂຄງການ ​ແມ່ນສຸມ​ໃສ່ 2 ​ແຂວງ, 4 ​​ເມືອງ​ຄື: ​ແຂວງ ຄຳ​ມ່ວນ ປະກອບ​ມີ: ​ເມືອງ ໜອງ​ບົກ ​ແລະ ​ເມືອງ ທ່າ​ແຂກ, ​ແຂວງ ສະ​ຫັວນນະ​ເຂດ ປະກອບ​ມີ: ​ເມືອງ ຈຳ​ພອນ ​ແລະ ​ເມືອງ ສອງ​ຄອນ.

ຈຸດ​ປະ​ສົງ ຂອງກອງ​ປະ​ຊຸມແມ່ນ ເພື່ອ​ເປັນ​ການເຜີຍ​ແຜ່ແນະນຳກ່ຽວ​ກັບໂຄງ​ການດັ່ງກ່າວໃຫ້​ບັນ​ດາກົມ​ກ່ຽວ​ຂ​ອ້ງຮັບ​ຮູ້ ແລະ ເຂົ້າ​ໃຈ ເປົ້າ​ໝາຍ ຈຸດ​ປະ​ສົງ ຂອງ​ໂຄງ​ການ, ​ປຶກ​ສາ​ຫາ​ລື ລະ​ດົມ​ແນວ​ຄວາມ​ຄິດ ໃນ​ການ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ​ເພື່ອ​ສະໜັບສະໜູນວຽກ​ງານຄວບ​ຄຸມ​ໄພພິບັດ ​ແລະ ຫຼຸ​ດຜ່ອນຄວາມ​ສ່ຽງໃຫ້​ໄດ້​ຮັງ​ຜົນ​ດີ,​ ພ້ອມ​ທັງເປັນ​ການ​ສ້າງ​ແນວ​ຄິດລິ​​ເລີ່​ມກ່ຽວ​ກັບ ການ​ສ້າງ​ແຜນ​ທີ່ຄວບ​ຄຸມໄພພິບັດ​ແນ່​ໃສ່​ເພື່ອ​ສ້າ​ງຖານ​ຂໍ້​ມູນໃນ​ການພະ​ຍາກ​ອນ ​ເພື່ອ​ປ້ອງ​ກັນໃນ​ອານາ​ຄົດ.

ກອງ​ປະ​ຊຸມ ຈະ​ໄດ້ຮັບ​ຟັງການ​ນຳ​ສະ​ເໜີ ເປົ້າ​ໝາຍ ຈຸດ​ປະ​ສົງ ຂອງ​ໂຄງ​ການ ແລະ ຮ່ວມ​ກັນຄົ້ນ​ຄວ້າກົນ​ໄກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດໃນ​ຕໍ່​ໜ້າ, ກອງ​ປະ​ຊຸມຈະ​ໄດ້ມີ​ການ​ແບ່ງ​ກຸ່ມເພື່ອ​ຄົ້ນ​ຄວ້າບັນ​ດາ​ມາດ​ຕະ​ການເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງຈາກ​ໄພ​ພິ​ບັດໃນ​ການ​ຜະ​ລິດກະ​ສິ​ກຳ ໂດຍ​ສະ​ເພາະແມ່ນ​ມາດ​ຕະ​ການໄລ​ຍະ​ສັ້ນ, ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ, ການ​ກະ​ທົບດ້ານນະ​ໂຍ​ບາຍ ຕ່າງໆ. ພ້ອມ​ທັງ ສ້າງ​ແນວ​ຄວາມ​ຄິດໃນ​ການປ້ອງ​ກັນໃນ​ຕໍ່ໜ້າ.

ຈາກ​ການປຶກ​ສາ​ຫາ​ລື ສາມ​າດສັງ​ລວມໄດ້​ຄື: ບັນ​ດາກົມ​ກ່ຽວ​ຂ້ອງ​ເຂົ້າ​ໃຈຕໍ່​ກັບຈຸດ​ປະ​ສົງ​ເປົ້າ​ໝາຍຂອງໂຄງ​ການ, ສາ​ມາດ ສັງ​ລວມ​ໄດ້ແນວ​ຄວາມ​ຄິດເບື້ອງ​ຕົ້ນໃນ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງຈາກ​ໄພ​ພິ​ບັດໃນ​ການ​ຜະ​ລິດກະ​ສິ​ກຳເພື່ອ​ພັດ​ທະ​ນາ ເປັນຄຳ​ແນະ​ນຳໃນ​ຂັ້ນ​ຕໍ່​ໄປ.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>