ໃນວັນທີ 21 ມິຖຸນາ 2018 ເລີ່ມແຕ່ເວລາ 08:30-12:00 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ ສູນສະຖິຕິກະສິກຳ, ກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມການນໍາສະເໜີ ແຜນທີ່ກະສິກຳ ຂອງ ສປປ ລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊປຣະເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະ ການເງີນ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາຫ້ອງການ, ກົມ, ສະຖາບັນ ແລະ ພະແນກການຕ່າງໆອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອນໍາສະເໜີຜົນໄດ້ຮັບຂອງໂຄງການຍ່ອຍ ຕົ້ນຕໍກໍ່ແມ່ນຂໍ້ມູນແຜນທີ່ກະສິກຳ ຂອງ ສປປ ລາວ ທີ່ຖືໄດ້ວ່າເປັນຂໍ້ມູນແຫຼ່ງຄວາມຮູ້ ທີ່ມີຄວາມສໍາຄັນ ພ້ອມທັງ ການນໍາສະເໜີຂໍ້ມູນດ້ານວິຊາການທີ່ກ່ຽວຂ້ອງ ທີ່ເກັບກຳໄດ້ໃນໄລຍະການຈັດຕັ້ງປະຕິບັດຂອງໂຄງການ; ການສໍາຫຼວດສະຖິຕິກະສິກຳທົ່ວປະເທດ ໄດ້ດຳເນີນການສໍາຫຼວດຄັ້ງທໍາອິດໃນປີ 1999 ແລະ ຕໍ່ມາໃນປີ 2011 ເຊີ່ງປະກອບມີຂໍ້ມູນພື້ນຖານທີ່ສໍາຄັນກ່ຽວກັບໂຄງລ່າງພື້ນຖານ ແລະ ການບໍລິການຂັ້ນບ້ານ, ຂໍ້ມູນພື້ນຖານດ້ານການຜະລິດ ພືດ, ສັດລ້ຽງ ແລະ ການປະມົງຂອງຄົວເຮືອນ ເພື່ອເຮັດໃຫ້ມີຂໍ້ມູນໃນຫຼາຍຮູບແບບ ແລະ ສາມາດເຫັນໄດ້ຈຸດພິເສດໃນແຕ່ລະຂົງເຂດ ແລະ ການປ່ຽນແປງການຜະລິດກະສິກຳໃນລະຫວ່າງຊຸມປີ 1999-2011 ສະນັ້ນ ກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບ ສູນເພື່ອການພັດທະນາ ແລະ ສີ່ງແວດລ້ອມ (CDE) ໂດຍການສະໜັບສະໜູນທຶນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC) ພາຍໃຕ້ ໂຄງການລາວດີຊາຍ ອິນໂຟ ຈິ່ງໄດ້ສ້າງ ປື້ມແຜນທີ່ກະສິກຳ ຂອງ ສປປ ລາວ (Agricultural Atlas of the Lao PDR) ເຊີ່ງແມ່ນຄັ້ງທຳອິດໃນການນໍາສະເໜີຂໍ້ມູນ ເຊັ່ນ: ການປູກ, ການລ້ຽງ, ຜົນກະທົບຈາກໄພທໍາມະຊາດ, ການຂາຍຜົນຜະລິດກະສິກຳ, ລາຍຮັບຈາກການຜະລິດກະສິກຳ ໃນລະດັບຊາດ, ແຂວງ, ເມືອງ, ແລະ ບ້ານ ແລະ ຈຸດພິເສດໃນການຜະລິດໃນແຕ່ລະຂົງເຂດ ທີ່ໄດ້ຈາກ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ທັງສອງຄັ້ງ (ສົກປີ 1998/99 ແລະ ສົກປີ 2010/11).
Leave a Reply