ໃນ ວັນທີ 18 ມິຖຸນາ 2018 ທີ່ ສະໂມສອນກະຊວງກະສິກຳ ແລະ ປ່າໄມ້ – ໄດ້ມີການຈັດກອງປະຊຸມ ຂະແໜງການຍ່ອຍ ກ່ຽວກັບ ວຽກງານກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) ຄັ້ງທີສອງ ປະຈໍາປີ 2018; ຊື່ງມີຜູ້ຕາງໜ້າເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກສ່ວນລັດ, ເອກະຊົນ, ແລະ ຄູ່ຮ່ວມພັດທະນາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເປັນປະທານຮ່ວມ ໂດຍ ພະນະທ່ານ ນາງ ຄລໍດິນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຄາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ຜູ້ຕາງໜ້າ ອົງການພັດທະນາແຫ່ງສະຫະປະຊາຊາດ ແລະ ທັງເປັນຮັກສາການຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາສປປ ລາວ.
ປະທານກອງປະຊຸມ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ໄດ້ກ່າວເປີດກອງປະຊຸມ ໂດຍການສະໜັບສະໜູນ ການປະກອບສ່ວນທີ່ພົ້ນເດັ່ນຈາກຂະແຫນງການກະສິກໍາ ເຂົ້າໃນການປະເມີນຜົນ ກາງສະໄໝຂອງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດຄັ້ງທີ 8 (NSEDP) ແລະ ໄດ້ເນັ້ນຫນັກເຖິງກົດໝາຍທັງ 4 ທີ່ຕິດພັນກັບ ວຽກງານ ກະສິກໍາ ແລະ ການພັດທະນາຊົນນະບົດ ຊຶ່ງຈະນໍາສະເຫນີຕໍ່ສະພາແຫ່ງຊາດ ໃນໄວໆນີ້.
ປະທານຮ່ວມ ທ່ານນາງ ຄລໍດິນ ເລີດູ ໄດ້ເນັ້ນຫນັກກ່ຽວກັບບົດບາດສໍາຄັນຂອງພາກເອກະຊົນ ແລະ ລັດຖະບານ ໃນການຮ່ວມມືກັນຢ່າງໃກ້ຊິດກັບ ອໍານາດການປົກຄອງ. ທ່ານໄດ້ຍົກຕົວຢ່າງ ໃຫ້ເຫັນເຖິງກອງທຶນພັດທະນານໍ້າເທີນ 2 ແລະ ສະມາຄົມການພັດທະນາໄມ້ປ່ອງ ແຂວງຫົວພັນ, ທີ່ໄດ້ອຳນວຍຄວາມສະດວກໃນການສົນທະນາແລກປ່ຽນລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ຊາວກະສິກອນ ແລະ ພາກເອກະຊົນ.
ປະທານຮ່ວມ ທ່ານ ນາງ ຄາຣີນາ ອີມໂມເນັນ ໄດ້ກ່າວເຖິງຄວາມສໍາຄັນໃນການຮັບມືການປ່ຽນແປງຂອງດິນຟ້າອາກາດ ໃນຂະແຫນງການກະສິກໍາ ເນື່ອງຈາກບັນຫາດັ່ງກ່າວ ກໍ່ໃຫ້ເກີດຜົນກະທົບ ອັນໃຫຍ່ຫຼວງຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ຕິດພັນກັບການກຽມພ້ອມຮັບມືຕໍ່ຄວາມສ່ຽງດ້ານໄພພິບັດ ຈຸດປະສົງບູລິມະສິດແມ່ນແນໃສ່ ທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະແມ່ນຊາວກະສິກອນຂະຫນາດນ້ອຍ, ຍ້ອນວ່າພວກເຂົາມີຄວາມສ່ຽງຕໍ່ ການປ່ຽນແປງຂອງສະພາບດິນຟ້າອາກາດ ໃນຂະນະທີ່ຊາວກະສິກອນເຫຼົ່ານັ້ນມີບົດບາດສໍາຄັນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.
ທ່ານ ໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້ ຫົວໜ້າກອງເລຂາ ໜ່ວຍງານຂະແໜງການວຽກງານກະະສິກຳ ແລະ ພັດທະນາຊົນນະບົດ ໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ໃນສົກປີ 2018. ວຽກງານກະສິກໍາເພື່ອໂພຊະນາການ ເປັນວຽກງານທີ່ເປັນບູລິມະສິດຂອງລັດຖະບານ, ແລະ ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮ່ວມຫາລືກັບ ຄູ່ຮ່ວມພັດທະນາ ເພື່ອກຳນົດແຜນວຽກ ແລະ ຕົວຊີ້ວັດ. ພ້ອມກັນນີ້ທ່ານໄດ້ໃຫ້ລາຍລະອຽດກ່ຽວກັບການປະກອບສ່ວນ ຂອງຂະແໜງການຍ່ອຍ ກ່ຽວກັບ ວຽກງານກະສິກຳ ແລະ ພັດທະນາຊົນນະບົດ ໃນໄລຍະກາງສະໄໝ ຂອງ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ NSEDP ຄັງທີ 8 ໂດຍເນັ້ນຫນັກໃສ່ບາງນະໂຍບາຍຂອງລັດຖະບານ, ເຊິ່ງໄດ້ລິເລີ່ມ ການປະຕິຮູບ ບັນດາກົງຈັກຕ່າງໆ ເຊິ່ງຈັດຕັ້ງຂຶ້ນໃນປີ 2016-2018.
ໜ່ວຍງານຂະແໜງການຍ່ອຍ ດ້ານພັດທະນາຊົນນະບົດ ໄດ້ຖືໂອກາດດັ່ງກ່າວ ລາຍງານຜົນຂອງການປຶກສາຫາລືກ່ຽວກັບພາລາບົດບາດຂອງຕົນ, ມາດຖານການພັດທະນາຄຸນນະພາບຊີວິດ. ວຽກງານຂອງຂະແໜງການຍ່ອຍດັ່ງກ່າວ ຍັງມີສິ່ງທ້າຍທາຍຫຼາຍ, ຊຶ່ງ ທາງລັດຖະບານ ແລະ ຄູ່ຮ່ວມພັດທະນາ ແມ່ນໃຫ້ຄວາມສົນໃຈ ແລະ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ.
ຜູ້ຕາງຫນ້າຂອງກະຊວງກະສິກໍາແລະປ່າໄມ້ ໄດ້ສະເຫນີ ບັນດາໜ້າວຽກຕ່າງໆ ກ່ຽວກັບການລິເລີ່ມພັດທະນາເຂດເນີນສູງຂອງລາວ. ການລິເລີ່ມດັ່ງກ່າວໄດ້ມີສ່ວນຮ່ວມຂອງບັນດາໂຄງການ ແລະ ສະຖາບັນ ເພື່ອສະທ້ອນໃຫ້ເຫັນເຖິງການປ່ຽນແປງທີ່ຜ່ານມາ
ແລະ ຜົນກະທົບຂອງຕ່າງໆຕໍ່ປະຊາຊົນໃນເຂດເນີນສູງ, ນຳເອົາບົດຮຽນທີ່ໄດ້ຖອດຖອນຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ວຽກງານທີ່ກຳລັງດຳເນີນງານ ເພື່ອເຮັດໃຫ້ວຽກງານດຳເນີນຕາມທິດທາງ, ເປົ້າໝາຍການພັດທະນາແບບຍືນຍົງ.
ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນ ທັງພາກສລັດ ແລະ ຄູ່ຮ່ວມພັດທະນາ ທີ່ໃຫ້ການສະຫນັບສະຫນູນຢ່າງຕັ້ງໜ້າຂະແຫນງການກະສະກຳ ເພື່ອແກ້ໄຂບັນຫາທ້າທາຍທີ່ຊາວກະສິກອນກຳລັງປະເຊີນໜ້າຢູ່ .ໂດຍສະເພາະແມ່ນການພັດທະນາເຂດເນີນສູງ.
Leave a Reply