ສົມທຽບບາງລາຍການລາຄາສິນຄ້າກະສິກຳ ໃນທ້ອງຕະຫຼາດ ປະຈໍາເດືອນ 6/2018 ແລະ ທຽບກັບເດືອນ 5/2018 ຜ່ານມາ ມີດັ່ງນີ້:
- ອີງຕາມການລາຍງານຂອງ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະບັບເລກທີ 0922/ອຄ.ກຄພນ, ຄັ້ງວັນທີ 11/7/2018.
ໂດຍລວມແລ້ວ ການເໜັງຕີງລາຄາສິນຄ້າໃນເດືອນ 6 ແລະ ທຽບກັບເດືອນ 5 ຜ່ານມາ ເຫັນວ່າມີ ບາງລາຍການລາຄາສິນຄ້າກະສິກໍາຢູ່ທ້ອງຕະຫຼາດຢູ່ບາງແຂວງແມ່ນເໜັງຕີງຂື້ນ-ລົງຢູ່ບາງແຂວງເຊັ່ນ: ຜົ້ງສາລີ ແລະ ຫຼວງນໍ້າທາ. ຊຶ່ງລາຍລະອຽດມີຄື:
ສິນຄ້າເພີ່ມຂື້ນ
ຢູ່ແຂວງຫຼວງນໍ້າທາ:
- ລາຄາເຂົ້າເປືອກໜຽວ ແລະ ເປືອກຈ້າວ ໄດ້ເພື່ມຂື້ນ 500 ກ/ກລ, ເຂົ້າສານຈ້າວລາວປະເພດ 1 ແລະ ປະເພດ2 ໄດ້ເພີ່ມຂື້ນ 1,500 ກ/ກລ.
- ປະເພດລາຄາຊີ້ນໄກ່ພັນ, ເປັດ, ຊີ້ນໝູປະເພດ2 ແລະ ງົວປະເພດ2 ເພີ່ມ 5,000 ກ/ກລ.
- ປະເພດປາ ຄໍ່ ແມ່ນເພີ່ມ 5,000 ກ/ກລ ແລະ ປາດຸກພັນ ແມທ່ນເພີ່ມ 10,000 ກ/ກລ.
2. ຜົ້ງສາລີ:
- ເຂົ້າສານຈ້າວມະລິໄທ ເພີ່ມຂື້ນ 2,000 ກ/ກລ.
- ປາດຸກພັນ ແມທ່ນເພີ່ມ 1,000 ກ/ກລ.
ປະເພດສິນຄ້າຫຼຸດລົງ: ຢູ່ຫຼວງນໍ້າທາ: ປະເພດໄກລາດຫຼຸດລົງ 5,000 ກ/ກລ ແລະ ປານິນແມ່ນຫຼຸດລົງ 2,000 ກ/ກລ.
ຂໍ້ສັງເກດ: ຍ້ອນຊ່ວງນີ້ເປັນລະດູຝົນ ເຮັດໃຫ້ການຂົນສົ່ງສິນຄ້າຈາກບ່ອນຜະລິດຫາຕະຫຼາດມີຄວາມຍຸ້ງຍາກ, ບໍ່ສາມາດສົ່ງໄປຕົງເວລານັດໝາຍ ແລະ ອີກຢາງໜຶ່ງຊ່ວງນີ້ເປັນຊ່ວງກໍາລັງຜະລິດ ປະຊາຊົນຕ້ອງໄດ້ເກັບຮັກສາເຂົ້າໄວ້ບໍລິໂພກ ເຮັດໃຫ້ປະລິມານເຂົ້າຢູ່ທ້ອງຕະ ຫຼາດຫຼຸດລົງຖ້າທຽບໃສ່ເດືອນຜ່ານມາ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາຄາສິນຄ້າ ກ້າວກະໂດດຈາກລາຄາເດືອນຜ່ານມາ. ສ່ວນສິນຄ້າອື່ນໆ ແລະ ຢູ່ແຂວງອື່ນແມ່ນຍັງບໍ່ມີການເໜັງຕີງ.
I. ປະເພດເຂົ້າ:
- ສະເລ່ຍເຂົ້າເປືອກໜຽວສະເລ່ຍທົ່ວປະເທດແມ່ນປະມານ 3,000 ກ/ກລ ລາຄາຕ່ຳສຸດ 2,500 ກ/ກລ, ລາຄາສູງສຸດ 4,400 ກ/ກລ ຢູ່ແຂວງຫົວພັນ.
- ລາຄາເຂົ້າເປືອກຈ້າວ ສະເລ່ຍປະມານ 3,400 ກີບ/ກິໂລ ສະເລ່ຍລາຄາເຂົ້າເປືອກໜຽວຕ່ຳສຸດ 2,500 ກ/ກລ ຢູ່ທີ່ແຂວງບໍລິຄໍາໄຊ ແລະ ລາຄາສູງສຸດ 4,500 ກ/ກລ ຢູ່ທີ່ຊຽງຂວາງ.
- ເຂົ້າສານໜຽວລາວປະເພດ 1 ສະເລ່ຍໃນທົ່ວປະເທດ 6,800ກ/ກລ ລາຄາສູງສຸດແມ່ນ 8,000 ກ/ກລ ແລະ ລາຄາຕໍ່າສຸດ ແມ່ນ 5,500 ກ/ກລ ຢູ່ຄໍາມ່ວນ ແລະສະຫວັນນະເຂດ.
- ເຂົ້າສານຈ້າວລາວປະເພດ1 ສະເລ່ຍທົ່ວປະເທດ ແມ່ນ 8,000 ກ/ກລ; ລາຄາຕໍ່າສຸດ ແມ່ນ 6,000 ກ/ກລ ຢູ່ແຂວງຊຽງຂວາງ ແລະ ສູງສຸດແມ່ນ 10,000 ກ/ກລ ຢູ່ເຊກອງ ແລະ ອັດຕາປື,
II. ປະເພດຊີ້ນ – ປາ.
- ລາຄາຊີ້ນງົວປະເພດ 1 ແລະ ຊີ້ນຄວາຍປະເພດ 1 ສະເລ່ຍທົ່ວປະເທດ = 66,000 ກ/ກລ; ລາຄາຕໍ່າສຸດ ຫາ ລາຄາສູງສຸດ ແມ່ນ 60,000ກ/ກລ - 75,000 ກ/ກລ.
- ຊີ້ນໝູປະເພດ1 ສະເລ່ຍລວມ = 37,000 ກ/ກລ; ລາຄາຕໍ່າສຸດ = 33,000 ກ/ກລ ທີ່ແຂວງຊຽງຂວາງ ແລະ ລາຄາສູງສຸດ ແມ່ນ 40,000 ກ/ກລ.
- ປານິນ ສະເລ່ຍທົ່ວປະເທດ = 24,000 ກ/ກລ ສະເລ່ຍລາຄາຕໍ່າສຸດ = 20,000 ກ/ກລ ຢູ່ແຂວງຫຼວງພະບາງ ແລະລາຄາສູງສຸດ ແມ່ນຢູ່ ເຊກອງ ຊິ່ງເທົ່າກັບ 35,000 ກ/ກລ.
III. ປະເພດຜັກ.
- ໝາກເຜັດສົດ ລາຄາຕໍ່າສຸດໃນຂອບເຂດທົ່ວປະເທດ = 10,000 ກ/ກລ, ລາຄາສູງສຸດ = 25,000 ກ/ກລ ແລະ ສະເລ່ຍທົ່ວປະເທດ = 16,000 ກ/ກລ.
- ຫົວກະທຽມແຫ້ງ ສະເລ່ຍລາຄາ ແມ່ນ = 13,000 ກ/ກລ ລາຄາຕໍ່າສຸດ = 9,000 ກ/ກລ ຢູ່ນະຄອນຫຼວງວຽງຈັນ ແລະລາຄາສູງສຸດ = 18,000 ກ/ກລ ຢູ່ໄຊຍະບູລີ ແລະຊຽງຂວາງ.
ໝາຍເຫດ: ລາຍລະອຽດແມ່ນເບີ່ງຢູ່ຕາຕາລາງ ໜ້າຕໍ່ໄປ.
ຮູບເສັ້ນສະແດງສົມທຽບບາງລາຍການລາຄາສິນຄ້າກະສິກຳ ໃນທ້ອງຕະຫຼາດ ຂອງແຕ່ລະແຂວງ ໃນຂອບເຂດ ທົ່ວປະເທດ ປະຈໍາເດືອນ 6/2018.
ຮູບ1: ປະເພດເຂົ້າຮູບ
2: ປະເພດຊີ້ນ ແລະ ປາ
ຮູບ3: ປະເພດພຶດຜັກ
Leave a Reply