Get Adobe Flash player

ຂ່າວສານ/news

ວິທີ ມອບ-ຮັບ ການປິດໂຄງການ ທົດລອງ ລະບົບການຜະລິດ ອາຫານທ້ອງຖິ່ນ ໃນຂົງເຂດຊົນນະບົດ ເພື່ອ ຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການທີ່ດີ ໃນ ສປປ ລາວ ຊຶ່ງຈັດຕັ້ງປະຕິບັດ ຢູ່ ເມືອງວຽງພູຄາ ແຂວງ ຫຼວງນ້ຳທາ.

plan karn1

ພິ​ທີ ການມອບ-​ຮັບ ​ປິດ​ໂຄງ​ການ ທົດ​ລອງ ລະ​ບົບ​ການ​ຜະ​ລິດ ອາ​ຫານ​ທ້ອງ​ຖິ່ນ ໃນ​ຂົງ​ເຂດ​ຊົນ​ນະ​ບົດ ເພື່ອ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນາ​ການທີ່ດີ, ພິ​ທີ ດັ່ງ​ກ່າວ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 16 ກຸມ​ພາ 2018 ທີ່ພະ​ແນກກະ​ສິ​ກຳແລະປ່າ​ໄມ້ໂດຍ​ການ​ເປັນ​ປະ​ທານຂອງ ທ່ານ ສະ​ຫວັນ ຫານ​ພົມ ຮອງ​ຫົວ​ໜ້າ ກົມ​ແຜນ​ການ ແລະ ການ​ເງິນ ພ້ອມ​ດ້ວຍຄະ​ນະ​ປະ​ທານໂດຍ ທ່ານ ພິມ​ແກ້ວ ຮອງ​ຫົວ​ໜ້າ ພະ​ແນກກະ​ສິ​ກຳແລະປ່າ​ໄມ້ ​ແຂວງຫຼວງ​ນ້ຳ​ທາ ແລະ ທ່ານ ສະ​ຕີ​ເຟັ້ນ ຣູ​ກາດ ຫົວ​ໜ້າ​ຫ້ອງ​ການ​ໃຫຍ່ຂອງ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ FAO, ພ້ອມ​ກັນ​ນັ້​ນມີ​ຜູ້​ຕ່ງ​ໜ້າເຂົ້າຮ່ວມມາຈາກ ກົມ​ແຜນ​ການ ແລະ ການ​ເງິນ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ແຂວງຫຼວງ​ນ້ຳ​ທາ ແລະ ຫ້ອງ​ການກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງວຽງ​ພູ​ຄາ, Continue reading

ລາວ – ຈີນ ຮ່ວມມືກັນສ້າງເຂດອຸດສະຫະກຳ ກະສິກຳ ທັນສະໄໝ ຄົບວົງຈອນ ທີ່ຕິດພັນກັບ ກະສິກຳ ສະອາດ ແລະ ປອດໄພ ຢູ່ ນະຄອນຫຼວງວຽງຈັນ

ລາວຫວຽດລາວຈີນ

ປັດຈຸບັນ, ການສົ່ງອອກຜົນຜະລິດກະສິກຳຂອງລາວແມ່ນປະສົບກັບບັນຫາກັບຄູ່ແຂ່ງຂອງບັນດາປະເທດອ້ອມຂ້າງເຊັ່ນ: ປະເທດໄທ, ປະເທດຫວຽດນາມ, ປະເທດກຳປູເຈຍ ແລະ ປະເທດອື່ນໆ ໃນຊ່ວງໄລຍະເວລາມໍ່ໆນີ້ການພັດທະນາທາງດ້ານກະສິກຳ ຂອງບັນດາ ປະເທດອ້ອມຂ້າງແມ່ນມີການພັດທະນາຢ່າງໄວວາ, ຊື່ງໄດ້ມີຄວາມສ່ຽງຕໍ່ການສົ່ງອອກຂອງຜະລິດຕະພັນກະສິກຳຂອງລາວ, ພ້ອມ ດຽວກັນນັ້ນໃນປີ 2015 ໄດ້ມີການເປີດກວ້າງເຂົ້າສູ່ເສດຖະກິດອາຊຽນ, ໄດ້ສ້າງສະພາບແວດລ້ອມທີ່ເສລີພາບ, ມີຄວາມສະດວກ, ຄວາມປອດໃສ ແລະ ຍຸດຕິທຳໃຫ້ແກ່ນັກລົງທືນຊ່ວຍຊຸກຍູ້ໃຫ້ບັນດາປະເທດອາຊຽນມີການຄ້າຂາຍຢ່າງເສລີພາບ, ເຮັດໃຫ້ການແຂ່ງ ຂັນການຄ້າຂາຍທາງດ້ານຜະລິດຕະພັນກະສິກຳມີ​ບັນຍາກາດ​ດີຂື້ນ. Continue reading

ການລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ແຜນງານຄໍ້າປະກັນສະບຽງອາຫານ ໃນຊຸມຊົນ (ຊຸມຊົນຊື່ນໃຈ), ໃນໄລຍະ 6 ເດືອນຕົ້ນປີ 2016 ຢູ່ທີ່ ແຂວງ ອຸດົມໄຊ ແລະ ແຂວງໄຊຍະບູລີ

ໃນລະຫວ່າງວັນທີ 09-14 ສິງຫາ 2016 ທີມງານຕິດຕາມປະເມີນຜົນຂອງພະແນກຄຸ້ມຄອງໂຄງການ, ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ລົງຕິດຕາມການຈັດຕັ້ງປະຕິບັດແຜນງານ ຄໍ້າປະກັນສະບຽງອາຫານໃນຊຸມຊົນ (ຊຸມຊົນຊື່ນໃຈ) ຢູ່ຫ້ອງການປະສານງານແຜນ ງານປະຈໍາ ແຂວງ ອຸດົມໄຊ, ແຂວງ ໄຊຍະບູລີ ແລະ ຫ້ອງການປະສານງານໂຄງການຂັ້ນເມືອງ ຄື: ເມືອງນາໝໍ້, ເມືອງຮຸນ ແຂວງ ອຸດົມໄຊ; ເມືອງເງີນ ແລະ ເມືອງຫົງສາ ແຂວງໄຊຍະບູລີ. ນອກນັ້ນ ຍັງໄດ້ລົງເບິ່ງການຈັດຕັ້ງປະຕິບັດກິດຈະກໍາຢູ່ຂັ້ນບ້ນຈໍານວນໜຶ່ງ.

ຈຸດປະສົງ ການລົງຕິດຕາມຄັ້ງນີ້ ກໍ່ເພື່ອ ຕິດຕາມສະພາບ ການຈັດຕັ້ງປະຕິບັດກິດຈະກຳ ແລະ ການນໍາໃຊ້ງົບປະມານ ລວມໄປເຖິງການຄຸ້ມຄອງບໍລິຫານ ຢູ່ຂັ້ນທ້ອງຖິ່ນ ໃນໄລຍະ 6 ເດືອນຜ່ານມາ ຂອງສົກປີ 2015-2016.

pasoum

ການລົງຕິດຕາມຄອບຄົວໄດ້ຮັບແນວພັນໝາກແໜ່ງ ຢູ່ບ້ານກິວລານ, ເມືອງໜ້າໝໍ້, ແຂວງອຸດົມໄຊ

liengmu

ໝູ ທີ່ທາງແຜນງານ ໄປສະໜອງໃຫ້ຊາວບ້ານ ຢູ່ບ້ານຫ້ວຍເຜິ້ງ, ເມືອງເງິນ, ແແຂວງ ໄຊຍະບູ

Continue reading