ພະແນກບໍລິຫານ

ພະແນກບໍລິຫານ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ປະກອບຄຳເຫັນຕໍ່ ການປັບປຸງກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ການສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ແລະ ສະເໜີແຜນບຳລຸງກໍ່ສ້າງພະນັກງານຂອງກົມ;
2. ຄຸ້ມຄອງ ພະນັກງານ-ລັດຖະກອນ, ບໍລິຫານຫ້ອງການ, ບັນຊີ-ການເງິນ, ບັນຊີຊັບສິນຂອງກົມ ແລະ ໂຄງ ການ ທີ່ຂຶ້ນກັບກົມ ຕາມລະບຽບກົດໝາຍ;
3. ຄົ້ນຄວ້າ, ນຳສະເໜີ ບັນຈຸ-ສັບຊ້ອນ ພະນັກງານ, ປະຕິບັດນະໂຍບາຍ ເລື່ອນຊັ້ນ-ຂັ້ນເງິນເດືອນ, ຍ້ອງຍໍຜູ້ມີຜົນງານດີເດັ່ນ ແລະ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ຕາມລະບຽບກົດໝາຍ;
4. ຄຸ້ມຄອງ ເອກະສານຂາເຂົ້າ-ຂາອອກ, ຈໍລະຈອນ ແລະ ສໍາເນົາເອກະສານ, ວຽກພິທີການ, ເລຂານຸການ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງອຳນວຍຄວາມສະດວກ ໃນການປະສານສົມທົບກັບ ບັນດາພະແນກ, ສູນ ແລະ ໂຄງການ ອ້ອມຂ້າງກົມ;
5. ສ້າງແຜນການ ແລະ ງົບປະມານ ສະເໜີຂໍອະນຸມັດນຳໃຊ້ ຕາມຂັ້ນຕອນ, ຕິດຕາມກວດກາບັນຊີ ລາຍຮັບ-ລາຍຈ່າຍ ຕາມລະບຽບການຄຸ້ມຄອງການເງິນ ແລະ ການເບີກຈ່າຍງົບປະມານ;
6. ເປັນໃຈກາງ ປະສານງານ, ສະຫຼຸບ, ລາຍງານ ວຽກງານສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ ຂອງກົມ;
7. ສັງລວມແຜນການ, ສະຫຼຸບ ແລະ ລາຍງານສ່ອງແສງ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ ຂອງບັນດາພະແນກ, ສູນ ແລະ ໂຄງການ ອ້ອມຂ້າງກົມ ຢ່າງເປັນປົກກະຕິ;
8. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.