ພະແນກຄຸ້ມຄອງໂຄງການ

    ພະແນກຄຸ້ມຄອງໂຄງການ ມີໜ້າທີ່ ດັ່ງນີ້:

1. ເປັນເສນາທິການໃຫ້ກົມ ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃຫ້ສຸມໃສ່ວຽກຈັດຕັ້ງປະຕິບັດວາລະແຫ່ງຊາດ, ວຽກຈຸດສຸມຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄລຍະ;
2. ສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງກົນໄກຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງຂະແໜງກະສິກຳ ​ແລະ ປ່າໄມ້; ຄົ້ນຄວ້າ ​ແລະ ສະເໜີຂັ້ນເທິງ ເພື່ອພິຈາລະນາສັ່ງໂຈະກິດຈະກຳ, ໂຄງການຍ່ອຍຂອງໂຄງການໃດໜຶ່ງທີ່ບໍ່ໄດ້ດຳເນີນຕາມແຜນ ຫຼື ນຳໃຊ້ທຶນ ບໍ່ເປັນໄປຕາມແຜນທີ່ອະນຸມັດ;
3. ຄົ້ນຄວ້າ, ກວດຜ່ານເອກະສານ ກ່ຽວກັບວຽກງານການເງິນ, ການຈັດຊື້ື້-ຈັດຈ້າງ ຂອງບັນດາໂຄງການ ທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ໃນຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອໃຫ້ມີປະສິດທິຜົນສູງ, ທັນຕາມກໍານົດເວລາ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ລະບຽບການຄຸ້ມຄອງນຳໃຊ້ງົບປະມານ ຂອງບັນດາຜູ້ໃຫ້ທຶນ;
4. ສ້າງຖານຂໍ້ມູນການຈັດຕັ້ງປະຕິບັດ ບັນດາໂຄງການ (ODA) ໃນຂະແໜງກະສິກໍາ ແລະ ປ່າໄມ້;
5. ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃນການນຳເຂົ້າພາຫະນະ, ກົນຈັກ, ວັດສະດຸອຸປະກອນ ແລະ ອື່ນໆ ໃນການຮັບໃຊ້ໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ຕາມທີ່ໄດ້ລະບຸໄວ້ໃນສັນຍາກັບຜູ້ໃຫ້ທຶນ;
6. ສຶກສາ, ວິເຄາະ, ວິໄຈຂໍ້ມູນ ກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະ ນາ ແລະ ນໍາສະເໜີໃຫ້ຂັ້ນເທິງພິຈາລະນາ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດ;
7. ບຳລຸງ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມຊຳນານງານ ດ້ານການຄຸ້ມຄອງໂຄງການ ໃຫ້ແກ່ພະນັກງານ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍຫຼາຍຮູບແບບ;
8. ສະຫຼຸບ, ສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໂຄງການ ໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ ແລະ 1 ປີ;
9. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.