ພາລະບົດບາດ

ກົມແຜນການ ແລະ ການຮ່ວມມື ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜຮ” ແມ່ນໂຄງປະກອບກົງຈັກ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານແຜນການ, ນະໂຍບາຍກະສິກໍາ, ການຮ່ວມມືສາກົນ, ເຊື່ອມໂຍງເສດຖະກິດ, ການລົງທຶນ, ການຄຸ້ມຄອງໂຄງການ ແລະ ວຽກງານສະຖິຕິກະສິກໍາ.

ໜ້າທີ່

ກົມແຜນການ ແລະ ການຮ່ວມມື ມີໜ້າທີ່ ດັ່ງນີ້:

1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອຶ່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆ ຂອງກະຊວງກະສິກໍາ ແລະ ປ່າໄມ້;
2. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງກະຊວງ ພ້ອມທັງເປັນໃຈການຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
3. ສຸມທຸກກຳລັງແຮງ ເພື່ອຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນທົດແທນການນຳເຂົ້າ;
4. ຄົ້ນຄວ້າ, ສ້າງຮ່າງຍຸດທະສາດ, ແຜນການ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາຮັບຮອງ; ສ້າງແຜນງານ, ແຜນການ ແລະ ໂຄງການ; ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ເປັນຕົ້ນແມ່ນໂຄງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ, ໂຄງການຜະ ລິດກະສິກໍາ ແລະ ປ່າໄມ້ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງອອກ ເປັນຕົ້ນແມ່ນພືດ-ສັດທີ່ມີທ່າແຮງ, ພືດ-ສັດ ທີ່ໄດ້ມີສັນຍາກັບປະເທດຄູ່ຄ້າແລ້ວ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາອະນຸມັດ ພ້ອມທັງເປັນໃຈກາງຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
5. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທີ່ຈໍາເປັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການສົ່ງອອກ ເພື່ອສະເໜີ ກະຊວງ ແລະ ລັດຖະບານ ພິ ຈາລະນາ;
6. ສ້າງແຜນການ ແລະ ແຜນງົບປະມານ, ຈັດສັນ, ດັດແກ້ ຕົວເລກງົບປະມານ ລາຍຈ່າຍລົງທຶນຂອງລັດ ພາກ 67 ເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ອໍານວຍຄວາມສະ ດວກໃນການປະກອບເອກະສານຂໍຖອນງົບປະມານພາກດັ່ງກ່າວ ເຖິງຫ້ອງການ ເພື່ອກວດກາຄວາມຖືກ ຕ້ອງ ແລະ ສະເໜີຂໍອະນຸມັດຈາກກະຊວງການເງິນ ຕາມກົດໝາຍ ແລະ ລະບຽບການ; ຊຸກຍູ້, ຕິດຕາມ, ປະເມີນຜົນ ການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານ;
7. ສັງລວມແຜນການ ແລະ ຄຸ້ມຄອງງົບປະມານການລົງທຶນຂອງລັດ ກໍ່ສ້າງ-ສ້ອມແປງ ພື້ນຖານໂຄງລ່າງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ນໍາໃຊ້ງົບປະມານລົງທຶນຂອງລັດ ທັງທຶນພາຍໃນ ແລະ ຕ່າງປະເທດ ສໍາລັບພື້ນຖານໂຄງລ່າງ, ສິ່ງປຸກສ້າງ, ພາຫະນະ, ກົນຈັກ, ວັດຖຸ-ອຸປະກອນ ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ການຈັດຊື້-ຈັດຈ້າງ ຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ກູ້ຢືມ ຕາມກົດໝາຍ ແລະ ລະບຽບການ;
8. ສັງລວມ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ແຜນພັດທະນາຂະແໜງກະສິກຳ ແລະ ປ່າ ໄມ້ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈໍາປີ ແລະ 5 ປີ ເພື່ອລາຍງານໃຫ້ຂັ້ນເທິງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ; ສະຫຼຸບລາຍງານວຽກງານກະສິກໍາ ເພື່ອໂພຊະນາການ, ເປົ້າໝາຍການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ; ວຽກງານໄພພິບັດ ແລະ ອື່ນໆ;
9. ເປັນເສນາທິການໃຫ້ການນໍາກະຊວງ ຄົ້ນຄວ້າພິຈາລະນາຮັບເອົາການຊ່ວຍເຫຼືອທາງການ ເພື່ອການພັດ ທະນາ (ODA), ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ໃຫ້ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງອ້ອມຂ້າງກະຊວງ, ຂະແໜງການສາຍຕັ້ງ ຢູ່ຂັ້ນທ້ອງຖິ່ນ ພ້ອມທັງເປັນເສນາທິການໃຫ້ກະຊວງ ໃນການຊຸກຍູ້, ຕິດຕາມກວດກາ, ປະເມີນຜົນ ການຊ່ວຍເຫຼືອດັ່ງກ່າວ ໃຫ້ສຸມໃສ່ວຽກຈັດຕັ້ງປະຕິບັດວາລະແຫ່ງຊາດ, ວຽກຈຸດສຸມຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄລຍະ;
10. ພົວພັນຮ່ວມມື, ຂົນຂວາຍ ຍາດແຍ່ງການຊ່ວຍເຫຼືອຈາກສາກົນ (ສອງຝ່າຍ, ຫຼາຍຝ່າຍ, ໂຕະມົນ), ເພື່ອນມິດຍຸດທະສາດ ແລະ ການລົງທຶນ ຂອງ​ຜູ້​ປະກອບ​ການ ທັງພາຍໃນ ແລະ ຕ່າງປະເທດ​ ແລະ ພາກສ່ວນ​ອື່ນໆ ຕາມແນວທາງນະໂຍບາຍ ບົນພື້ນຖານ ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ເພື່ອພັດທະນາຂະແໜງກະສິກໍາ ແລະ ປ່າໄມ້ ພ້ອມທັງປະຕິບັດພັນທະຕໍ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຢ່າງຕັ້ງໜ້າ; ອໍານວຍຄວາມສະດວກ ທາງດ້ານເອກະສານ ຂອງຊ່ຽວຊານ, ອາສາສະໝັກຕ່າງ ປະເທດ ທີ່ປະຕິບັດໜ້າທີ່ຢູ່ບັນດາໂຄງການຕ່າງໆ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້;
11. ເປັນໃຈກາງໃນການປະສານງານກັບ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ, ພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເຄື່ອນໄຫວວຽກງານເຊື່ອມໂຍງເສດຖະກິດອະນຸພາກພື້ນ, ພາກພື້ນ, ສາກົນ, ​ແລວ​ທາງ​ເສດຖະກິດ​ຕ່າງໆ, ອົງການການຄ້າໂລກ ພ້ອມທັງຄົ້ນຄວ້າສະເໜີອະນຸມັດຂໍ້ຕົກລົງ ໃຫ້ພະນັກງານ-ລັດຖະກອນ ເຂົ້າຮ່ວມເຄື່ອນໄຫວວຽກງານດັ່ງກ່າວ ຈາກລັດຖະມົນຕີ; ເປັນຈຸດສອບຖາມວຽກງານສຸຂານາໄມພືດ ແລະ ສັດ ໃຫ້ພາກສ່ວນກ່ຽວ ຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
12. ເປັນເສນາທິການ ໃຫ້ການນໍາກະຊວງ ຄົ້ນຄວ້າ, ປະກອບຄໍາເຫັນ ກ່ຽວກັບການສະເໜີຂໍອະນຸຍາດລົງທຶນດ້ານກະສິກຳ, ປ່າໄມ້, ການປຸງແຕ່ງກະສິກໍາ ແລະ ປ່າໄມ້ ພ້ອມທັງຕິດຕາມກວດກາ, ຄຸ້ມຄອງ ການລົງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ; ເປັນໜ່ວຍງານປະສານງານ ວຽກງານບໍລິການ ການລົງທຶນປະຕູດຽວ, ປັບປຸງກົນໄກຄົ້ນຄວ້າການລົງທຶນຜ່ານປະຕູດຽວ ໃຫ້ວ່ອງໄວ ຫຼຸດຜ່ອນຫຼາຍຂອດຫຼາຍຂັ້ນ; ຄົ້ນຄວ້າ, ສ້າງ ແລະ ປັບປຸງ​ລະບຽບ ການ​ຄຸ້ມ​ຄອງ, ສ້າງ​ບັນຊີ​ກິດຈະການ​ວຽກງານການ​ລົງທຶນ​ ດ້ານ​ກະສິກຳ, ປ່າ​ໄມ້, ດ້ານການປຸງແຕ່ງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າ, ສະເໜີ ຫ້ອງການ ອອກໃບອະນຸຍາດດໍາເນີນທຸລະກິດກະສິກໍາ, ປ່າໄມ້, ການປຸງແຕ່ງກະສິກໍາ-ປ່າໄມ້ ຕາມລະບຽບກົດໝາຍ ແລະ ລະບຽບການ;
13. ເປັນໃຈກາງໃນການສັງລວມຂໍ້ມູນສະຖິຕິກະສິກຳຈາກທ້ອງຖິ່ນ, ຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງອ້ອມຂ້າງກະຊວງ ແລະ ວິເຄາະ, ວິໄຈ ພ້ອມທັງຄຸ້ມຄອງ ແລະ ພັດ ທະນາລະບົບສະຖິຕິຂອງຂະແໜງການຢ່າງລວມສູນໃຫ້ສາມາດລາຍງານ, ຮັບໃຊ້ການສະຫຼຸບຕີລາຄາການສ້າງແຜນການ ແລະ ມາດຕະການ ຈັດຕັ້ງປະຕິບັດແຜນ ປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, 1 ປີ, 5 ປີ ແລະ ຄິດໄລ່ລວມຍອດຜະລິດຕະພັນພາຍໃນຂອງຂະແໜງການ;
14. ຄົ້ນຄວ້າ, ນໍາສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກໍານົດຕໍາແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນ ກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງ ພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ ຂອງຕົນ;
15. ປັບປຸງ, ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ວຽກງານແຜນການ, ການຮ່ວມມື, ລົງທຶນ, ສະຖິຕິ ຂອງ ຫ້ອງການ, ບັນດາ​ກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ,ຂະແໜງການສາຍຕັ້ງຢູ່ຂັ້ນທ້ອງຖິ່ນ ຕາມທິດຫັນເປັນທັນສະໄໝ;
16. ປະກອບສ່ວນເຂົ້າໃນການພັດທະນາ ບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ທີ່ຂຶ້ນກັບກະ ຊວງກະສິກໍາ ແລະ ປ່າໄມ້ ພ້ອມທັງສະໜອງ ດ້ານເຕັກນິກ, ວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ;
17. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊາບ ແລະ ເພື່ອຊີ້ນຳ;
18. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນຳ.