ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທ໌ ກົມແຜນການ ແລະ ການຮ່ວມມື

ກົມແຜນການ ແລະ ການຮ່ວມມື ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜຮ” ແມ່ນໂຄງປະກອບກົງຈັກ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານແຜນການ, ນະໂຍບາຍກະສິກໍາ, ການຮ່ວມມືສາກົນ, ເຊື່ອມໂຍງເສດຖະກິດ, ການລົງທຶນ, ການຄຸ້ມຄອງໂຄງການ ແລະ ວຽກງານສະຖິຕິກະສິກໍາ.

ຂ່າວສານ ແລະ ກິດຈະກຳ

ຄະນະ​ກຳມາ​ທິການ​ ການ​ຮ່ວມ​ມື​ສາກົນ ຂອງ​ເອີຣົບ ​ໄດ້​ພົບ​ປະ​ກັບ ພະນະທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ

ໃນວັນທີ 15 ມີນາ 2024 ທ່ານ​ນາງ ຢຸດຕາ ອູພີໄລແນັນ, ຄະນະ​ກຳມາ​ທິການ​ ການ​ຮ່ວມ​ມື​ສາກົນ ຂອງ​ເອີຣົບ ພ້ອມຄະນະ ​ໄດ້​ພົບ​ປະ​ກັບ ພະນະທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ...

ກອງປະຊຸມປຶກສາຫາລືກ່ຽວກັບການກຳນົດຕົວຊີ້ວັດ ຂອງຂະແໜງການ ເຂົ້າໃນລະບົບ ProMiS

ກອງປະຊຸມປຶກສາຫາລືກ່ຽວກັບການກຳນົດຕົວຊີ້ວັດ ຂອງຂະແໜງການ ເຂົ້າໃນລະບົບ ProMiS ໄດ້ຈັດຂື້ນໃນລະຫວ່າງວັນທີ 13-14 ມີນາ 2024, ທີ່ເມືອງວັງວຽງແຂວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ປອ. ພົມມີ ອິນທິຈັກ...

ກອງປະຊຸມແຜນປະຕິບັດງານສໍາລັບຄູ່ມືດ້ານກະສິກຳແບບຍືນຍົງ ອາຊຽນ ASEAN

ກອງປະຊຸມແຜນປະຕິບັດງານສໍາລັບຄູ່ມືດ້ານກະສິກຳແບບຍືນຍົງ ອາຊຽນ ASEAN Action plan on Sustainable Agriculture ໃນລະຫວ່າງວັນທີ 4-8 ມີນາ 2024 ທີ່ໂຮງແຮມ ເອັສວັງວຽງ, ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍມີ 10...

ຊາວກະສິກອນແຂວງອັດຕະປື ໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ ເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ

ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການປົກຄອງແຂວງອັດຕະປື ໄດ້ຮ່ວມກັນຈັດພິທີມອບ-ຮັບລະບົບຊົນລະປະທານພະລັງງານແສງອາທິດຂະໜາດນ້ອຍ ໃຫ້ແກ່ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ກະຊວງກະສິກຳ...

ກອງປະຊຸມແນະນຳກົນໄກ ການຈັດຕັ້ງປະຕິບັດໂຄງການກະສິກຳ ແລະ ໂພສະນາການ ໄລຍະ 2

ກອງປະຊຸມແນະນຳກົນໄກ ການຈັດຕັ້ງປະຕິບັດໂຄງການກະສິກຳ ແລະ ໂພສະນາການ ໄລຍະ 2 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 26-27 ກຸມພາ 2024 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ...

ກອງປະຊຸມວຽກງານສົ່ງເສີມກະສິກຳແລະສະຫະກອນທົ່ວປະເທດປີ2023

ກອງປະຊຸມວຽກງານສົ່ງເສີມກະສິກຳແລະສະຫະກອນທົ່ວປະເທດປີ2023, ວັນທີ19-20 ກຸມພາ 2024, ນະຄອນຫຼວງວຽງຈັນ...

ກອງປະຊຸມໂຕະມົນ ປະຈຳປີ 2023

ກອງປະຊຸມໂຕະມົນປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ...

ກອງປະຊຸມສະຫຼຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10

ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ, ໂຄງການຜະລິດກະສິກຳເປັນສີນຄ້າ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມ ສະຫລຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10 ຢູ່...